ທະນາຄານແຫ່ງ ສປປ ລາວ ພາກເໜືອ ອອກແຈ້ງການດ່ວນ! ສະກັດກັ້ນຂ່າວລື “ລະບົບຖືກແຮັກ-ດູດເງິນ” ຢືນຢັນລະບົບການເງິນຍັງປອດໄພ 100%

ສາຂາ ທະນາຄານແຫ່ງ ສປປ ລາວ ພາກເໜືອ ແຂວງຊຽງຂວາງ (ທຫລ.ຊຂ) ອອກແຈ້ງການສະບັບເລກທີ 272/ທຫລ.ຊຂ (ລົງວັນທີ 27 ມີນາ 2026) ເພື່ອຊີ້ແຈງ ແລະ ຢືນຢັນຄວາມຈິງຕໍ່ກັບກະແສຂ່າວລືໃນສື່ສັງຄົມອອນລາຍ ທີ່ສ້າງຄວາມແຕກຕື່ນໃຫ້ແກ່ສັງຄົມໃນໄລຍະນີ້.

​ຂໍ້ເທັດຈິງທີ່ພໍ່ແມ່ປະຊາຊົນຄວນຊາບ:

​ຂ່າວລືບໍ່ມີມູນຄວາມຈິງ: ຂໍ້ມູນທີ່ວ່າລະບົບທະນາຄານຖືກ hack, ບັນຊີຖືກດູດເງິນ ຫຼື ອິນເຕີເນັດຈະຖືກຕັດ ແມ່ນ ຂໍ້ມູນບິດເບືອນ ທີ່ສ້າງຂຶ້ນເພື່ອໃຫ້ເກີດຄວາມສັບສົນ.

​ລະບົບມີຄວາມປອດໄພ: ລະບົບການເງິນ-ທະນາຄານ ຍັງດຳເນີນງານໄດ້ຕາມປົກກະຕິ ພາຍໃຕ້ມາດຕະການຄຸ້ມຄອງທີ່ເຂັ້ມງວດ.

​ການບໍລິການປົກກະຕິ: ການໂອນເງິນ, ຖອນເງິນ ແລະ ທຸລະກຳຕ່າງໆ ຍັງສາມາດເຮັດໄດ້ຕາມປົກກະຕິຢູ່ບັນດາທະນາຄານທຸລະກິດ.

​ຄຳເຕືອນກ່ຽວກັບການຖອນເງິນສົດ:

ການແຫ່ກັນໄປຖອນເງິນສົດເປັນຈຳນວນຫຼາຍມາເກັບໄວ້ຢູ່ເຮືອນ ມີຄວາມສ່ຽງສູງຕໍ່:

​ການຖືກລັກຂະໂມຍ ຫຼື ປຸ້ນຈີ້.

​ອັກຄີໄພ (ໄຟໄໝ້) ຫຼື ໄພພິບັດຕ່າງໆ ທີ່ອາດເຮັດໃຫ້ສູນເສຍຊັບສິນໂດຍບໍ່ສາມາດຮຽກຄືນໄດ້.

​ເສຍໂອກາດໃນການໄດ້ຮັບດອກເບ້ຍຈາກທະນາຄານ.

​ບຸກຄົນ ຫຼື ກຸ່ມຄົນໃດທີ່ມີເຈດຕະນາເຜີຍແຜ່ຂ່າວລື ຫຼື ປັ່ນປ່ວນຂໍ້ມູນທີ່ບໍ່ຖືກຕ້ອງ ຈະຖືກເຈົ້າໜ້າທີ່ດຳເນີນຄະດີຕາມກົດໝາຍຢ່າງເຂັ້ມງວດ!

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles