ອົງການ Education First (EF) ໄດ້ເປີດເຜີຍຕົວເລກຄວາມຊໍານານໃນການນຳໃຊ້ພາສາອັງກິດ (EF English Proficiency Index) ປະຈຳປີ 2026, ເຊິ່ງສະແດງໃຫ້ເຫັນເຖິງການປ່ຽນແປງທີ່ໜ້າສົນໃຈຂອງກຸ່ມປະເທດໃນອາຊີ.
ໂດຍສະເພາະ ນະຄອນຫຼວງວຽງຈັນ ຂອງ ສປປ ລາວ ທີ່ສາມາດຫຍັບຂຶ້ນມາຢູ່ໃນອັນດັບທີ 8 ຂອງພາກພື້ນໄດ້ ໂດຍມີຄະແນນສູງກວ່າເມືອງຫຼວງໃຫຍ່ຢ່າງ ໂຕກຽວ ແລະ ບາງກອກ.
ຈາກການສຳຫຼວດພົບວ່າ ມະນີລາ (ຟີລິບປິນ) ຍັງຄົງຄອງແຊ້ມອັນດັບ 1 ໃນກຸ່ມຕົວເມືອງທີ່ມີຄວາມຊໍານານໃນການນຳໃຊ້ພາສາອັງກິດໃນລະດັບ “ສູງຫຼາຍ” (Very High), ຕາມມາດ້ວຍ ກົວລາລຳເປີ (ມາເລເຊຍ) ແລະ ເຊອຸນ (ສ.ເກົາຫຼີ) ໃນລະດັບ “ສູງ” (High).
ສຳລັບ ນະຄອນຫຼວງວຽງຈັນ ແມ່ນຖືກຈັດຢູ່ໃນກຸ່ມທີ່ມີຄວາມຊໍານານລະດັບ “ຕ່ຳ” (Low) ດ້ວຍຄະແນນ 486, ແຕ່ສິ່ງທີ່ສ້າງຄວາມຮືຮາແມ່ນການທີ່ ນະຄອນຫຼວງ ວຽງຈັນ ມີຄະແນນສະເລ່ຍສູງກວ່າ ໂຕກຽວ ຂອງຍີ່ປຸ່ນ (480), ພະນົມເປັນ ຂອງກຳປູເຈຍ (472) ແລະ ບາງກອກ ຂອງໄທ (467).
ຜູ້ຊ່ຽວຊານດ້ານການສຶກສາວິເຄາະວ່າ ຕົວເລກນີ້ອາດຈະມາຈາກຫຼາຍປັດໄຈ:
ກຸ່ມຜູ້ທີ່ເຂົ້າສອບເສັງ EF SET ໃນນະຄອນຫຼວງວຽງຈັນ ສ່ວນໃຫຍ່ແມ່ນນັກຮຽນ-ນັກສຶກສາທີ່ກຽມຕົວໄປຮຽນຕໍ່ຕ່າງປະເທດ ຫຼື ພະນັກງານໃນອົງການສາກົນ ເຊິ່ງມີພື້ນຖານພາສາອັງກິດທີ່ດີຢູ່ແລ້ວ.
ການຂະຫຍາຍຕົວຂອງໂຮງຮຽນນານາຊາດ: ໃນຊ່ວງ 2-3 ປີຜ່ານມາ, ສປປ ລາວ ມີການຂະຫຍາຍຕົວຂອງສະຖາບັນພາສາ ແລະ ໂຮງຮຽນສອງພາສາຢ່າງຕໍ່ເນື່ອງໃນເຂດຕົວເມືອງ.
ຂໍ້ສັງເກດດ້ານສະຖິຕິ: ການທີ່ເມືອງຫຼວງໃຫຍ່ຢ່າງ ບາງກອກ ຫຼື ໂຕກຽວ ມີຄະແນນຕ່ຳກວ່າ ອາດເປັນຍ້ອນມີ “ຈໍານວນຜູ້ເຂົ້າສອບເສັງ ” ມະຫາສານຈາກຫຼາຍກຸ່ມອາຊີບ ເຮັດໃຫ້ຄ່າສະເລ່ຍລວມຖືກດຶງລົງມາ.
ສະຫຼຸບ 12 ອັນດັບ ເມືອງຫຼວງໃນອາຊີ ທີ່ມີການນຳໃຊ້ພາສາອັງກິດ (EF 2026):
1. ມະນີລາ ປະເທດຟີລິບປິນ ຄະແນນ 603, ລະດັບຄວາມຊຳນານໃນການໃຊ້ພາສາອັງກິດ ສູງຫຼາຍ (Very High).
2. ກົວລາລຳເປີ ປະເທດມາເລເຊຍ ຄະແນນ 588, ລະດັບຄວາມຊຳນານໃນການໃຊ້ພາສາອັງກິດ ສູງ (High).
3. ເຊອຸນ ປະເທດ ສ.ເກົາຫຼີ ຄະແນນ 550, ລະດັບຄວາມຊຳນານໃນການໃຊ້ພາສາອັງກິດ ສູງ (High).
4. ຮ່ອງກົງ ສປ ຈີນ ຄະແນນ 538, ລະດັບຄວາມຊຳນານໃນການໃຊ້ພາສາອັງກິດ ປານກາງ(Moderate).
5. ຮ່າໂນ້ຍ ປະເທດຫວຽດນາມ ຄະແນນ 532, ລະດັບຄວາມຊຳນານໃນການໃຊ້ພາສາອັງກິດ ປານກາງ(Moderate).
6. ຈາກາຕ້າ ປະເທດອິນໂດເນເຊຍ ຄະແນນ 523, ລະດັບຄວາມຊຳນານໃນການໃຊ້ພາສາອັງກິດ ປານກາງ(Moderate).
7. ປັກກິ່ງ ສປ ຈີນ ຄະແນນ 514, ລະດັບຄວາມຊຳນານໃນການໃຊ້ພາສາອັງກິດ ປານກາງ(Moderate).
8. ນະຄອນຫຼວງວຽງຈັນ ຄະແນນ 486, ລະດັບຄວາມຊຳນານໃນການໃຊ້ພາສາອັງກິດ ຕໍ່າ (Low).
9. ໂຕກຽວ ປະເທດຍີ່ປຸ່ນ ຄະແນນ 480, ລະດັບຄວາມຊຳນານໃນການໃຊ້ພາສາອັງກິດ ຕໍ່າ (Low).
10. ພະນົມເປັນ ປະເທດກຳປູເຈຍ ຄະແນນ 472, ລະດັບຄວາມຊຳນານໃນການໃຊ້ພາສາອັງກິດ ຕໍ່າ (Low).
11. ບາງກອກ ປະເທດໄທ ຄະແນນ 467, ລະດັບຄວາມຊຳນານໃນການໃຊ້ພາສາອັງກິດ ຕໍ່າ (Low).
12. ເນປີດໍ ປະເທດມຽນມາ ຄະແນນ 438, ລະດັບຄວາມຊຳນານໃນການໃຊ້ພາສາອັງກິດ ຕໍ່າຫຼາຍ (Very Low).
ໝາຍເຫດ: ສິງກະໂປ ບໍ່ໄດ້ຖືກນຳມາຈັດອັນດັບໃນຕາຕະລາງນີ້ ເພາະຖືກຈັດເປັນກຸ່ມປະເທດທີ່ໃຊ້ພາສາອັງກິດເປັນພາສາຫຼັກຢູ່ແລ້ວ (Native Speaker) ເຊິ່ງມີມາດຕະຖານສູງກວ່າກຸ່ມທົ່ວໄປ.
ບົດສະຫຼຸບ:
ເຖິງວ່າອັນດັບຂອງນະຄອນຫຼວງວຽງຈັນ ຈະເບິ່ງຄືວ່າດີຂຶ້ນ, ແຕ່ການຈັດຢູ່ໃນກຸ່ມຕ່ຳ “Low Proficiency” ກໍເປັນສັນຍານບອກວ່າ ພວກເຮົາທຸກພາກສ່ວນ ຍັງຕ້ອງໄດ້ສຸມໃສ່ການພັດທະນາການຮຽນ-ການສອນພາສາອັງກິດໃຫ້ທົ່ວເຖິງ ແລະ ມີປະສິດທິພາບຫຼາຍຂຶ້ນ ເພື່ອເພີ່ມຂີດຄວາມສາມາດໃນການແຂ່ງຂັນໃນລະດັບພາກພື້ນ ແລະ ສາກົນ.
ທີ່ມາ: SEA Metropolis
ຮຽບຮຽງໂດຍ Lao Youth Radio FM90MHz

