ຫຼວງນໍ້າທາ ເຊັນ MOU ສຶກສາໂຄງການປູກໄມ້ 520 ເຮັກຕາ ປູທາງສູ່ການລົງທຶນກະສິກຳຂະໜາດໃຫຍ່

ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ວ່າດ້ວຍການສຶກສາຄວາມເປັນໄປໄດ້ ໂຄງການປູກໄມ້ຕິ້ວ ແລະ ໄມ້ຂີ້ເຫຼັກ ຢູ່ເຂດບ້ານພະຍາຫຼວງ ເມືອງລອງ ໂດຍເປັນການຮ່ວມມືລະຫວ່າງພາກລັດ ແລະ ພາກເອກະຊົນ ເພື່ອປູພື້ນຖານໃຫ້ແກ່ການລົງທຶນກະສິກຳຢ່າງຍືນຍົງໃນອະນາຄົດ.

ພິທີເຊັນສັນຍາຄັ້ງນີ້ ໄດ້ຮັບກຽດຈາກ ທ່ານ ພູນແກ້ວ ເຫຼົ້າອີນ ກຳມະການປະຈຳພັກແຂວງ ແລະ ຮອງປະທານຄະນະປົກຄອງແຂວງ ເປັນປະທານໃນພິທີ ພ້ອມດ້ວຍຄະນະນຳຈາກຫຼາຍພາກສ່ວນ ທັງຂັ້ນແຂວງ ແລະ ຂັ້ນເມືອງ ເຂົ້າຮ່ວມຢ່າງຄັບຄັ່ງ.

ການລົງນາມໃນຄັ້ງນີ້ ເປັນການຮ່ວມລະຫວ່າງ ຕາງໜ້າອົງການປົກຄອງແຂວງ ໂດຍຜ່ານ ຫ້ອງການຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຮ່ວມກັບ ພະແນກກະສິກຳ ແລະ ສິ່ງແວດລ້ອມ ກັບ ບໍລິສັດ ສະຫວັດດີ ລົງທຶນກະສິກຳ ແລະ ສົ່ງເສີມການຄ້ານຳເຂົ້າ-ສົ່ງອອກ ຈຳກັດຜູ້ດຽວ ໂດຍມີ ທ່ານ ອຸ່ນເຮືອນ ດວງນາລີ ເປັນຕົວແທນລົງນາມ.

ສຳລັບໂຄງການນີ້ ຕັ້ງຢູ່ໃນເຂດບ້ານພະຍາຫຼວງ ເມືອງລອງ ແຂວງຫຼວງນໍ້າທາ ໃນເນື້ອທີ່ສຳຫຼວດກວ່າ 520 ເຮັກຕາ ໂດຍຈະເຮັດການສຶກສາຄວາມເປັນໄປໄດ້ໃນໄລຍະ 18 ເດືອນ ແລະ ສາມາດພິຈາລະນາຕໍ່ອາຍຸໄດ້ ຕາມຄວາມເໝາະສົມ.

ບົດບັນທຶກສະບັບນີ້ ໄດ້ກຳນົດຂອບເຂດສິດ ແລະ ໜ້າທີ່ຂອງທັງສອງຝ່າຍຢ່າງຊັດເຈນ ເພື່ອໃຫ້ການສຶກສາໂຄງການເປັນໄປຕາມແຜນງານ ແລະ ມີປະສິດທິພາບສູງ ພ້ອມທັງວາງລາກຖານສຳຄັນ ສຳລັບການລົງທຶນໃນຂັ້ນຕໍ່ໄປ.

ການຮ່ວມມືໃນຄັ້ງນີ້ ຖືວ່າເປັນອີກກ້າວສຳຄັນ ຂອງແຂວງຫຼວງນໍ້າທາ ໃນການດຶງດູດການລົງທຶນ ແລະ ພັດທະນາພາກກະສິກຳໃຫ້ມີມູນຄ່າເພີ່ມ ສ້າງລາຍຮັບ ແລະ ຍົກລະດັບຊີວິດຄວາມເປັນຢູ່ຂອງປະຊາຊົນທ້ອງຖິ່ນ.

ຜົນການສຶກສາຄວາມເປັນໄປໄດ້ ຈະເປັນຂໍ້ມູນສຳຄັນ ໃນການຕັດສິນໃຈລົງທຶນຈິງ ໃນອະນາຄົດ ໂດຍຫາກໂຄງການຜ່ານການປະເມີນ ກໍຄາດວ່າຈະເປັນໜຶ່ງໃນໂຄງການກະສິກຳຂະໜາດໃຫຍ່ ທີ່ຊ່ວຍຂັບເຄື່ອນເສດຖະກິດຂອງແຂວງໃນອະນາຄົດ.

ທີ່ມາ: ຂ່າວສານ ແຂວງຫລວງນ້ຳທາ

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles