32 C
Vientiane
Saturday, February 7, 2026

4 ກຸມພາ ວັນມະເຮັງໂລກ

ວັນທີ 4 ກຸມພາຂອງທຸກໆປີ ເປັນວັນທີ່ອົງການອະນາໄມໂລກ ແລະ ສະມາຄົມຕໍ່ຕ້ານມະເຮັງສາກົນ ກຳນົດໃຫ້ເປັນວັນມະເຮັງໂລກ (World Cancer Day) ເພື່ອເປັນການບັນເທົາບັນຫາເຈັບປ່ວຍ ແລະ ເສຍຊີວິດຈາກພະຍາດມະເຮັງ.

ພະຍາດມະເຮັງເປັນບັນຫາທາງດ້ານສຸຂະພາບທີ່ສຳຄັນໃນປະເທດລາວ ໂດຍອັດຕາການເກີດ ເເລະ ການເສຍຊີວິດຈາກພະຍາດມະເຮັງນີ້ ເເມ່ນເພີ່ມຂຶ້ນຢ່າງຕໍ່ເນື່ອງໃນເເຕ່ລະປີ.​

ເຊິ່ງອັດຕາການເປັນພະຍາດມະເຮັງທີ່ພົບເຫັນໃນ ສປປ ລາວ ໃນຜູ້ຊາຍຫຼາຍທີ່ສຸດເເມ່ນພະຍາດມະເຮັງຕັບ, ມະເຮັງປອດ, ມະເຮັງລຳໄສ້ ເເລະ ມະເຮັງທະວານໜັກ; ສ່ວນໃນຜູ້ຍິງເເມ່ນພະຍາດມະເຮັງເຕົ້ານົມ, ມະເຮັງຕັບ ເເລະ ມະເຮັງປາກມົດລູກ.

ດັ່ງນັ້ນ, ຢາກຝາກເຖິງທຸກຄົນໃຫ້ພາກັນໝັ່ນກວດເຊັກສຸຂະພາບຕົນເອງຢູ່ສະເໝີ, ກິນອາຫານທີ່ມີປະໂຫຍດ, ອອກກຳລັງກາຍ ແລະ ພັກຜ່ອນໃຫ້ພຽງພໍເພື່ອໃຫ້ສຸຂະພາບແຂງແຮງ.

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles