ເພື່ອເປັນການປະກອບສ່ວນເຂົ້າໃນຂະບວນການອະນຸລັກຮັກສາມູນເຊື້ອວັດທະນະທໍາ ແລະ ຮີດຄອງປະເພນີອັນດີງາມຂອງຊາດ ເປັນຕົ້ນແມ່ນ ໃນໂອກາດສົງການປີໃໝ່ລາວ; ສະມາຄົມຫັດຖະກໍາລາວ ໄດ້ຈັດງານວາງສະແດງຜະລິດຕະພັນພາຍໃຕ້ຫົວຂໍ້ “ຮີດສົມມາ” ທີ່ຕໍານັກຜ້າໄໝລາວບູຮານ.
ພີທີເປີດໄດ້ຈັດຂຶ້ນໃນຕອນແລງຂອງວັນທີ 25 ມີນາ 2026 ນີ້ ໂດຍການເຂົ້າຮ່ວມຂອງທ່ານ ປ້າ ນາລີ ສີສຸລິດ ພັນລະຍາພະນະທ່ານປະທານປະເທດ ແຫ່ງ ສປປ ລາວ, ປະທານຄະນະທີ່ປືກສາ ສະມາຄົມ ຫັດຖະກຳລາວ; ມີທ່ານ ປອ. ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ; ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງ ວັດທະນະທໍາ ແລະ ການ ທ່ອງທ່ຽວ; ທ່ານ ນາງ ອໍາໄພວອນ ລ້ອມບຸນແພງ ປະທານກຳມາທິການວັດທະນະທໍາສັງຄົມ ແລະ ບັນດາເຜົ່າ ສະພາແຫ່ງຊາດ; ທ່ານ ນາງ ຟອງສະໝຸດ ອັ່ນລາວັນ ຫົວຫນ້າຫ້ອງວ່າການສຳນັກງານ ປະທານປະເທດ; ພ້ອມດ້ວຍແຂກຮັບເຊີນ, ຜູ້ນໍາພັກ-ລັດ, ຫົວໜ້າກົມ, ຮອງກົມ, ພັນລະຍາການນໍາ; ຕະຫຼອດທັງບັນດາທ່ານທູດ, ຜູ້ຕາງໜ້າອົງການຈັດຕັ້ງສາກົນປະຈໍາລາວ ເຂົ້າຮ່ວມ.

ທ່ານ ນາງ ສູວິຕາ ປະເສີດ ປະທານ ສະມາຄົມຫັດຖະກໍາລາວ ກ່າວວ່າ: ເມື່ອຫວນຄືນຍາມປີໃໝ່ລາວ ພວກເຮົາໄດ້ເຫັນອົງການປົກຄອງທ້ອງຖິ່ນແຕ່ລະເມືອງ ແຕ່ລະບ້ານ ນໍາພາຊາວບ້ານ ຜູ້ເຖົ້າ ຜູ້ແກ່ອາວຸໂສ ຊາວໜຸ່ມຍິງ-ຊາຍ ຈັດພິທີຫົດສົງພຣະສົງ ຢູ່ຕາມວັດ ແລະ ລູກຫຼານ ກໍໄດ້ສະແດງຄວາມເຄົາລົບນອບນ້ອມຕໍ່ພໍ່ແມ່, ຄູບາອາຈານ ແລະ ຜູ້ມີບຸນຄຸນທັງຫຼາຍ ດ້ວຍການສົມມາ ແລະ ຫົດສົງຕ່າງໆ.
ຮີດຄອງການສົມມາ ໄດ້ເປັນທີ່ຮູ້ຈັກ ແລະ ໄດ້ຮັບການປະຕິບັດຢ່າງກວ້າງຂວາງໃນສັງຄົມລາວ, ແຕ່ຈຸດປະສົງ ແລະ ຂັ້ນຕອນຂອງການສົມມາ ໃນທາງປະຕິບັດຕົວຈິງແຕ່ລະທ້ອງຖິ່ນ ອາດມີຄວາມແຕກຕ່າງກັນ.
ດັ່ງນັ້ນ ເພື່ອເປັນການຮຽນຮູ້ ແລະ ແລກປ່ຽນປະສົບການ ກ່ຽວກັບຮີດສົມມາ ສະມາຄົມຫັດຖະກໍາລາວ ຈຶ່ງໄດ້ຈັດໃຫ້ມີກິດຈະກໍາ ວາງສະແດງ “ຮີດສົມມາ ປີໃໝ່ລາວ” ຂຶ້ນ, ງານວາງສະແດງ ດັ່ງກ່າວ ຈະດໍາເນີນໄປເປັນເວລາ 7 ວັນລະຫວ່າງວັນທີ 25 – 31 ມີນາ 2026 ນີ້ ຢູ່ທີ່ຕໍານັກຜ້າໄໝລາວບູຮານ ແຫ່ງນີ້.

ງານວາງສະແດງ “ຮີດສົມມາ ປີໃໝ່ລາວ” ຄັ້ງນີ້ ໄດ້ປະກອບມີຫຼາຍກິດຈະກໍາດັ່ງນີ້:
1) ວາງສະແດງ, ຂາຍສິນຄ້າຫັດຖະກໍາ, ອາຫານພື້ນເມືອງລາວ ແລະ ສະໝູນໄພເພື່ອສຸຂະພາບ.
2) ມີການເສວະນາ ພາຍໃຕ້ຫົວຂໍ້: ຮີດສົມມາ ເພື່ອຂໍພອນ.
3) ຈໍາລອງ ງານບາສີສູ່ຂວັນປີໃໝ່ລາວ ຕາມຮີດຄອງ.
4) ຈໍາລອງແຫ່ຕົ້ນດອກໄມ້.
5) ສາທິດ ການເຮັດໝາກເບັງ, ເຮັດພາຂວັນ.
6) ຈໍາລອງ ການຕົບປະທາຍ ປີໃໝ່ລາວ.
7) ສະແດງສິລະປະວັນນະຄະດີພື້ນເມືອງລາວ.
ທີ່ມາ: ເສດຖະກິດ-ການຄ້າ


