ສະເໜີລັດຖະບານ ປັບຫຼຸດໄລຍະສຳປະທານຈາກ 50ປີ ເຫຼືອ 35-40ປີ ເພື່ອໃຫ້ສອດຄ່ອງກັບບົດຮຽນຂອງສາກົນ ແລະ ຮັບປະກັນຜົນປະໂຫຍດສູງສຸດ

ໃນກອງປະຊຸມສະໄໝສາມັນຂອງສະພາແຫ່ງຊາດ ວັນທີ 24 ມີນາ 2026 ນີ້, ທ່ານ ຄຳແສນ ສີສະວົງ ສະມາຊິກສະພາແຫ່ງຊາດ (ສສຊ) ເຂດເລືອກຕັ້ງທີ 7 ແຂວງໄຊຍະບູລີ ໄດ້ປະກອບຄຳເຫັນໃສ່ ບົດລາຍງານ ໂຄງການກໍ່ສ້າງທາງລົດໄຟ ລາວ-ຫວຽດນາມ, ຊື່ງເປັນໂຄງການລົງທຶນຂະໜາດໃຫຍ່ຂອງລັດ ໂດຍສະເພາະແມ່ນການກຳນົດໄລຍະເວລາສຳປະທານ ທີ່ອາດບໍ່ສົມຄູ່ກັບຜົນປະໂຫຍດທາງດ້ານການເງິນຂອງໂຄງການ.

ທ່ານ ຄຳແສນ ສີສະວົງ ໄດ້ຍົກຂຶ້ນວ່າ: ຕາມບົດວິພາກທາງດ້ານການເງິນ ເຫັນວ່າໂຄງການດັ່ງກ່າວມີໄລຍະເວລາຄືນທຶນພຽງ 14 ປີ ແລະ ມີຕົວຊີ້ວັດທາງດ້ານ IRR ທີ່ດີ. ດັ່ງນັ້ນ, ການກຳນົດໄລຍະເວລາສຳປະທານໄວ້ສູງເຖິງ 50 ປີ ຈຶ່ງຖືວ່າຍາວເກີນໄປ. ທ່ານໄດ້ສະເໜີໃຫ້ລັດຖະບານພິຈາລະນາປັບຫຼຸດໄລຍະເວລາສຳປະທານລົງມາຢູ່ໃນລະຫວ່າງ 35 ຫາ 40 ປີ ເພື່ອໃຫ້ສອດຄ່ອງກັບບົດຮຽນຂອງສາກົນ ແລະ ຮັບປະກັນຜົນປະໂຫຍດສູງສຸດຂອງລັດ.

ນອກຈາກນີ້, ທ່ານຍັງໄດ້ຕັ້ງຂໍ້ສັງເກດວ່າ: ຫາກໄລຍະສຳປະທານຍາວຄືດັ່ງກ່າວ, ຄວນມີການດັດປັບໄລຍະເວລາຄືນທຶນໃຫ້ຍັບອອກໄປ ເຊັ່ນ ຈາກ 14 ປີ ເປັນ 20 ຫຼື 25 ປີ. ເນື່ອງຈາກວ່າ ຫາກຜູ້ລົງທຶນຕ້ອງການຄືນທຶນໃນໄລຍະສັ້ນເກີນໄປ, ອາດມີການຕັດງົບປະມານດ້ານການບູລະນະ ແລະ ພັດທະນາສັງຄົມອອກ ເພື່ອຫຼຸດຕົ້ນທຶນການລົງທຶນ. ດັ່ງນັ້ນ, ຫາກໄລຍະຄືນທຶນຍາວອອກໄປ, ຈະຊ່ວຍໃຫ້ສາມາດເພີ່ມມູນຄ່າການບູລະນະຮັກສາສັງຄົມໃຫ້ຫຼາຍຂຶ້ນ ແລະ ຄວນລະບຸໄວ້ໃນສັນຍາຕົ້ນສະບັບຢ່າງຊັດເຈນ.

ຂໍ້ມູນ: ເສດຖະກິດ-ສັງຄົມ

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles