ຍີ່ປຸ່ນປະກາດມອບລາງວັນໃຫ້ຜູ້ແຈ້ງເບາະແສແຮງງານຕ່າງດາວເຮັດຜິດກົດໝາຍ

ລັດຖະບານທ້ອງຖິ່ນແຂວງອິບາຣາກິ (Ibaraki) ປະເທດຍີ່ປຸ່ນ ໄດ້ເລີ່ມມາດຕະການເຂັ້ມງວດ ເພື່ອແກ້ໄຂບັນຫາການຈ້າງງານຜິດກົດໝາຍ ດ້ວຍການປະກາດມອບເງິນລາງວັນໃຫ້ແກ່ພົນລະເມືອງ​ດີ​ ທີ່​ ຊ່ວຍແຈ້ງຂໍ້ມູນກ່ຽວກັບທຸລະກິດ ຫຼື ສະຖານປະກອບການທີ່ຮັບແຮງງານຕ່າງດ້າວທີ່ບໍ່ມີເອກະສານຖືກຕ້ອງເຂົ້າມາເຮັດວຽກໃນຍີ່ປຸ່ນ.

ເງິນລາງວັນທີ່ຈະໄດ້ຮັບ: 10,000 ເຢນ (ປະມານ 64 ໂດລາສະຫະລັດ) ຕໍ່ການແຈ້ງເບາະແສທີ່ນໍາໄປສູ່ການຈັບກຸມ ຫຼື ດໍາເນີນຄະດີໄດ້ຕົວຈິງ.

​ເຫດຜົນ: ແຂວງອິບາຣາກິ ຖືກຈັດອັນດັບໃຫ້ເປັນແຂວງທີ່ມີຈໍານວນແຮງງານຜິດກົດໝາຍສູງທີ່ສຸດໃນຍີ່ປຸ່ນ ຕິດຕໍ່ກັນເປັນເວລາ 4 ປີຊ້ອນ.

ຈຸດປະສົງ: ເພື່ອປົກປ້ອງສິດທິຂອງແຮງງານ ແລະ ຮັກສາຄວາມສະຫງົບຮຽບຮ້ອຍໃນສັງຄົມ.

ເຈົ້າໜ້າທີ່ເນັ້ນຢ້ຳວ່າ ຈະຮັບພິຈາລະນາສະເພາະຂໍ້ມູນທີ່ມີຫຼັກຖານຈະແຈ້ງເທົ່ານັ້ນ. ຈະບໍ່ຮັບຂໍ້ມູນທີ່ເກີດຈາກຄວາມກຽດຊັງສ່ວນຕົວ, ການກັ່ນແກ້ງ ຫຼື ການຕັດສິນຄົນຈາກຮູບລັກສະນະພາຍນອກ ແລະ ເຊື້ອຊາດ. ຜູ້ແຈ້ງຕ້ອງລະບຸຕົວຕົນ ແລະ ເອກະສານຢັ້ງຢືນທີ່ຊັດເຈນຜ່ານເວັບໄຊທາງການຂອງແຂວງ.

ໃນປີ 2025 ທີ່ຜ່ານມາ, ມີການກວດພົບແຮງງານຜິດກົດໝາຍໃນທົ່ວປະເທດຍີ່ປຸ່ນ​ ກວ່າ 13,435 ຄົນ, ໃນນັ້ນສະເພາະແຂວງອິບາຣາກິ ມີເຖິງ 3,518 ຄົນ.

ປັດຈຸບັນ, ຍີ່ປຸ່ນມີແຮງງານຕ່າງປະເທດທັງໝົດປະມານ 2.6 ລ້ານຄົນ, ໂດຍ “ແຮງງານຫວຽດນາມ” ເປັນກຸ່ມທີ່ມີຈໍານວນຫຼາຍທີ່ສຸດ (ປະມານ 610,000 ຄົນ).

ແນວໃດກໍຕາມ, ມາດຕະການນີ້ໄດ້ຮັບການວິພາກວິຈານຈາກກຸ່ມນັກກົດໝາຍ ແລະ ອົງການພາກປະຊາສັງຄົມບາງກຸ່ມ ທີ່ກັງວົນວ່າອາດຈະນໍາໄປສູ່ການຈໍາແນກເຊື້ອຊາດ ແລະ ສ້າງຄວາມແຕກແຍກໃນສັງຄົມຫຼາຍຂຶ້ນ.

ທີ່ມາ: Vn Express

Lao Youth​ ​Radio​ FM​90​MHz

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles