ຄະນະກໍາມະການຄຸ້ມຄອງໄພພິບັດ ຂັ້ນນະຄອນຫຼວງວຽງຈັນ (ນວ) ໄດ້ລາຍງານສະພາບຄວາມເສຍຫາຍຈາກເຫດການພາຍຸລະດູຮ້ອນ ທີ່ເກີດຂຶ້ນໃນຕອນແລງຂອງວັນທີ 22 ມີນາ 2026 ທີ່ຜ່ານມາ. ພາຍຸດັ່ງກ່າວໄດ້ສ້າງຄວາມເສຍຫາຍຢ່າງໜັກໜ່ວງໃນເຂດເມືອງສີໂຄດຕະບອງ ໂດຍສະເພາະກຸ່ມບ້ານໃໝ່ ແລະ ກຸ່ມໜອງໜ້ຽວ.

ສະຫຼຸບຕົວເລກຄວາມເສຍຫາຍໂດຍລວມ:
ທີ່ພັກອາໄສ: ບ້ານເຮືອນປະຊາຊົນໄດ້ຮັບຜົນກະທົບ 4.542 ຫຼັງຄາເຮືອນ.
ພາກສ່ວນລັດ ແລະ ສັງຄົມ: ໂຮງຮຽນ 4 ແຫ່ງ, ວັດ 1 ແຫ່ງ, ຫ້ອງການບ້ານ 1 ແຫ່ງ, ສຸກສາລາ 1 ແຫ່ງ ແລະ ສູນຜະລິດຢາວັກຊິນ 1 ແຫ່ງ.
ຊັບສິນ: ລົດໃຫຍ່ເປ່ເພ 46 ຄັນ.
ຜູ້ບາດເຈັບ: ມີຜູ້ໄດ້ຮັບບາດເຈັບທັງໝົດ 9 ຄົນ.
ພາກສ່ວນກອງທັບ: ຄ້າຍທະຫານກອງພັນໃຫຍ່ ຈໍ 11 ເສຍຫາຍ 109 ຫຼັງ (ລວມທັງສາງອາວຸດ, ສາງເຂົ້າ ແລະ ໂຮງໝໍ).
ລາຍລະອຽດແຕ່ລະບ້ານທີ່ໄດ້ຮັບຜົນກະທົບໜັກ:
ບ້ານຈັນສະຫວ່າງ: ເສຍຫາຍໜັກທີ່ສຸດ 1.669 ຫຼັງຄາເຮືອນ, ລວມທັງວັດ, ໂຮງຮຽນ ແລະ ສຸກສາລາ.
ບ້ານວຽງຄໍາ: ເສຍຫາຍ 1.593 ຫຼັງຄາເຮືອນ ແລະ ມີຜູ້ບາດເຈັບ 8 ຄົນ.
ບ້ານຕາດທອງ: ເສຍຫາຍ 808 ຫຼັງຄາເຮືອນ.
ບ້ານອື່ນໆ: ບ້ານໃໝ່ (200 ຫຼັງ), ບ້ານໂພນສົມບູນ (200 ຫຼັງ), ບ້ານໜອງແຕ່ງເໜືອ (45 ຫຼັງ) ແລະ ບ້ານໜອງດາ (27 ຫຼັງ).

ປັດຈຸບັນ, ຄະນະກອງເລຂາຄະນະຄຸ້ມຄອງໄພພິບັດທຸກຂັ້ນ ກຳລັງເລັ່ງເກັບກຳຂໍ້ມູນຢ່າງລະອຽດເພື່ອວາງແຜນຟື້ນຟູໄລຍະຍາວ. ເຖິງວ່າພາກລັດ ແລະ ເອກະຊົນຈະໄດ້ເລີ່ມລົງມອບເຄື່ອງອຸປະໂພກ-ບໍລິໂພກທີ່ຈໍາເປັນໃນເບື້ອງຕົ້ນແລ້ວ, ແຕ່ “ຄວາມຕ້ອງການຍັງມີຫຼາຍ” ແລະ ບໍ່ທັນພຽງພໍກັບຈຳນວນຜູ້ປະສົບໄພ.
ຂໍເຊີນຊວນທົ່ວສັງຄົມ ຮ່ວມແຮງຮ່ວມໃຈຊ່ວຍເຫຼືອ: ທ່ານໃດທີ່ມີຈິດສັດທາ ແລະ ມີເງື່ອນໄຂ ຢາກຮ່ວມບໍລິຈາກເຄື່ອງນຸ່ງຫົ່ມ, ສະບຽງອາຫານ ຫຼື ທຶນຮອນ ສາມາດຕິດຕໍ່ໄດ້ທີ່:
ຈຸດປະສານງານ: ຫ້ອງການບ້ານວຽງຄໍາ ຫຼື ຕິດຕໍ່ໂດຍກົງນຳການຈັດຕັ້ງເມືອງສີໂຄດຕະບອງ.
ທີ່ມາ: ວຽງຈັນໃໝ່


