ແຈ້ງທຶນການສຶກສາຂອງ University of Science and Technology in Romania POLITEHNICA ປະເທດ ຣູມານີ ປະຈໍາປີ 2026

ຫ້ອງການ ກະຊວງສຶກສາທິການ ແລະ ກິລາ ຂໍຖືເປັນກຽດແຈ້ງມາຍັງພະນັກງານ ແລະ ທົ່ວປວງຊົນຊາບວ່າ: University of Science and Technology in Romania POLITEHNICA ສະເຫນີໃຫ້ທຶນການສຶກສາ ໃຫ້ແກ່ ສປປ ລາວໃນລະດັບປະລິນຍາຕີ ແລະ ປະລິນຍາໂທ ປະຈໍາປີ 2026 ເປີດສະຫມັກຮັບຜູ້ທີ່ມີຈຸດປະສົງຢາກໄປສຶກສາຕໍ່ ທີ່ປະເທດດັ່ງກ່າວ,ພາຍໃຕ້ທຶນການສຶກສາຂອງ University of Science and Technology in Romania POLITEHNICA.

ພາຍຫຼັງສະຫມັກຜ່ານລະບົບອອນລາຍເປັນທີ່ຮຽບຮ້ອຍແລ້ວ, ຜູ້ສະຫມັກຕ້ອງນໍາສົ່ງສໍາເນົາເອກະສານ 1 ຊຸດ, ມາຍັງກົມ ກິດຈະການນັກສຶກສາ, ພະແນກຄຸ້ມຄອງທຶນການສຶກສາ ແລະ ນັກສຶກສາ (ຫ້ອງ107-108) ຕາມໂມງລັດຖະການ.

ດັ່ງນັ້ນ, ຈຶ່ງແຈ້ງມາຍັງທົ່ວປວງຊົນເພື່ອຊາບ ແລະ ດໍາເນີນການສະຫມັກໃຫ້ທັນເວລາດ້ວຍ.

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles