ນວ ສັ່ງເດັດຂາດ ຫ້າມລະເມີດ! ຫ້າມສວຍໂອກາດຂຶ້ນລາຄາສິນຄ້າ ໄລຍະປີໃຫມ່ລາວ

ເພື່ອຮັບປະກັນຄວາມສະຫງົບຮຽບຮ້ອຍທາງດ້ານລາຄາສິນຄ້າ ແລະ ຄ່າບໍລິການ ໃນໄລຍະສະເຫຼີມສະຫຼອງບຸນປີໃໝ່ລາວ ພສ 2569 ທີ່ຈະມາເຖິງນີ້, ພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ (ພອຄ.ນວ) ໄດ້ອອກແຈ້ງການສະບັບເລກທີ 0836/ພອຄ.ນວ.ຄພນ, ລົງວັນທີ 12 ມີນາ 2026 ເຖິງບັນດາຜູ້ປະກອບການ, ຊາວຄ້າຂາຍ ແລະ ເຈົ້າຂອງທຸລະກິດບໍລິການທົ່ວເຂດນະຄອນຫຼວງວຽງຈັນ.

ເນື້ອໃນສຳຄັນຂອງແຈ້ງການມີດັ່ງນີ້:

ການຄວບຄຸມລາຄາສິນຄ້າ ແລະ ບໍລິການ: ຫ້າມຜູ້ປະກອບການສວຍໂອກາດກັກຕຸນສິນຄ້າ ຫຼື ຂຶ້ນລາຄາສິນຄ້າ ແລະ ຄ່າບໍລິການຕາມໃຈຊອບ. ຕ້ອງຂາຍໃນລາຄາປົກກະຕິທີ່ເຄີຍປະຕິບັດມາ ເພື່ອບໍ່ໃຫ້ສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນ.

ສິນຄ້າທີ່ວາງຈຳໜ່າຍ​ ຕ້ອງຮັບປະກັນຄຸນນະພາບ, ບໍ່ເສື່ອມຄຸນ, ບໍ່ໝົດອາຍຸ ແລະ ຕ້ອງຕິດປ້າຍລາຄາເປັນ ສະກຸນເງິນກີບ ຢ່າງຈະແຈ້ງ. ສໍາລັບກະຕ່າຂອງຂວັນປີໃໝ່ ຕ້ອງມີລາຍການສິນຄ້າ, ລາຄາ ແລະ ເບີໂທລະສັບຕິດຕໍ່ໃຫ້ຄົບຖ້ວນ.

ການບໍລິການໂຮງແຮມ ແລະ ຮ້ານອາຫານ: ຕ້ອງຕິດປ້າຍລາຄາອາຫານ ແລະ ຄ່າບໍລິການໄວ້ໃນຈຸດທີ່ລູກຄ້າສາມາດເຫັນໄດ້ງ່າຍ. ລວມໄປເຖິງຄ່າບໍລິການຝາກລົດ-ລາງ ກໍຕ້ອງປະຕິບັດຕາມລາຄາປົກກະຕິ.

ຂໍ້ຫ້າມເດັດຂາດ: ຫ້າມນຳເຂົ້າ ແລະ ຈຳໜ່າຍໝາກກະໂພກ ຫຼື ວັດຖຸທີ່ມີສຽງແຕກທຸກຊະນິດຢ່າງເດັດຂາດ.

ມາດຕະການຕິດຕາມ ແລະ ກວດກາ: ເຈົ້າໜ້າທີ່ການຄ້າຈະເພີ່ມທະວີການລົງກວດກາຕາມທ້ອງຕະຫຼາດ ແລະ ຫົວໜ່ວຍທຸລະກິດຢ່າງໃກ້ຊິດ. ຫາກພົບເຫັນຜູ້ລະເມີດ ຈະຖືກປະຕິບັດມາດຕະການຢ່າງເຂັ້ມງວດ ເຊັ່ນ: ສຶກສາອົບຮົມ, ປັບໃໝ ຫຼື ອາຍັດສິນຄ້າ ຕາມແຕ່ລະກໍລະນີ.

ທັງນີ້, ກໍເພື່ອເຮັດໃຫ້ການສະໜອງສິນຄ້າ ແລະ ການບໍລິການພາຍໃນນະຄອນຫຼວງວຽງຈັນ ມີຄວາມພຽງພໍກັບຄວາມຕ້ອງການ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ ເພື່ອໃຫ້ປວງຊົນລາວໄດ້ສະຫຼອງບຸນປີໃໝ່ຢ່າງມີຄວາມສຸກ.

​Lao Youth​ ​Radio​ FM​90​MHz

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles