ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ຕາງໜ້າໃຫ້ຄະນະປະຈໍາສະພາແຫ່ງຊາດ (ຄປຈສພຊ) ປະກອບຄໍາເຫັນຕໍ່ໂຄງການລົງທຶນກໍ່ສ້າງເສັ້ນທາງລົດໄຟ ແຕ່ຕົວເມືອງທ່າແຂກ ແຂວງຄໍາມ່ວນ ຫາ ມູຢ່າ ຊາຍແດນລາວ-ຫວຽດນາມ ເຊິ່ງ ຄປຈສພຊ ເຫັນດີຮັບຮອງເອົາດ້ານຫຼັກການແບບມີເງື່ອນໄຂ ໂດຍໃຫ້ລັດຖະບານເຈລະຈາ ແລະ ເຊັນສັນຍາສໍາປະທານໂຄງການ, ພາຍຫຼັງເຊັນສັນຍາແລ້ວ ຕ້ອງຮ່າງເອກະສານຊ້ອນທ້າຍ 29 ສະບັບ ໃຫ້ສໍາເລັດພາຍໃນ 6 ເດືອນ;
ເພື່ອຮັບປະກັນໃຫ້ການຈັດຕັ້ງປະຕິບັດໂຄງການມີປະສິດທິພາບ, ປະສິດທິຜົນສູງ ແລະ ຮັບປະກັນຜົນປະໂຫຍດສູງສຸດໃຫ້ແກ່ປະເທດຊາດ ກໍຄືການເກັບລາຍຮັບໃຫ້ລັດຖະບານ, ຈຶ່ງສະເໜີບາງຄໍາເຫັນໃຫ້ລັດຖະບານເອົາໃຈໃສ່ດັ່ງນີ້:
ຊີ້ນໍາຄະນະເຈລະຈາ ຫຼື ຄະນະຮັບຜິດຊອບໂຄງການ ກວດກາຄືນຮ່າງສັນຍາສໍາປະທານໃຫ້ລະອຽດ, ຮັດກຸມ, ບໍ່ໃຫ້ລັດພວກເຮົາເສຍປຽບ ແລະ ໃຫ້ຖືເອົາພາສາລາວເປັນຫຼັກ ພ້ອມທັງແຕ່ງຕັ້ງຄະນະຮັບຜິດຊອບຄົ້ນຄວ້າເອກະສານຊ້ອນທ້າຍ 29 ສະບັບ ໃຫ້ມີຄວາມຊັດເຈນ, ຮັດກຸມ ແລະ ມີທີ່ປຶກສາທາງດ້ານກົດໝາຍເບື້ອງລັດຖະບານ ໃນການຕີຄວາມໝາຍເນື້ອໃນຮ່າງສັນຍາ ແລະ ເນື້ອໃນເອກະສານທີ່ຕິດພັນກັບສັນຍາສໍາປະທານ ເພື່ອຮັບປະກັນດ້ານເນື້ອໃນໃຫ້ມີຄວາມລະອຽດຈະແຈ້ງ, ຮັດກຸມ ແລະ ສໍາເລັດຕາມເວລາທີ່ກໍານົດ.
ການຊົດເຊີຍຜົນກະທົບໃຫ້ແກ່ປະຊາຊົນທີ່ໄດ້ຮັບຜົນກະທົບຈາກໂຄງການ ຕ້ອງມີການສຶກສາ, ເກັບກໍາ ແລະ ປະເມີນຜົນກະທົບຢ່າງລະອຽດຮອບຄອບ ແລະ ຄົບຖ້ວນ ຕໍ່ຜົນກະທົບດ້ານເສດຖະກິດ, ວັດທະນະທໍາ-ສັງຄົມ ແລະ ສິ່ງແວດລ້ອມ; ພ້ອມກັນນັ້ນ, ລາຄາຫົວໜ່ວຍຊົດເຊີຍ ຕ້ອງກໍານົດໃຫ້ລະອຽດ ແລະ ສົມເຫດສົມຜົນ, ບໍ່ໃຫ້ຜູ້ຖືກຜົນກະທົບອັບປະໂຫຍດ ແລະ ບໍ່ໃຫ້ລາຄາຫົວໜ່ວຍຫຼຸດໂຕນກັນຫຼາຍກັບລາຄາຫົວໜ່ວຍຕາມທ້ອງຕະຫຼາດ, ໃຫ້ຈ່າຍຄ່າຊົດເຊີຍສໍາເລັດກ່ອນການຈັດຕັ້ງປະຕິບັດ.
ຂໍ້ມູນ: ຂ່າວ ຜູ້ແທນປະຊາຊົນ

