ການຈັດງານມະຫະກໍາບຸນຊ້າງແຂວງໄຊຍະບູລີ ໃນປີ 2026 ນີ້ ຖືວ່າເປັນຄັ້ງທີ 19, ມີຊ້າງເຂົ້າຮ່ວມ 50 ໂຕ ຕາມຈໍານວນປີຄົບຮອບຂອງການສະເຫຼີມສະຫຼອງວັນຊາດຂອງ ສປປ ລາວ ຄົບຮອບ 50 ປີ.
ພາຍໃນງານປະກອບມີກິດຈະກໍາຕ່າງໆດັ່ງນີ້:
– ວັນທີ 10 ກຸມພາ 2026 ຕອນເຊົ້າ ຈະມີການແຂ່ງຂັນແລ່ນມິນິມາລາທອນ, ເຮັດພິທີຄອບເລົ່າ, ບໍລິການຂີ່ຊ້າງທົ່ວໄປ; ຕອນແລງ ຈະມີພິທີເປີດງານຕະ ຫຼາດນັດວາງສະແດງສິນຄ້າທັງພາຍໃນ ແລະ ຕ່າງປະເທດ; ຕອນຄໍ່າ ຊົມການ ສະແດງສິລະປະ-ວັນນະຄະດີ.
– ວັນທີ 11-12 ກຸມພາ 2026 ເປັນການຝຶກຊ້ອມໃຫຍ່ຂະບວນແຫ່ຂອງຊ້າງ, ກ້ອນກໍາລັງຂອງ 8 ເຜົ່າ, ກ້ອນກໍາລັງຂອງແຕ່ລະເມືອງ ແລະ ກ້ອນສະແດງຕ່າງໆ ໃນພິທີເປີດງານ; ຕອນຄໍ່າ ປະກວດນາງສາວທິດາບຸນຊ້າງ.
– ໃນຕອນເຊົ້າຂອງວັນທີ 13 ກຸມພາ 2026 ເປັນມື້ເຮັດພິທີຕັກບາດອຸທິດສ່ວນກຸສົນໃຫ້ຊ້າງ ແລະ ຄວນຊ້າງ; ກວດກາຄວາມພ້ອມຮອບດ້ານໃຫ້ແກ່ການເປີດງານຢ່າງເປັນທາງການ.
– ວັນທີ 14 ກຸມພາ 2026 ເປັນມື້ເປີດງານມະຫະກໍາບຸນຊ້າງ ປະຈໍາປີ 2026 ຢ່າງເປັນທາງການ ແລະ ຈະໄດ້ຮັບຊົມການສະແດງກາຍະສິນຈາກສູນກາງ.
– ວັນທີ 15 ກຸມພາ 2026 ບໍລິການຂີ່ຊ້າງຊົມເມືອງ, ທ່ຽວຊົມການສະແດງຂອງຊ້າງ ແລະ ບັນດາກິດຈະກໍາຕ່າງໆໃນງານບຸນ; ໃນຕອນຄໍ່າຈະມີການສະແດງຄອນເສີດ.
– ວັນທີ 16 ກຸມພາ 2026 ແມ່ນພິທີມອບລາງວັນຕ່າງໆໃຫ້ຊ້າງ ແລະ ກ້ອນຂະ ບວນແຫ່ຂອງແຕ່ລະເມືອງ.
ສໍາລັບກິດຈະກໍາດ້ານ ການທ່ອງທ່ຽວ:
– ກິດຈະກໍາສະແດງຂອງຊ້າງ 15 ລາຍການ.
– ຢູ່ພາຍໃນຕົວເມືອງໄຊຍະບູລີ ກໍ່ໄດ້ມີສະຖານທີ່ສັກກະລະບູຊາ ເປັນຕົ້ນວັດສີບຸນເຮືອງ (ບ້ານໃຫຍ່) ທີ່ໄດ້ປະກາດເປັນມໍລະດົກທ້ອງຖິ່ນຂອງແຂວງ, ນອກນັ້ນ ຍັງມີສະຖານທີ່ກາບໄຫວ້ບູຊາຫໍຫຼັກເມືອງ ແລະ ວັດພູທອກ.
– ສ່ວນສະຖານທີ່ບໍລິການທ່ອງທ່ຽວ ກໍ່ມີສູນອານຸລັກຊ້າງພູແຄນ, ສູນອານຸລັກຊ້າງລາວ ອ່າງນ້ຳຕຽນ ແລະ ສວນສາທາລະນະ ລາວ-ຍີ່ປຸ່ນ ໃຫ້ຢ້ຽມຊົມ.
ທີ່ມາ: ສື່ມວນຊົນແຂວງໄຊຍະບູລີ

