ລາວຕິດອັນດັບ 7 ອາຊຽນ ແລະ ທີ 105 ຂອງໂລກ ດ້ານຄວາມໄວອິນເຕີເນັດແບບມີສາຍ (Fixed Broadband) ຕາມຂໍ້ມູນຈາກ Speedtest Global Index ສຳລັບປີ 2026 ເຊິ່ງສະແດງໃຫ້ເຫັນວ່າ ທັງທີ່ລາວຍັງຕາມຫຼັງຫຼາຍປະເທດໃນພາກພື້ນ ແຕ່ທິດທາງໂດຍລວມກຳລັງດີຂຶ້ນຢ່າງຕໍ່ເນື່ອງ.
ຂໍ້ມູນຈາກ DataReportal ອ້າງອີງຂໍ້ມູນ Ookla ລະບຸວ່າ ຄວາມໄວດາວໂຫຼດອິນເຕີເນັດບ້ານສະເລ່ຍຂອງລາວໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງໃນ 3 ປີທີ່ຜ່ານມາ ໂດຍຈາກ 32.97 Mbps ໃນຕົ້ນປີ 2024 ເພີ່ມເປັນ 40.09 Mbps ໃນຕົ້ນປີ 2025 ແລະ ລ່າສຸດຢູ່ທີ່ 47.46 Mbps ໃນການອັບເດດ Digital 2026 ຄິດໄລ່ແລ້ວ ຄວາມໄວລວມເພີ່ມຂຶ້ນເຖິງ 43.9% ພາຍໃນສອງປີ ເຊິ່ງຖືວ່າເປັນຕົວເລກທີ່ໜ້າຊົມເຊີຍ.
ຢ່າງໃດກໍຕາມ ສິ່ງທ້າທາຍຍັງມີຢູ່ຫຼາຍ ໂດຍສະເພາະໃນດ້ານການເຂົ້າເຖິງ ແລະ ລາຄາ. OECD ຊີ້ໃຫ້ເຫັນວ່າ ຈຳນວນຜູ້ໃຊ້ອິນເຕີເນັດບ້ານ ຂອງລາວ ກຳປູເຈຍ ແລະ ມຽນມາ ຍັງຕໍ່າກວ່າ 3 ຄົນ ຕໍ່ 100 ຄົນປະຊາກອນ ຂະນະທີ່ທະນາຄານໂລກກໍລະບຸວ່າ ລາວຍັງຕາມຫຼັງໃນດ້ານການເຂົ້າເຖິງ ຄຸນນະພາບ ແລະ ລາຄາທີ່ເໝາະສົມ ເມື່ອທຽບກັບປະເທດເພື່ອນບ້ານ.
ເຖິງດັ່ງນັ້ນ ຄວາມກ້າວໜ້າຂອງລາວໃນໄລຍະປີ 2024 ຫາ 2026 ກໍຖືເປັນສັນຍານທີ່ດີ ສຳລັບການຂັບເຄື່ອນການຫັນປ່ຽນດິຈິຕອນຂອງປະເທດ ໂດຍຄວາມໄວທີ່ດີຂຶ້ນຈະຊ່ວຍໃຫ້ການຮຽນອອນລາຍ ທຸລະກິດດິຈິຕອນ ການຄ້າອີເລັກໂທຣນິກ ແລະ ການບໍລິການລັດດິຈິຕອນ ສາມາດພັດທະນາໄດ້ດີຂຶ້ນ ທ່າມກາງການແຂ່ງຂັນທີ່ຍັງຮຸນແຮງຢູ່ໃນພາກພື້ນ.


