ກົມຕຳຫຼວດຄຸ້ມຄອງການທ່ອງທ່ຽວ ແຈ້ງໃໝ່! ບໍລິສັດທ່ອງທ່ຽວຕ້ອງແນບໃບຈອງໂຮງແຮມ ໃນເອກະສານນຳເຂົ້ານັກທ່ອງທ່ຽວເຂົ້າລາວ

ກົມຕຳຫຼວດຄຸ້ມຄອງການທ່ອງທ່ຽວ ໄດ້ອອກແຈ້ງການເຖິງບັນດາຜູ້ປະກອບການບໍລິສັດທ່ອງທ່ຽວ ໃຫ້ຮັບຊາບ ແລະ ປະຕິບັດມາດຕະການໃໝ່ ກ່ຽວກັບການປະກອບເອກະສານນຳເຂົ້ານັກທ່ອງທ່ຽວເຂົ້າມາທ່ອງທ່ຽວໃນ ສປປ ລາວ.

ຕາມແຈ້ງການລະບຸວ່າ ການປະກອບເອກະສານນຳເຂົ້ານັກທ່ອງທ່ຽວ ຈະຕ້ອງແນບ “ໃບຢັ້ງຢືນການຈອງໂຮງແຮມ” (Confirmed Booking Hotel) ຕາມແຜນການທ່ອງທ່ຽວ ນັບແຕ່ວັນເດີນທາງເຂົ້າມາຮອດ ຈົນເຖິງວັນເດີນທາງອອກຈາກປະເທດ.

ສ່ວນເອກະສານອື່ນໆ ທີ່ເຄີຍນຳໃຊ້ໃນການປະກອບຄຳຮ້ອງໃນໄລຍະຜ່ານມາ ຍັງຄົງໃຫ້ປະຕິບັດຕາມລະບຽບເກົ່າຕໍ່ໄປ.

ກົມຕຳຫຼວດຄຸ້ມຄອງການທ່ອງທ່ຽວ ຍັງໄດ້ເນັ້ນໃຫ້ບັນດາບໍລິສັດທ່ອງທ່ຽວ ຈັດຕັ້ງປະຕິບັດມາດຕະການດັ່ງກ່າວຢ່າງເຂັ້ມງວດ ເພື່ອໃຫ້ການຄຸ້ມຄອງນັກທ່ອງທ່ຽວ ແລະ ການເດີນທາງເຂົ້າ-ອອກປະເທດ ເປັນໄປຢ່າງມີລະບຽບ ແລະ ປອດໄພ.

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles