33 C
Vientiane
Saturday, February 7, 2026

ແຈ້ງທຶນການສຶກສາຂອງລັດຖະບານອົດສະຕຣາລີ AAS ສໍາລັບປີ 2027

ຫ້ອງການ ກະຊວງສຶກສາທິການ ແລະ ກິລາ ຂໍຖືເປັນກຽດແຈ້ງມາຍັງພະນັກງານ-ນັກສຶກສາຊາບວ່າ: ສະຖາບັນລາວ- ອົດສະຕຣາລີ LAI ໃນນາມເປັນກອງເລຂາໃຫ້ແກ່ ສະຖານເອກອັກຄະລັດຖະທູດອົດສະຕຣາລີ ປະຈໍາລາວ ໃຫ້ທຶນການ ສຶກສາແກ່ພະນັກງານ ແລະ ນັກສຶກສາລາວ ທົ່ວໄປ ທີ່ມີຄວາມສົນໃຈຢາກໄປສຶກສາຕໍ່. ໃນລະດັບ ວິຊາຊີບຊັ້ນສູງ, ປະລິນຍາໂທ ແລະ ປະລິນຍາເອກ, ຫຼັກສູດຮຽນເປັນ ພາສາອັງກິດ.

I. ເງື່ອນໄຂຜູ້ສະຫມັກ

1) ຕ້ອງເປັນຄົນລາວຖືສັນຊາດລາວ/ຖືສັນຊາດລາວ, ສຸຂະພາບທາງກາຍ ແລະ ຈິດໃຈແຂງແຮງດີ;

2) ອາຍຸລະຫວ່າງ 18 – 50 ປີ ຜູ້ສະຫມັກຕ້ອງເກີດກ່ອນວັນທີ 31 ທັນວາ 2026;

3) ສໍາເນົາໃບປະກາສະນີຍະບັດ ແລະ ຄະແນນຈົບ ຫຼື ທຽບເທົ່າ ລະດັບສູງສຸດ;

4) ໄດ້ອາໃສຢູ່ ສປປ ລາວຢ່າງຫນ້ອຍ 01 ປີ ກ່ອນວັນທີ 30 ເມສາ 2026.

II. ເງື່ອນໄຂຂອງທຶນຮັບຜິດຊອບ: ຄ່າເດີນທາງໄປ-ກັບ, ຄ່າຮຽນ, ຫໍພັກ, ເບ້ຍລ້ຽງ, ຄ່າປະກັນສຸຂະພາບ.

III. ວິທີສະຫມັກ

ເງື່ອນໄຂລະອຽດຂອງຜູ້ສະຫມັກສະເຫນີໃຫ້ເບິ່ງເພີ່ມເຕີມທີ່ ເຟສ ບຸກເພຈ: Australia in Laos ແລະ Laos Australia Institute. ສະຫມັກຜ່ານທາງອອນລາຍ ເຊິ່ງເລີ່ມເປີດຮັບສະ ຫມັກຟອມອອນລາຍ ວັນອາທິດ, ວັນທີ 01 ກຸມພາ 2026 ຈົນເຖິງ ວັນພະຫັດ, ວັນທີ 30 ເມສາ 2026.

ລາຍລະອຽດຕາມແຈ້ງການ: australiaawardslaos.org

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles