ບໍລິສັດ ລັດວິສາຫະກິດນ້ຳມັນເຊື້ອໄຟລາວ ໄດ້ແຈ້ງຄວາມຄືບໜ້າການຈັດຫານ້ຳມັນເພື່ອຮັບໃຊ້ສັງຄົມວ່າ:
ປັດຈຸບັນ, ນ້ຳມັນກາຊວນ ມາດຕະຖານ ຢູໂຣ ຈຳນວນ 2.400.000 ລິດ ທີ່ນຳເຂົ້າຈາກຄູ່ຮ່ວມຍຸດທະສາດໃນອາຊຽນ ໄດ້ຂົນສົ່ງມາຮອດທ່າເຮືອ ຫງິເຊິນສສ ຫວຽດນາມ ເປັນທີ່ຮຽບຮ້ອຍແລ້ວ.
ເຈົ້າໜ້າທີ່ກຳລັງເລັ່ງດຳເນີນການຄ່ຽນຖ່າຍນ້ຳມັນຈາກເຮືອຂົນສົ່ງ ເຂົ້າສູ່ສາງນ້ຳມັນ ແອ້ງຟາດ ແຂວງແທັງຮວາ. ພາຍຫຼັງສຳເລັດການຄ່ຽນຖ່າຍແລ້ວ, ຂະບວນລົດຂົນສົ່ງຈະເລີ່ມລຳລຽງນ້ຳມັນເຂົ້າສູ່ ສປປ ລາວ ທັນທີ ເພື່ອ:
ບັນຈຸເຂົ້າສາງສຳຮອງ ຂອງ ລັດວິສາຫະກິດນ້ຳມັນເຊື້ອໄຟລາວ ໃນຂອບເຂດທົ່ວປະເທດ.
ກະຈາຍສູ່ສະຖານີບໍລິການ ທັງປ້ຳຕົວແບບ ແລະ ປ້ຳຕົວແທນຈຳໜ່າຍຢ່າງວ່ອງໄວ.
ການດຳເນີນງານໃນຄັ້ງນີ້ ແມ່ນເພື່ອເປັນການຈັດຕັ້ງປະຕິບັດຕາມແຜນຍຸດທະສາດ:
ຮັບປະກັນສະຖຽນລະພາບ: ສ້າງຄວາມໝັ້ນໃຈວ່າຈະມີນ້ຳມັນພຽງພໍຕໍ່ຄວາມຕ້ອງການ.
ການສະໜອງທີ່ຕໍ່ເນື່ອງ: ຫຼຸດຜ່ອນບັນຫາການຂາດແຄນ ແລະ ຮັບໃຊ້ການຜະລິດ-ການຊົມໃຊ້ຂອງສັງຄົມຢ່າງທົ່ວເຖິງ.
ພາບ ແລະ ຂ່າວ: ລັດວິສາຫະກິດນ້ຳມັນເຊື້ອໄຟລາວ


