ແຜ່ນແພ ເຜົ່າກະຕາງ ພັດທະນາສູ່ຕະຫຼາດສາກົນ ສ້າງລາຍຮັບສູງເຖິງ 120ລ້ານກີບຕໍ່ປີ

ຜະລິດຕະພັນແຜ່ນແພ ຜ້າແພລາຍເຜົ່າກະຕາງ ບ້ານດີນດາກ ເມືອງຕຸ້ມລານ ແຂວງສາລະວັນ ໄດ້ຮັບຄວາມນິຍົມທັງພາຍໃນ ແລະ ຕ່າງປະເທດ. ຜະລິດຕະພັນດັ່ງກ່າວແມ່ນສືບທອດກັນມາແຕ່ ປູ່ຍ່າຕາຍາຍ ທີ່ເຄີຍໃຊ້ໃນພິທີກຳ ແລະ ເປັນເຄື່ອງຝາກຂອງ ຕ້ອນ.ປະຈຸບັນໄດ້ກາຍເປັນສິນຄ້າໂອດ໋ອບທີ່ສ້າງລາຍຮັບ ແລະ ຍົກ ລະດັບຊີວິດການເປັນຢູ່ ຂອງປະຊາຊົນ.

ທ້າວ ສຸກມີໃຊ ຂຸນລາດສຸວັນນະວົງ ອາຍຸ 28 ປີຄອບຄົວຕົວ ດ້ານການຈໍາໜ່າຍຜະລິດຕະພັນແຜ່ແພ ຜ້າລາຍເປັນ ສີນຄ້າຂອງເຜົ່າກະຕາງຜູ້ລິເລີ່ມຂາຍຜະລິດຕະພັນແຜ່ນແພຈາກການ ນໍາເອົາສີ້ນຂອງແມ່ຕ່ຳໄປຂາຍໃຫ້ຄູອາຈານ ຢູ່ໂຮງຮຽນມັດທະຍົມໂພນ ສະຫວັນແຂວງສະຫວັນນະເຂດ ຈໍາ ນວນ 10 ຜືນ ແລະ ຂາຍຈົນ ໝົດໃນລາຄາຜືນລະ 5 ໝື່ນກີບ. ຈາກນັ້ນໄດ້ຂະຫຍາຍການຮັບຊື້- ຂາຍຈົນມີລາຍຮັບເພີ່ມຂຶ້ນເຖິງ 17 ລ້ານກີບ ແລະ ຕໍ່ມາໄດ້ມີລູກຄ້າ ທາງນະຄອນຫລວງວຽງຈັນ ຕິດຕໍ່ຮັບຊື້ປະເພດ ສີ້ນ, ແພ, ຜ້າຫູນ ສີ້ນມັດມີ່ ແລະ ອື່ນໆ ມູນຄ່າ 25 ລ້ານກີບ. ຫລັງຈາກນັ້ນກໍ່ໄດ້ ພັດທະນາ ຂາຍຜ່ານລະບົບອອນລາຍ, ໂພສຂາຍ ແລະ ໄລຟສົດ ເຮັດ ໃຫ້ມີລູກຄ້າເພີ່ມຂຶ້ນມີລາຍຮັບສະເລ່ຍ 100-150 ລ້ານກີບ ແລະ ຂາຍສົ່ງອອກປະເທດໄທ ໄດ້ເງິນປະມານ 5-7 ໝື່ນບາດ.

ປີ 2025 ໄດ້ມີລູກຄ້າຈາກສະຫາລັດອາເມລິກາ ຕິດຕໍ່ຜ່ານ ອອນລາຍສັ່ງເຄື່ອງນໍາ 2 ຄັ້ງ ມູນຄ່າ 4,500 ໂດລາ ແລະ ລູກຄ້າ จาກປະເທດຍີ່ປຸ່ນ 15 ລ້ານກີບ. ນອກນັ້ນໄດ້ນໍາຜະລິດຕະພັນໄປ ຮ່ວມວາງຂາຍໃນງານສໍາຄັນ ຂອງພັກ-ຂອງຊາດ ທັງພາຍໃນເມືອງ, ແຂວງ, ຕ່າງແຂວງ ແລະ ຢູ່ປະເທດໄທ ຫຼາຍກວ່າ 10 ຄັ້ງ. ປະຈຸບັນ ລວມຍອດຂາຍ ສູງເຖິງ 350 ລ້ານກີບ ຫັກຕົ້ນທຶນໃຫ້ກຸ່ມຜູ້ຜະລິດ ເຫລືອກໍາໄລ 120 ລ້ານກີບ.

ປະຈຸບັນໄດ້ສ້າງກຸ່ມຕ່ຳແຜ່ນແພ 100 ກວ່າ ທີ່ ຢູ່ 12 ບ້ານ ໂດຍ ຜະລິดຜ້າຫຼາຍຮູບແບບ ເຊັ່ນ ລາຍນາກໄຕເຄຶອ, ລາຍຂໍເກາະ, ລາຍ ດອກຕາເວັນ, ລາຍຫອນພະຍານາກ ແລະ ຍັງຮັບຕໍ່າຕາມແບບທີ່ ລູກຄ້າຕ້ອງການ ເຮັດໃຫ້ສາມາດຍົກລະດັບຊີວິດ ຈາກຄວາມທຸກຍາກ ໄດ້ມີເຮືອນ, ມີດິນ ແລะ ພາຫະນະ ຮັບໃຊ້ສ່ວນຕົວ. ຄວາມສໍາເລັດນີ້ ແມ່ນເກີດຈາກການສົ່ງເສີມ ຂອງພັກ-ລັດ ແລະ ຄວາມຂະຫຍັນພຽນ ຂອງສະມາຊິກໃນຄອບຄົວ ແລະ ກຸ່ມຕ່ຳແຜ່ນແຜຂອງ ເອື້ອຍນ້ອງແມ່ ຍິງ ກໍ່ຄືຫັດຖະກຳຕ່ຳແຜ່ນແພ ຂອງເຜົ່າກະຕາງ ທີ່ໄດ້ຖືກຮັບຮອງເປັນ! ສິນຄ້າ 1 ເມືອງ 1 ຜະລິດຕະພັນ ທັງໄດ້ຮັບຮອງເປັນມໍລະດົກ ແຫ່ງຊາດລະດັບທ້ອງຖິ່ນ. ໃນອະນາຄົດ ສຸກມີໄຊ ຈະພັດທະນາຕື່ມໄປ ໃຫ້ ທັນສະໄຫມຈົນສາມາດຈົດທະບຽນລິຂະສິດ ແລະ ສ້າງເປັນແຫລ່ງ ທ່ອງທ່ຽວທາງວັດທະນະທໍາ ຂອງເມືອງຕຸ້ມລານ ໃຫ້ມີຄວາມຍືນຍົງ ຕໍ່ໄປ.

ບົດຄວາມນີ້ ຜະລິດໂດຍ ນາງ ແກ້ງອຸດອນ ຕາວັນສີ, ຜູ້ເຂົ້າຮ່ວມໂຄງການ GAMCIL ຊຶ່ງເປັນໂຄງການ ເພື່ອສ້າງຄວາມເຂັ້ມແຂງ ໃຫ້ກັບນັກຂ່າວ/ຜູ້ສ້າງຄອນເທັນ ໃນ ສປປ ລາວ ໂດຍໄດ້ຮັບທຶນການສະໜັບສະໜູນໂດຍ ສະຫະພາບເອີຣົບ.

#ຕໍ່າແຜ່ນແພ#ເຜົ່າກະຕາງ#ລາຍຮັບ#ສາລະວັນ

#GAMCIL#CAREinLaos#EUinlaos#LJA

#greendevelopmentissues

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles