ນະຄອນຫຼວງວຽງຈັນ ຫາລືຟື້ນຟູ 2 ເມືອງທີ່ໄດ້ຮັບຜົນກະທົບຈາກພາຍຸໝາກເຫັບ

ແກ້ໄຂຜົນກະທົບຕໍ່ຄອບຄົວຜູ້ປະສົບໄພພິບັດພາຍຸໝາກເຫັບ ໃນວັນທີ 22 ຜ່ານມາ ຢູ່ໃນ 17 ບ້ານຂອງສອງຄື: ເມືອງສີໂຄດຕະບອງ ແລະ ເມືອງນາຊາຍທອງ ຈັດຂຶ້ນໃນວັນທີ 26 ມີນາ 2026 ຢູ່ຫ້ອງວ່າການນະຄອນຫຼວງວຽງ ຈັນ (ນວ) ໂດຍການເປັນທານຂອງ ທ່ານ ອາດສະພັງທອງ ສີພັນດອນ ເລຂາຄະນະພັກນະຄອນຫລວງວຽງຈັນ, ມີຄະນະກໍາ ມະການຄຸ້ມຄອງໄພພິບັດຂັ້ນ ນວ, ເມືອງ ແລະ ພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້, ໄດ້ປຶກສາຫາລືວິທີການແກ້ໄຂສຸກເສີນ ແລະ ຟື້ນຟູໄພພິບັດຈາກພະຍຸໜາກເຫັບຢູ່ເມືອງສີໂຄດຕະບອງ ແລະ ເມືອງນາຊາຍທອງ ໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ, ພ້ອມ ທັງໄດ້ຮັບຟັງການລາຍງານສະພາບການຟື້ນຟູ ແລະ ການໃຫ້ການຊ່ວຍເຫລືອຈາກພາກລັດ-ເອກະຊົນ ນັບແຕ່ວັນທີ 23 ເດືອນມີນາ ມາເຖິງປັດຈຸບັນຈາກອົງການປົກຄອງຂອງສອງເມືອງ ທີ່ຖືກຜົນກະທົບດັ່ງກ່າວ ເພື່ອເປັນການຊອກຫາທິດທາງຟື້ນຟູ ແລະ ຊ່ວຍເຫລືອເຂົາເຈົ້າໃຫ້ສາມາດປັບປຸງຊີວິດການເປັນຢູ່ຂອງຄອບຄົວດີຂຶ້ນ.

ຜົນກະທົບໄພພິບັດທຳມະຊາດຄັ້ງນີ້, ສຳລັບເມືອງສີໂຄດຕະບອງ ມີ 10 ບ້ານ, 5.000 ກວ່າຫລັງຄາ, ໂຮງຮຽນ 5 ແຫ່ງ, ວັດ 2 ແຫ່ງ, ຫ້ອງການບ້ານ 1 ຫຼັງ, ສຸກສາລາບ້ານ 1 ແຫ່ງ, ສູນຜະລິດຢາວັກຊິນ 1 ແຫ່ງ, ລົດໃຫຍ່ເປ່ເພ 53 ຄັນ, ປະຊາຊົນໄດ້ຮັບບາດເຈັບ 9 ຄົນ ແລະ ຄ້າຍທະຫານກອງພັນໃຫຍ່ ຈໍ 11 ໄດ້ຮັບຜົນເສຍຫາຍ 109 ຫລັງຄາ. ສ່ວນເມືອງນາຊາຍທອງ ມີ 7 ບ້ານ, 478 ຫລັງຄາເຮືອນທີ່ໄດ້ຮັບຜົນເສຍຫາຍ.

ສຳລັບການຊ່ວຍເຫລືອບັນເທົາທຸກເບື້ອງຕົ້ນ ປະກອບມີທັງພາກລັດ ແລະ ເອກະຊົນ. ໃນນັ້ນ, ພາກລັດໄດ້ມອບເຄື່ອງຊ່ວຍເຫຼືອສຸກເສີນປະກອບມີເຂົ້າສານຈ້າວ, ເຄື່ອງໃຊ້ຄົວເຮືອນ, ເຄື່ອງສຸຂະອະນາໄມ, ມຸ້ງ, ສາດຢາງ, ໝີ່ໄວໆ, ປ໋ອງປາ ແລະ ເງິນຈຳນວນໜຶ່ງ. ສ່ວນພາກເອກະຊົນ ກໍໄດ້ໃຫ້ການຊ່ວຍເຫລືອນ້ຳດື່ມ ແລະ ກະເບື້ອງ ເພື່ອປະກອບສ່ວນຟື້ນຟູຜົນກະທົບຄັ້ງນີ້ ຕື່ມອີກ.

ທີ່ມາ: ຄວາມສະຫງົບ

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles