33 C
Vientiane
Saturday, February 7, 2026

ແຈ້ງທຶນການສຶກສາຂອງ The Chinese University of Hong Kong ສປ. ຈີນ ປະຈໍາປີ 2026

ຫ້ອງການ ກະຊວງສຶກສາທິການ ແລະ ກິລາ ຂໍຖືເປັນກຽດແຈ້ງມາຍັງພະນັກງານ ແລະ ປວງຊົນ ຊາບວ່າ: The Chinese University of Hong Kong ສປ. ຈີນ ເປີດຮັບນັກສຶກສາຕ່າງປະເທດ ຜູ້ທີ່ມີຈຸດປະສົງຢາກໄປ ສຶກສາຕໍ່ໃນລະດັບ ປະລິນຍາຕີ ຊຶ່ງມີຫຼັກສູດຫຼາຍກວ່າ 70 ຫຼັກສູດ ແລະ ມີ 08 ຄະນະວິຊາຮຽນ ຫຼັກສູດການຮຽນ- ການສອນ ເປັນພາສາອັງກິດ ພາຍໃຕ້ທຶນການສຶກສາ The Chinese University of Hong Kong.

I. ເງື່ອນໄຂຜູ້ສະຫມັກ:

– ຕ້ອງເປັນພົນລະເມືອງລາວຖືສັນຊາດລາວ;

– ສໍາເນົາໃບປະກາສະນີຍະບັດ ແລະ ໃບຄະແນນຈົບ ມັດທະຍົມຕອນປາຍໃນລະດັບດີ, ຢູ່ໃນເກດ A;

– ສໍາເນົາ Passport;

– ຈົບມັດທະຍົມຕອນປາຍມີຜົນຮຽນດີ ( IB Diploma, GCE A – Level/ International A-Level, SAT, AT (IELTS= 6.00 TOEFL= 80+ ຂື້ນໄປ);

– ບໍ່ຈໍາກັດອາຍຸ ແຕ່ເນັ້ນນັກສຶກສາທີ່ຈົບມັດທະຍົມຕອນປາຍໃຫມ່ທີ່ຍັງບໍ່ທັນໄດ້ຮຽນຕໍ່ລະດັບປະລິນຍາຕີຢູ່ໃສມາກ່ອນ.

II. ປະເພດທຶນ ແລະ ນະໂຍບາຍທີ່ຈະໄດ້ຮັບ:

1.ປະເພດທີ1: ໄດ້ຮັບເບ້ຍລ້ຽງຮຽນ 45,000 HKD/ປີ ຫຼື (ປະມານ 5,850 $ );

2.ປະເພດທີ2: ຍົກເວັ້ນຄ່າຮຽນ;

3.ປະເພດທີ3: ຍົກເວັ້ນຄ່າຮຽນບາງສ່ວນ;

ສ່ວນນະໂຍບາຍດັ່ງກ່າວແມ່ນໄດ້ຂື້ນກັບຜົນການຮຽນຂອງນັກສຶກສາແຕ່ລະປີ, ນອກຈາກນັ້ນແມ່ນຜູ້ກ່ຽວຮັບຜິດຊອບເອງ.

III. ວິທີສະຫມັກ

– ຮອບທີ 1: ແມ່ນຊ່ວງເດືອນກັນຍາ – ກາງເດືອນພະຈິກ ເຊິ່ງເປັນຊ່ວງທີ່ແນະນໍາທີ່ສຸດເພາະມີໂອກາດໄດ້ຮັບການພິ ຈາລະນາສູງ ແລະ ຮູ້ຜົນໄວ;

– ຮອບທີ 2: ແມ່ນຊ່ວງເດືອນພະຈິກ – ຕົ້ນເດືອນມັງກອນ ເຊິ່ງເປັນຮອບມາດຕະຖານ, ຜູ້ສະຫມັກສ່ວນໃຫຍ່ຈະສົ່ງ ເອກະສານໃນຊວງນີ້;

– ຮອບທີ 3: ແມ່ນຊ່ວງເດືອນມັງກອນ – ຕົ້ນເດືອນພຶດສະພາ ເຊິ່ງເປັນຮອບເກັບຕົກ ຈະພິຈາລະນາສະເພາະບາງສາ ຂາທີ່ຍັງມີບ່ອນຫວ່າງ ແລະ ທຶນການສຶກສາອາດຈະເຫຼືອຫນ້ອຍລົງ.

ພາຍຫຼັງໄດ້ຮັບການຄັດເລືອກທຶນແລ້ວໃຫ້ພິມແບບຟອມສະຫມັກ ຈໍານວນ 1 ສະບັບ ສົ່ງມາຍັງພະແນກຄຸ້ມ ຄອງທຶນການສຶກສາ ແລະ ນັກສຶກສາ (ຫ້ອງ107-108, ຊັ້ນ 1 ຂອງອາຄານ 4 ຊັ້ນ, ເຂດສະຫນາມກິລາເຈົ້າອານຸວົງ) ກົມກິດຈະການນັກສຶກສາ, ກະຊວງສຶກສາທິການ ແລະ ກິລາ.

ດັ່ງນັ້ນ, ຈຶ່ງແຈ້ງມາຍັງປວງຊົນເພື່ອຊາບ ແລະ ດໍາເນີນການສະຫມັກໃຫ້ທັນເວລາດ້ວຍ.

ລາຍລະອຽດຕາມແຈ້ງການດ້ານລຸ່ມ: admission.cuhk.edu.hk

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles