ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ໄດ້ຈັດພິທີການປະກາດການຍົກຍ້າຍພະນັກງານການນຳຂັ້ນສູງ ໄປຮັບໜ້າທີ່ໃໝ່

ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ໄດ້ຈັດພິທີການປະກາດການຍົກຍ້າຍພະນັກງານການນຳຂັ້ນສູງ ໄປຮັບໜ້າທີ່ໃໝ່ ຊຶ່ງພິທີດັ່ງການໄດ້ຈັດຂຶ້ນໃນວັນທີ 25 ມີນານີ້ ທີ່ຫໍວັດທະນະທຳແຫ່ງຊາດ ໂດຍເປັນກຽດເຂົ້າຮ່ວມ ຂອງ ສະຫາຍ ນາງ ສວນສະຫວັນ ວິຍະເກດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ. ມີບັນດາຫົວໜ້າກົມ, ຮອງກົມ ພ້ອມດ້ວຍພະນັກງານຫຼັກແຫຼ່ງ ແລະ ລັດຖະກອນ ເຂົ້າຮ່ວມ.

ໃນພິທີ ຕາງໜ້າຄະນະຈັດຕັ້ງສູນກາງພັກ ໄດ້ຜ່ານຄໍາສັ່ງຂອງກົມການເມືອງສູນກາງພັກ ວ່າດ້ວຍການຍົກຍ້າຍ ພະນັກງານການນໍາຂັ້ນສູງໄປຮັບໜ້າທີ່ໃໝ່, ໂດຍອີງຕາມມະຕິຂອງ ກົມການເມືອງສູນກາງພັກ ສະບັບເລກທີ 031/ກມສພ, ລົງວັນທີ 3 ມັງກອນ 2018 ວ່າດ້ວຍວຽກງານຄຸ້ມຄອງພະນັກງານ;

ອີງຕາມຜົນສໍາເລັດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ, ຄັ້ງວັນທີ 6-8 ມັງກອນ 2026; ອີງຕາມການຕົກລົງຂອງກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 2 ສະໄໝທີ XII, ຄັ້ງວັນທີ 3-5 ມີນາ 2026. ກົມການເມືອງສູນກາງພັກ ເຫັນດີຍົກຍ້າຍ ສະຫາຍ ວັນສີ ກົວມົວ ກຳມະການສູນກາງພັກ ຮອງເລຂາຄະນະບໍລິຫານງານພັກ ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ ໄປຮັບໜ້າທີ່ໃໝ່ຢູ່ ຄະນະໂຄສະນາອົບຮົມສູນກາງພັກ.

ທີ່ມາ: ປະຊາຊົນ

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles