ໜຸ່ມໄວ 42 ປີ ຢຶດອາຊີບປູກຝັງລ້ຽງສັດ ສ້າງລາຍຮັບ 96ລ້ານກີບຕໍ່ປີ

ການຫັນມາຍຶດຖືອາຊີບກະສິກຳປູກຝັງ-ລ້ຽງສັດ ເພື່ອເປັນພື້ນຖານເສດຖະກິດຄອບຄົວ ກຳລັງກາຍເປັນຕົວແບບທີ່ໜ້າສົນໃຈ ໃນການສ້າງລາຍຮັບ ແລະ ຫຼຸດພົ້ນຈາກຄວາມທຸກຍາກຢ່າງຍືນຍົງ. ດັ່ງຕົວຢ່າງຄອບຄົວຂອງ ທ່ານ ສີສຸພັນ ສຸດທິຈັກ ອາຍຸ 41 ປີ, ຢູ່ບ້ານເວີນແຄນ ເມືອງສາມັກຄີໄຊ ແຂວງອັດຕະປື ທີ່ປະສົບຜົນສຳເລັດໃນການລ້ຽງນົກກະທາເປັນອາຊີບເສີມ ຈົນສາມາດສ້າງລາຍຮັບສະເລ່ຍສູງເຖິງ 96 ລ້ານກີບຕໍ່ປີ.

ທ່ານ ສີສຸພັນ ໄດ້ເປີດເຜີຍໃນວັນທີ 23 ມີນາ 2026 ນີ້ວ່າ: “ສວນເວີນແຄນ” ເລີ່ມຕົ້ນຂຶ້ນໃນປີ 2020 ເທິງເນື້ອທີ່ຈຳກັດພຽງ 30×40 ແມັດ. ຈຸດເລີ່ມຕົ້ນແມ່ນມາຈາກການປູກພືດຜັກສວນຄົວໄວ້ບໍລິໂພກໃນຄອບຄົວ ແລະ ຕ້ອງການຫັນມາໃຊ້ຝຸ່ນຄອກແທນຝຸ່ນເຄມີເພື່ອສຸຂະພາບ. ທ່ານຈຶ່ງຕັດສິນໃຈທົດລອງລ້ຽງນົກກະທາ 50 ໂຕທຳອິດ ເພື່ອຫວັງພຽງຈະເອົາຂີ້ນົກມາເຮັດຝຸ່ນຫຼຸດຕົ້ນທຶນການຜະລິດ.

ຈາກການສຶກສາ ແລະ ຮຽນຮູ້ຕົວຈິງ ພົບວ່າການລ້ຽງນົກກະທາມີຂໍ້ດີຫຼາຍຢ່າງ:

​ເຕີບໂຕໄວ: ໃຊ້ເວລາລ້ຽງພຽງ 40 ວັນ ກໍສາມາດຂາຍໂຕນົກໄດ້.

ໃຫ້ຜົນຜະລິດໄວ: ພາຍໃນ 45 ວັນ ກໍເລີ່ມໃຫ້ໄຂ່.

ປະຢັດເນື້ອທີ່: ຄອກຂະໜາດ ຍາວ 150 ຊມ, ກວ້າງ 60 ຊມ ແລະ ສູງ 20 ຊມ ສາມາດລ້ຽງນົກໄດ້ເຖິງ 100 ໂຕ.

ຕົ້ນທຶນຕ່ຳ: ນົກໄຂ່ 1 ໂຕ ກິນອາຫານສະເລ່ຍ 20 ກຣາມ/ວັນ (ຕົ້ນທຶນປະມານ 200 ກີບ/ໂຕ/ມື້).

ເຖິງວ່າຈະເຄີຍຢຸດພັກການລ້ຽງໄປຊົ່ວຄາວໃນທ້າຍປີ 2022 ຍ້ອນຄວາມບໍ່ພ້ອມດ້ານແຮງງານ, ແຕ່ໃນປີ 2024 ທ່ານ ສີສຸພັນ ໄດ້ກັບມາລຸຍຄືນໃໝ່ດ້ວຍ “ລະບົບການຈັດການທີ່ມີປະສິດທິພາບ” ໂດຍເນັ້ນການໃຊ້ເຕັກນິກເພື່ອຫຼຸດຜ່ອນແຮງງານຄົນ ແຕ່ເພີ່ມປະລິມານ ແລະ ຄຸນນະພາບ. ປັດຈຸບັນ ສາມາດສ້າງລາຍຮັບໄດ້ 7-8 ລ້ານກີບຕໍ່ເດືອນ.

ນອກຈາກນົກກະທາແລ້ວ, ຢູ່ສວນຍັງມີການຂະຫຍາຍພັນໄກ່ສາຍພັນຕ່າງໆ ເຊັ່ນ: ໄກ່ເຫວີນຊາງ, ໄກ່ຊັກເຊັດ ແລະ ອື່ນໆ. ທ່ານ ສີສຸພັນ ຍັງໄດ້ກ່າວເນັ້ນວ່າ: “ສວນເວີນແຄນ ບໍ່ໄດ້ເປັນພຽງສວນທົ່ວໄປ ແຕ່ເປັນບ່ອນຮວບຮວມບົດຮຽນ ແລະ ຄວາມສຳເລັດ” ພ້ອມທັງຍິນດີຕ້ອນຮັບທຸກທ່ານທີ່ສົນໃຈເຂົ້າມາສຶກສາແລກປ່ຽນບົດຮຽນນຳກັນໄດ້.

ພິກັດ: ບ້ານເວີນແຄນ, ເມືອງສາມັກຄີໄຊ, ແຂວງອັດຕະປື.

ທີ່ມາ: Media Laos

Lao Youth​ Radio​ FM​90​MHz

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles