33 C
Vientiane
Saturday, February 7, 2026

ແຈ້ງທຶນການສຶກສາຫຼັກສູດພາສາອັງກິດຈາກປະເທດໄທ

ຫ້ອງການກະຊວງສຶກສາທິການ ແລະ ກິລາ ຂໍຖືເປັນກຽດແຈ້ງມາຍັງພະນັກງານ ແລະ ທົ່ວປວງຊົນຊາບວ່າ: ກົມ ຄວາມຮ່ວມມືລະຫວ່າງປະເທດ (TICA) ກະຊວງການຕ່າງປະເທດໄທ ເປີດຮັບສະໝັກທຶນການສຶກສາລະດັບ ປະລິນຍາໂທ ມີຈຳນວນ 22 ສາຂາວິຊາຮຽນ ພາຍໃຕ້ທຶນການສຶກສາຂອງ Thailand International Postgraduate Program me (TIPP) ປະຈໍາປີ 2026 ຫຼັກສູດນາໆ ຊາດ (ການຮຽນ-ການສອນເປັນພາສາອັງກິດ) ໄລຍະຮຽນ 02 ປີ ເພື່ອໄປຮຽນໃນສະຖາບັນການສຶກສາຕ່າງໆ ຂອງປະເທດ ໄທ, ສ່ວນຂໍ້ມູນລາຍລະອຽດຂອງແຕ່ລະສາຂາວິຊາຮຽນ ແລະ ເງື່ອນໄຂອື່ນໆ ແມ່ນໃຫ້ຜູ້ສະໝັກເຂົ້າເບິ່ງທີ່ເວັບໄຊສະໝັກທຶນ (TIPP) ລຸ່ມນີ້:

I. ເງື່ອນໄຂຂອງຜູ້ສະໝັກ

– ຕ້ອງເປັນພົນລະເມືອງລາວ/ຖືສັນຊາດລາວ ອາຍຸບໍ່ເກີນ 45 ປີ;

– ມີສຸຂະພາບທາງກາຍ ແລະ ຈິດໃຈແຂງແຮງດີ ຜົນຢັ້ງຢືນການກວດສຸຂະພາບຕາມແບບຟອມຂອງ (TICA);

– ສໍາເນົາໃບປະສະນິຍະບັດ ແລະ ໃບຄະແນນຈົບລະດັບປະລິນຍາຕີ ຄະແນນສະເລ່ຍ 2,50 ຫຼື 65% ຂຶ້ນໄປ;

– ຕ້ອງມີຄວາມຮູ້ພາສາອັງກິດໃນລະດັບດີ TOEFL ຫຼື IELF ມີອາຍຸບໍ່ເກີນ 02 ປີ ຈົນເຖິງວັນສະໝັກ;

– ມີປະສົບການເຮັດວຽກໃນສາຂາທີ່ກ່ຽວຂ້ອງບໍ່ຕໍ່າກວ່າ 1 ປີຂຶ້ນໄປ ແລະ ວິຊາທີ່ສະໝັກຕ້ອງໃຫ້ໃກ້ຄຽງກັບວິຊາທີ່ຈົບ ຜ່ານມາ;

– ໜັງສືຢັ້ງຢືນຈາກຫົວໜ້າບ່ອນທີ່ຕົນເອງສັງກັດ ຈຳນວນ 3 ທ່ານ ( Letters of Recommendations)

– ໂຄງຮ່າງວິທະຍານິພົນ (Research Paper);

II. ເງື່ອນໄຂຜູ້ໃຫ້ທຶນຮັບຜິດຊອບ

ຄ່າຮຽນ, ທີ່ພັກ, ປື້ມແບບຮຽນ ແລະ ເບ້ຍລ້ຽງ ແລະ ຄ່າເດີນທາງ.

III. ແບບຟອມ ແລະ ວິທີສະໝັກ

1) ຜູ້ສະໝັກຕ້ອງຂຽນແບບຟອມສະໝັກໃນຖານຂໍ້ມູນການສະໝັກອອນລາຍທີ່ QR Code ຫຼື https//foms.gle/zaVqiR2GvFY9gwlx8;

2) ຂໍ້ມູນຫຼັກສູດ ແລະ ສາຂາວິຊາຮຽນ (Course details) ແລະ ໃບສະໝັກສາມາດເຂົ້າເບິ່ງທີ ກ້ອງຄອມເມັ້ນ. ພາຍຫຼັງປະກອບເອກະສານເປັນທີ່ຮຽບຮ້ອຍແລ້ວ ຜູ້ສະໝັກທຶນຕ້ອງນໍາສົ່ງ ເອກະສານ ຈໍານວນ 02 ຊຸດ (ສະບັບຕົ້ນ 1 ສະບັບ ແລະ ສຳເນົາ 1 ສະບັບ ມາຍັງພະແນກຄຸ້ມຄອງທຶນການ ສຶກສາ ແລະ ນັກສຶກສາ (ຫ້ອງ 108, ຊັ້ນ 01 ຂອງອາຄານ 4 ຊັ້ນ, ເຂດສະໜາມກິລາເຈົ້າອານຸວົງ) ກົມ ກິດຈະການນັກສຶກສາ ກະຊວງສຶກສາທິການ ແລະ ກິລາ, ກ່ອນວັນທີ 16 ກຸມພາ 2026 ຕາມໂມງລັດຖະການ.

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles