ສະພາບອາກາດໃນທົ່ວປະເທດ ພົບ 6 ຈຸດສ່ຽງອັນຕະລາຍຕໍ່ສຸຂະພາບ

ສະຖາບັນນິເວດວິທະຍາ ແລະ ເຕັກໂນໂລຊີຊີວະພາບ, ກະຊວງກະສິກຳ ແລະ ປ່າໄມ້ ໄດ້ເປີດເຜີຍລາຍງານການວັດແທກຄຸນນະພາບອາກາດ (PM 2.5) ປະຈຳວັນທີ 27 ມີນາ 2026 ເຫັນວ່າຫຼາຍຈຸດໃນທົ່ວປະເທດກຳລັງປະເຊີນກັບບັນຫາຝຸ່ນລະອອງເກີນມາດຕະຖານ.

ສ່ອງຕົວເລກຈຸດທີ່ໜ້າເປັນຫ່ວງ:

ອີງຕາມຕາຕະລາງດັດຊະນີຄຸນນະພາບອາກາດ (AQI), ພົບວ່າຫຼາຍແຂວງມີຄ່າຝຸ່ນສູງໃນລະດັບ “ເລີ່ມມີຜົນກະທົບຕໍ່ສຸຂະພາບ” (ສີສົ້ມ) ໂດຍສະເພາະ:

ຈຳປາສັກ (ບ້ານສະພານໄຊ): ຄ່າ ດັດຊະນີຄຸນນະພາບອາກາດ ພຸ່ງສູງເຖິງ 190 ໄມໂຄຣກຣາມ ຕໍ່ແມັດກ້ອນ​ (ສູງທີ່ສຸດໃນລາຍງານ).​

ສາລະວັນ (ບ້ານນາເຫຼັກ): ຄ່າ ດັດຊະນີຄຸນນະພາບອາກາດ ຢູ່ທີ່ 183 ໄມໂຄຣກຣາມ ຕໍ່ແມັດກ້ອນ.

ອັດຕະປື (ບ້ານຫຼັກສາມ): ຄ່າ ດັດຊະນີຄຸນນະພາບອາກາດ ຢູ່ທີ່ 179 ໄມໂຄຣກຣາມ ຕໍ່ແມັດກ້ອນ.​

ບໍ່ແກ້ວ (ບ້ານອຸດົມ): ຄ່າ ດັດຊະນີຄຸນນະພາບອາກາດ ຢູ່ທີ່ 165 ໄມໂຄຣກຣາມ ຕໍ່ແມັດກ້ອນ.​

ຫຼວງພະບາງ (ບ້ານຫາດຫຼວງ): ຄ່າ ດັດຊະນີຄຸນນະພາບອາກາດ ຢູ່ທີ່ 157 ໄມໂຄຣກຣາມ ຕໍ່ແມັດກ້ອນ.​

ໄຊສົມບູນ (ບ້ານພູຫົວຊ້າງ): ຄ່າ ດັດຊະນີຄຸນນະພາບອາກາດ ຢູ່ທີ່ 156 ໄມໂຄຣກຣາມ ຕໍ່ແມັດກ້ອນ.​

ສຳລັບ ນະຄອນຫຼວງວຽງຈັນ ກໍ່ມີສະພາບອາກາດທີ່ “ມີຜົນກະທົບເລັກນ້ອຍ” (ສີເຫຼືອງເຂັ້ມ) ເຊິ່ງຄ່າ ດັດຊະນີຄຸນນະພາບອາກາດ ສະເລ່ຍຢູ່ລະຫວ່າງ 115 – 124 ໄມໂຄຣກຣາມ ຕໍ່ແມັດກ້ອນ.

ຝຸ່ນ PM 2.5 ມາຈາກໃສ?

ສາເຫດຫຼັກທີ່ເຮັດໃຫ້ຄ່າຝຸ່ນສູງຂຶ້ນໃນໄລຍະນີ້ແມ່ນມາຈາກ:

ການຈູດປ່າ ແລະ ຈູດເນື້ອທີ່ທຳການກະເສດ: ເພື່ອເລີ່ມຕົ້ນລະດູການຜະລິດໃໝ່.

ການຈູດຂີ້ເຫຍື້ອໃນທີໂລ່ງແຈ້ງ: ຕາມຊຸມຊົນຕ່າງໆ.

ຄວັນຈາກຍານພາຫະນະ ແລະ ໂຮງງານອຸດສາຫະກຳ.

ສະພາບອາກາດປິດ: ເຮັດໃຫ້ຝຸ່ນລະອອງບໍ່ສາມາດລະບາຍອອກສູ່ຊັ້ນບັນຍາກາດເບື້ອງເທິງໄດ້.

ອັນຕະລາຍທີ່ບໍ່ຄວນເບິ່ງຂ້າມ:

ຝຸ່ນ PM 2.5 ມີຂະໜາດນ້ອຍກວ່າ 2.5 ໄມຄຣອນ (ນ້ອຍກວ່າເສັ້ນຜົມ 20-30 ເທົ່າ), ສາມາດຊຶມເຂົ້າສູ່ກະແສເລືອດ ແລະ ປອດໄດ້ໂດຍກົງ ເຮັດໃຫ້:

ເກີດການລະຄາຍເຄືອງຕາ, ດັງ ແລະ ຄໍ.

ກະຕຸ້ນອາການພູມແພ້, ຫືດຫອບ.

ໃນໄລຍະຍາວອາດກໍ່ໃຫ້ເກີດພະຍາດທາງເດີນຫາຍໃຈຊ້ຳເຮື້ອ ແລະ ພະຍາດຫົວໃຈ.

ວິທີປ້ອງກັນຕົນເອງ:

ຫຼີກລ່ຽງເຮັດກິດຈະກຳກາງແຈ້ງ: ໂດຍສະເພາະກຸ່ມສ່ຽງ (ເດັກນ້ອຍ, ຜູ້ສູງອາຍຸ ແລະ ແມ່ຍິງຖືພາ​ ຫຶຼຜູ້ມີພະຍາດປະຈຳຕົວ).

ໃສ່ຜ້າອັດປາກ-ດັງ: ຄວນເປັນຊະນິດ N95 ທີ່ສາມາດຕອງຝຸ່ນລະອອງຂະໜາດນ້ອຍໄດ້.

​ປິດປະຕູປ່ອງຢ້ຽມ: ເພື່ອປ້ອງກັນຝຸ່ນເຂົ້າເຮືອນ ແລະ ໃຊ້ເຄື່ອງຟອກອາກາດ (ຖ້າມີ).

ດື່ມນ້ຳສະອາດໃຫ້ພຽງພໍ: ເພື່ອຊ່ວຍຂັບຖ່າຍສານພິດອອກຈາກຮ່າງກາຍ.

ຂໍຄວາມຮ່ວມມື: ຊ່ວຍກັນງົດການເຜົາໄໝ້ທຸກຊະນິດໃນທີ່ໂລ່ງແຈ້ງ ເພື່ອຫຼຸດຜ່ອນມົນລະພິດທາງອາກາດ ແລະ ສ້າງສິ່ງແວດລ້ອມທີ່ດີໃຫ້ກັບລູກຫຼານພວກເຮົາ.

Lao Youth​ ​Radio​ FM​ 90.0 ​MHz

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles