ແຂວງຫຼວງນ້ຳທາ ກຽມສະເໜີພະທາດປຸມປຸກ ເປັນມໍລະດົກແຫ່ງຊາດ

​ໃນວັນທີ​ 24​ ມີນາ​ ທີ່ຜ່ານມາ​ ທີມງານຈາກກົມມໍລະດົກ ກະຊວງ​ວັດທະນະທຳ​ ແລະ​ ການ​ທ່ອງທ່ຽວ​ ໄດ້ລົງໄປເກັບກຳຂໍ້ມູນ ແລະ​ ກວດກາພື້ນທີ່ຕົວຈິງ ຢູ່ພະທາດປຸມປຸກ.

ໃນໂອກາດດັ່ງກ່າວ, ຄະນະກຳມະການທີ່ກ່ຽວຂ້ອງໄດ້ຮ່ວມກັນປຶກສາຫາລື ແລະ ເປັນເອກະພາບກັນ ໃນການຈັດຕັ້ງປະຕິບັດວຽກງານ ໂດຍສະເພາະແມ່ນ ການຮິບໂຮມຂໍ້ມູນ ປະຫວັດຄວາມເປັນມາ ຂອງພະທາດ ໃຫ້ມີຄວາມລະອຽດ, ຖືກຕ້ອງ ແລະ ຊັດເຈນ ເພື່ອປະກອບເຂົ້າໃນສຳນວນເອກະສານ ກຽມສະເໜີພະທາດປຸມປຸກ ກາຍເປັນມໍລະດົກແຫ່ງຊາດ ລະດັບທ້ອງຖິ່ນໃນຕໍ່ໜ້າ.

ສຳລັບ “ພະທາດປຸມປຸກ” ແມ່ນໜຶ່ງໃນປູຊະນີຍະສະຖານອັນເກົ່າແກ່ ແລະ ເປັນທີ່ເຄົາລົບສັກກາລະບູຊາຂອງຊາວເມືອງຫຼວງນໍ້າທາ​ ພະທາດປຸມປຸກຕັ້ງຢູ່ຫ່າງຈາກເທສະບານແຂວງຫຼວງນ້ຳທາ ປະມານ​ 7 ກິໂລແມັດ,​ ບຸນພະທາດປູມປຸກຈະຈັດຂຶ້ນໃນໄລຍະເດືອນກຸມພາ ຂອງທຸກໆປີ.

ຕາມປະຫວັດສາດບັນທຶກໄວ້ວ່າ: ພະທາດອົງນີ້ ໄດ້ສ້າງຂຶ້ນຄັ້ງທໍາອິດໃນປີ ຄ.ສ 1628 ໂດຍແມ່ນ ທ່ານ ສີສຸໂທທະນະ ທໍາມິກະລາດ ເປັນຜູ້ສ້າງ; ມາຮອດປີ 1957 ໄດ້ມີການປັບປຸງບູລະນະຄືນໃໝ່ ຊຶ່ງໃຊ້ເວລາເຖິງ 4 ປີ ຈຶ່ງສໍາເລັດ. ແຕ່ໜ້າເສຍດາຍ, ຕົກມາຮອດປີ 1965 ພວກລ່າເມືອງຂຶ້ນແບບໃໝ່ ໄດ້ໃຊ້ຍົນຖິ້ມລະເບີດທໍາລາຍ ເຮັດໃຫ້ພະທາດພັງທະລາຍລົງ.

ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍຢ່າງສົມບູນໃນປີ 1975, ພັກ-ລັດ ໄດ້ມີນະໂຍບາຍໃຫ້ປັບປຸງຟື້ນຟູວັດຖຸບູຮານ ແລະ ປູຊະນີຍະສະຖານອັນເກົ່າແກ່ຄືນໃໝ່.

ດັ່ງນັ້ນ, ໃນປີ 2000 ອົງການປົກຄອງແຂວງ, ເມືອງ ແລະ ອົງການປົກຄອງ 9 ໝູ່ບ້ານ ໃນເຂດທົ່ງພຽງເມືອງຫຼວງນໍ້າທາ ພ້ອມດ້ວຍອອກຕົນຍາດໂຍມ ຊາວພຸດທະສາສະນິກະຊົນ ທັງພາຍໃນ ແລະ ຕ່າງປະເທດ ໄດ້ພ້ອມກັນປະກອບສ່ວນບູລະນະກໍ່ສ້າງພະທາດປຸມປຸກຄືນໃໝ່ ຈົນສໍາເລັດໃນປີ 2003 ແລະ ໄດ້ຢືນຍົງເປັນສູນລວມຈິດໃຈສັກກະລະບູຊາຂອງຊາວເມືອງ ຫຼວງນໍ້າທາ ຈົນເຖິງປັດຈຸບັນ.

​ແຫຼ່ງຂ່າວ: ແຂວງຫຼວງນໍ້າທາ

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles