ເຕືອນຄົນລາວ! ສູບຢາດົນ ສ່ຽງມະເຮັງປອດ-ຫົວໃຈວາຍ

ໃນຍຸກທີ່ໂລກຂັບເຄື່ອນດ້ວຍເທັກໂນໂລຊີ ແລະ ການພັດທະນາທີ່ທັນສະໄໝ, ແຕ່ຍັງມີ “ໄພງຽບ” ຊະນິດໜຶ່ງທີ່ກຳລັງຄ່ອຍໆກັດກິນຊີວິດຂອງມະນຸດຢ່າງຕໍ່ເນື່ອງ ນັ້ນກໍຄື “ຢາສູບ”. ບໍ່ພຽງແຕ່ທຳລາຍສຸຂະພາບຂອງຜູ້ສູບເທົ່ານັ້ນ, ແຕ່ຍັງສົ່ງຜົນກະທົບຢ່າງຮຸນແຮງຕໍ່ຄອບຄົວ, ສັງຄົມ, ເສດຖະກິດ ແລະ ສິ່ງແວດລ້ອມຂອງໂລກ.

ຂໍ້ມູນຈາກອົງການອະນາໄມໂລກ (WHO) ລະບຸວ່າ ໃນແຕ່ລະປີມີປະຊາກອນຫຼາຍກວ່າ 8 ລ້ານຄົນເສຍຊີວິດຈາກການສູບຢາ ແລະ ຄວັນຢາມືສອງ. ຕົວເລກນີ້ສະທ້ອນໃຫ້ເຫັນວ່າ ຢາສູບບໍ່ແມ່ນພຽງແຕ່ສິ່ງເສບຕິດທຳມະດາ ແຕ່ເປັນວິກິດດ້ານສາທາລະນະສຸກລະດັບໂລກ.

ນິໂຄຕິນ: ຕົ້ນຕໍຂອງການເສບຕິດ ສານ “ນິໂຄຕິນ” ໃນຢາສູບ ເປັນສານເຄມີທີ່ອອກຕິດຕໍ່ສະໝອງ ໂດຍກະຕຸ້ນໃຫ້ຮ່າງກາຍຫຼັ່ງສານ “ໂດປາມີນ” (Dopamine) ເຊິ່ງເຮັດໃຫ້ຜູ້ສູບຮູ້ສຶກຜ່ອນຄາຍໃນໄລຍະສັ້ນ. ແຕ່ເມື່ອລະດັບນິໂຄຕິນຫຼຸດລົງ ຮ່າງກາຍຈະເກີດອາການຢາກສູບ, ຫງຸດຫງິດ ແລະ ຄວາມເຄັງຕຶງ ຈົນຜູ້ສູບຕ້ອງກັບໄປສູບຊ້ຳ. ສິ່ງນີ້ຄືວົງຈອນຂອງ “ການເສບຕິດ” ທີ່ເຮັດໃຫ້ການເລີກສູບຢາເປັນເລື່ອງຍາກ.

ຜົນກະທົບຮ້າຍຕໍ່ສຸຂະພາບ ໃນຄວັນຢາສູບມີສານເຄມີຫຼາຍກວ່າ 7,000 ຊະນິດ ແລະ ໃນນັ້ນມີສານກໍ່ມະເຮັງຫຼາຍກວ່າ 70 ຊະນິດ. ການສູບຢາເປັນສາເຫດສຳຄັນຂອງພະຍາດຮ້າຍຫຼາຍຊະນິດ ເຊັ່ນ:

ມະເຮັງປອດ

ພະຍາດປອດອຸດຕັນເຮື້ອຮັງ (COPD)

ພະຍາດຫົວໃຈ ແລະ ເສັ້ນເລືອດ

ອຳມະພຶກ

ພູມຄຸ້ມກັນອ່ອນແອ

ຜິວໜັງເສື່ອມໄວ ແລະ ສ່ຽງຕໍ່ການເປັນໝັນ

ສິ່ງທີ່ນ່າກັງວົນຫຼາຍຂຶ້ນຄື “ຄວັນຢາມືສອງ” ທີ່ສົ່ງຜົນກະທົບຕໍ່ຜູ້ທີ່ບໍ່ສູບຢາ ໂດຍສະເພາະເດັກນ້ອຍ ແລະ ແມ່ຍິງຖືພາ.

ຄວັນຢາສູບ ໄພໃກ້ຕົວທີ່ບໍ່ຄວນມອງຂ້າມ

ເດັກນ້ອຍທີ່ເຕີບໃຫຍ່ໃນສະພາບແວດລ້ອມທີ່ມີຄວັນຢາ ມີຄວາມສ່ຽງສູງຕໍ່ການເປັນຫືດ, ປອດອັກເສບ ແລະ ພັດທະນາການຊ້າ. ສ່ວນແມ່ຍິງຖືພາ ອາດສົ່ງຜົນໃຫ້ທາລົກເກີດກ່ອນກຳນົດ ຫຼື ມີນ້ຳໜັກຕ່ຳກວ່າເກນ.

ອົງການອະນາໄມໂລກລະບຸວ່າ ຜູ້ເສຍຊີວິດຈາກຄວັນຢາມືສອງມີຫຼາຍກວ່າ 1.3 ລ້ານຄົນຕໍ່ປີ.

ຢາສູບກັບວິກິດສິ່ງແວດລ້ອມ ບໍ່ພຽງແຕ່ທຳລາຍສຸຂະພາບ, ອຸດສາຫະກຳຢາສູບຍັງສ້າງຜົນກະທົບຢ່າງໜັກຕໍ່ສິ່ງແວດລ້ອມ. ກົ້ນຢາສູບຖືກຈັດເປັນຂີ້ເຫຍື້ອທີ່ພົບເຫັນຫຼາຍທີ່ສຸດໃນໂລກ ໂດຍມີຫຼາຍກວ່າ 4.5 ຕື້ກົ້ນຕໍ່ປີ ຖືກຖິ້ມລົງສູ່ທຳມະຊາດ. ກົ້ນຢາສູບມີສານພິດ ແລະ ພລາສຕິກທີ່ໃຊ້ເວລາຫຼາຍສິບປີໃນການຍ່ອຍສະຫຼາຍ. ນອກຈາກນີ້ ການປູກຢາສູບຍັງເປັນສາເຫດຂອງການຕັດໄມ້ທຳລາຍປ່າ ແລະ ການປົນເປື້ອນຂອງສານເຄມີໃນດິນ ແລະ ແຫຼ່ງນ້ຳ.

ຕົ້ນທຶນທາງເສດຖະກິດທີ່ມະຫາສານ

ແມ່ນແທ້ວ່າຢາສູບສ້າງລາຍຮັບຈາກພາສີໃຫ້ລັດ ແຕ່ຕົ້ນທຶນທີ່ສັງຄົມຕ້ອງແບກຮັບຈາກການຮັກສາພະຍາດ ແລະ ການສູນເສຍກຳລັງແຮງງານ ກັບສູງຫຼາຍກວ່າລາຍຮັບດັ່ງກ່າວ.

ເງິນທີ່ໃຊ້ຊື້ຢາສູບໃນແຕ່ລະມື້ ສາມາດນຳໄປພັດທະນາຄຸນນະພາບຊີວິດ, ການສຶກສາ ແລະ ອາຫານທີ່ມີປະໂຫຍດໃຫ້ຄອບຄົວໄດ້.

ການຄວບຄຸມຢາສູບບໍ່ແມ່ນພຽງແຕ່ຫນ້າທີ່ຂອງຜູ້ສູບຢາ ແຕ່ເປັນຄວາມຮັບຜິດຊອບຂອງທຸກຄົນໃນສັງຄົມ. ການສ້າງເຂດປອດຢາສູບ, ການໃຫ້ຄວາມຮູ້ທີ່ຖືກຕ້ອງ ແລະ ການສົ່ງເສີມໃຫ້ຜູ້ສູບຢາເລີກສູບ ແມ່ນກຸນແຈສຳຄັນໃນການຫຼຸດຜ່ອນວິກິດນີ້.

“ເລີກສູບຢາໃນມື້ນີ້ ເພື່ອລົມຫາຍໃຈທີ່ສະອາດ ແລະ ອະນາຄົດທີ່ດີກວ່າຂອງຄົນຮຸ່ນຕໍ່ໄປ”.

ຮຽບຮຽງ: Lao Youth Radio

ແຫຼ່ງຂໍ້ມູນ: WHO, CDC, Tobacco Atlas

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles