ໂຄງການ Lao Center ແລນມາກແຫ່ງໃໝ່ໃຈກາງນະຄອນຫຼວງວຽງຈັນ ປະກາດຄວາມພ້ອມ ກຽມເປີດໃຫ້ບໍລິການຢ່າງເປັນທາງການໃນເດືອນພຶດສະພາ 2028 ນີ້. ໂດຍຈະກາຍເປັນອາຄານທີ່ສູງທີ່ສຸດໃນ ສປປ ລາວ ທີ່ຮວບຮວມເອົາຄວາມທັນສະໄໝ ແລະ ຄວາມຫຼູຫຼາມາໄວ້ໃນບ່ອນດຽວກັນ.
ໂຄງການຕັ້ງຢູ່ຖະໜົນຄູວຽງ, ບ້ານພະໂພ, ເມືອງສີສັດຕະນາກ ພັດທະນາໂດຍບໍລິສັດ Qiancheng Group ຮ່ວມກັບ ກະຊວງປ້ອງກັນຄວາມສະຫງົບ.
ເນື້ອທີ່ກໍ່ສ້າງ: 144,000 ຕາແມັດ.
ອາຄານຫຼັກ: ສູງ 46 ຊັ້ນ (155 ແມັດ).
ຊັ້ນ 5-17: ແມ່ນໂຮງແຮມລະດັບ 5 ດາວ (ຕົບແຕ່ງ Full-option).
ຊັ້ນ 18: ແມ່ນສູນລວມຄວາມບັນເທີງ, ຮ້ານອາຫານ ແລະ ສູນຫຼິ້ນເດັກນ້ອຍ.
ຊັ້ນ 19-30: ແມ່ນຄອນໂດມີນຽມມາດຕະຖານ.
ຊັ້ນ 31 ຂຶ້ນໄປ: ແມ່ນເພນເຮົ້າສ໌ (Penthouse) ສຸດຫຼູຫຼາ ພ້ອມສະລອຍນ້ຳເທິງດາດຟ້າ.
ອາຄານສຳຮອງ: ສູງ 12 ຊັ້ນ ເນັ້ນສິ່ງອຳນວຍຄວາມສະດວກຄົບວົງຈອນ.
ປັດຈຸບັນໂຄງການໄດ້ເປີດໃຫ້ຈອງລ່ວງໜ້າແລ້ວ ພ້ອມຂໍ້ສະເໜີສຸດພິເສດ:
ລາຄາເລີ່ມຕົ້ນ: ສະເລ່ຍ 19,800 ຢວນ/ຕາແມັດ.
ຂະໜາດຫ້ອງ: ມີໃຫ້ເລືອກຕັ້ງແຕ່ 52.3 ຫາ 165 ຕາແມັດ.
ການສະໜັບສະໜູນດ້ານການເງິນ: ມີການປະສານງານກັບທະນາຄານຊັ້ນນຳ ເຊັ່ນ: BCEL, BIC ແລະ Indochina Bank ເພື່ອອຳນວຍຄວາມສະດວກດ້ານສິນເຊື່ອໃຫ້ແກ່ລູກຄ້າ.
ສິດນຳໃຊ້: ມີອາຍຸສັນຍາສຳປະທານ 50 ປີ ຕາມລະບຽບກົດໝາຍຂອງ ສປປ ລາວ.
ທ່ານ Gong Wenzhong, ຮອງປະທານບໍລິສັດ Qiancheng Group ໃຫ້ຮູ້ວ່າ ໂຄງການນີ້ບໍ່ພຽງແຕ່ເປັນການຍົກລະດັບຜັງເມືອງ ແຕ່ຍັງຊ່ວຍກະຕຸ້ນເສດຖະກິດ:
ການຈ້າງງານ: ປັດຈຸບັນມີການຈ້າງງານແລ້ວ 200-300 ຕຳແໜ່ງ ແລະ ຄາດວ່າຈະເພີ່ມຂຶ້ນເປັນ 800-1,000 ຕຳແໜ່ງ ເມື່ອໂຄງການສຳເລັດສົມບູນ.
ການສະໜັບສະໜູນ: ໂຄງການໄດ້ຮັບການສະໜັບສະໜູນຢ່າງດີຈາກພັກ-ລັດຖະບານ ໃນດ້ານນະໂຍບາຍພາສີ ແລະ ເຕັກນິກການກໍ່ສ້າງອາຄານສູງ.
ສົນໃຈຢ້ຽມຊົມຫ້ອງຕົວຢ່າງໄດ້ທີ່:
ໜ້າສູນການຄ້າ Parkson (ຈຸດທີ 1)
ຊັ້ນ 6 ຂອງອາຄານສຳຮອງໂຄງການ Lao Center (ຈຸດທີ 2)
ຂໍ້ມູນຈາກ: ວຽງຈັນໃໝ່


