21 C
Vientiane
Sunday, February 8, 2026

ລັດຖະບານເຕືອນ ຝຸ່ນ PM2.5 ເພິ່ມຂຶ້ນສູງ ເດືອນມີນາ-ເມສາ 2026

ລັດຖະບານ ແລະ ພາກສ່ວນທີ່ກ່ຽວຂ້ອງ ໄດ້ອອກຄຳເຕືອນໃຫ້ປະຊາຊົນທົ່ວປະເທດ ກຽມຮັບມືກັບສະພາບຝຸ່ນຄວັນ PM2.5 ທີ່ຄາດວ່າຈະເພີ່ມສູງຂຶ້ນໃນຊ່ວງເດືອນມີນາ ຫາ ເດືອນເມສາ ປີ 2026 ເນື່ອງຈາກເປັນຊ່ວງລະດູແຫ້ງ ແລະ ມີກິດຈະກຳທີ່ກ່ຽວຂ້ອງກັບການຈູດ–ເຜົາເພີ່ມຂຶ້ນ.

ກອງປະຊຸມວ່າດ້ວຍສະພາບມົນລະພິດອາກາດ ແລະ ຜົນກະທົບຕໍ່ສຸຂະພາບ ທີ່ຈັດຂຶ້ນໂດຍກະຊວງສາທາລະນະສຸກ ຮ່ວມກັບກະຊວງກະສິກຳ ແລະ ສິ່ງແວດລ້ອມ ພ້ອມດ້ວຍການສະໜັບສະໜູນຈາກອົງການອະນາໄມໂລກ (WHO) ໃນວັນທີ 3 ກຸມພາ 2026

ທ່ານ ນາງ ເຕືອນຈິດ ອາລຸນລາສີ ຮອງຫົວໜ້າສະຖາບັນນິເວດວິທະຍາ ແລະ ເຕັກໂນໂລຊີຊີວະພາບ ໄດ້ກ່າວໃນກອງປະຊຸມວ່າ ມົນລະພິດອາກາດ ເປັນປັດໄຈສ່ຽງດ້ານສິ່ງແວດລ້ອມທີ່ຮ້າຍແຮງທີ່ສຸດຕໍ່ສຸຂະພາບຂອງປະຊາຊົນໃນທົ່ວໂລກ.

ຕາມຂໍ້ມູນສະຖິຕິ ໃນປີ 2019 ພົບວ່າ ມີຜູ້ເສຍຊີວິດກ່ອນໄວອັນຄວນກວ່າ 4,2 ລ້ານຄົນ ຈາກການສຳຜັດຝຸ່ນ PM2.5.

ສຳລັບໃນ ສປປ ລາວ ແຫຼ່ງກຳເນີດຫຼັກຂອງຝຸ່ນ PM2.5 ແມ່ນການຈູດ–ເຜົາເພື່ອການກະສິກຳ, ການເຜົາຂີ້ເຫຍື້ອ, ໄຟໄໝ້ປ່າ ແລະ ຄວັນຈາກຍານພາຫະນະ. ມົນລະພິດດັ່ງກ່າວ ຖືກລາຍງານຜ່ານດັດສະນີຄຸນນະພາບອາກາດ (AQI) ໂດຍຝຸ່ນ PM2.5 ຖືວ່າເປັນມົນລະພິດທີ່ມີຄວາມອັນຕະລາຍສູງທີ່ສຸດຕໍ່ສຸຂະພາບ.

ກຸ່ມປະຊາຊົນທີ່ມີຄວາມສ່ຽງສູງ ປະກອບມີ ເດັກນ້ອຍ, ຜູ້ສູງອາຍຸ, ແມ່ຍິງຖືພາ ແລະ ຜູ້ທີ່ມີໂລກປະຈຳຕົວ. ຜົນກະທົບໃນໄລຍະສັ້ນ ສາມາດເຮັດໃຫ້ເກີດອາການແສບຕາ, ລະຄາຍຄໍ–ດັງ, ໄອ ແລະ ຫາຍໃຈລຳບາກ; ຂະນະທີ່ຜົນກະທົບໄລຍະຍາວ ຈະເພີ່ມຄວາມສ່ຽງຕໍ່ໂລກຫົວໃຈ, ໂລກເສັ້ນເລືອດສະໝອງ, ມະເຮັງປອດ ແລະ ໂລກທາງເດີນຫາຍໃຈຊຳເຮື້ອ.

ສຳລັບມາດຕະການຫຼຸດຜ່ອນຜົນກະທົບ ພາກລັດໄດ້ເນັ້ນໃຫ້ຫຼຸດການຈູດ–ເຜົາໃນທຸກຮູບແບບ, ຫຼຸດການນຳໃຊ້ຍານພາຫະນະ ແລະ ບຳລຸງຮັກສາລົດໃຫ້ຢູ່ໃນສະພາບດີ. ພ້ອມກັນນັ້ນ ໄດ້ແນະນຳໃຫ້ປະຊາຊົນຕິດຕາມຂໍ້ມູນຄຸນນະພາບອາກາດ (AQI) ຈາກແຫຼ່ງຂໍ້ມູນທາງການ ແລະ ປະຕິບັດຕາມຄຳແນະນຳດ້ານສຸຂະພາບ ເຊັ່ນ ໃສ່ໜ້າກາກກັນຝຸ່ນ PM2.5, ໃຊ້ເຄື່ອງຟອກອາກາດ ແລະ ຫຼີກລ່ຽງກິດຈະກຳກາງແຈ້ງໃນມື້ທີ່ຄ່າຝຸ່ນຢູ່ໃນລະດັບສູງ.

ຂະນະດຽວກັນ ທ່ານ ດຣ. ນາງ ວຽງຂັນ ພິໄຊ ຮອງຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ ໄດ້ເນັ້ນຢ່າງຊັດເຈນວ່າ ການປົກປ້ອງສຸຂະພາບຂອງປະຊາຊົນ ຈຳເປັນຕ້ອງອາໄສຄວາມຮ່ວມມືຈາກທຸກພາກສ່ວນ ທັງພາກລັດ, ເອກະຊົນ ແລະ ປະຊາຊົນ ໂດຍການຫຼຸດການປ່ອຍມົນລະພິດ ຄວບຄູ່ກັບການປະຕິບັດມາດຕະການປ້ອງກັນຕົນເອງ ເພື່ອຫຼຸດຜ່ອນຄວາມສ່ຽງດ້ານສຸຂະພາບ ໂດຍສະເພາະໃນກຸ່ມສ່ຽງສູງ.

ທີ່ມາ: ສູນຂ່າວສານການແພດສຸຂະສຶກສາ

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles