ທາງລົດໄຟລາວ – ຫວຽດນາມ ການລົງທຶນແບບ BOT ມູນຄ່າ 1,339 ລ້ານໂດລາ

ໂຄງການກໍ່ສ້າງທາງລົດໄຟລາວ-ຫວຽດນາມ ນັບເປັນໜຶ່ງໃນໂຄງການໂຄງສ້າງພື້ນຖານຂະໜາດໃຫຍ່ ທີ່ຖືກຄາດໝາຍວ່າ ຈະສ້າງຜົນປະໂຫຍດຢ່າງຫຼວງຫຼາຍໃຫ້ແກ່ ສປປ ລາວ ທັງດ້ານເສດຖະກິດ-ສັງຄົມ ແລະ ການເຊື່ອມໂຍງພາກພື້ນ. ໂຄງການນີ້ ມີເສັ້ນທາງເລີ່ມຈາກ ນະຄອນຫຼວງວຽງຈັນ ໄປຫາ ທ່າເຮືອຫວຸ້ງອ່າງ ຂອງ ສສ ຫວຽດນາມ ເຊິ່ງຈະຊ່ວຍອໍານວຍຄວາມສະດວກໃນການຂົນສົ່ງສິນຄ້າ ແລະ ຜູ້ໂດຍສານ ຢ່າງມີປະສິດທິຜົນ.

ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ໄດ້ລາຍງານໃນກອງປະຊຸມ ຄັ້ງປະຖົມມະເລີກ ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 24 ມີນາ 2026 ວ່າ: ໂຄງການນີ້ມີໄລຍະທາງລວມປະມານ 562 ກິໂລແມັດ ແລະ ໄດ້ແບ່ງອອກເປັນ 3 ຊ່ວງໄລຍະ ເພື່ອການພັດທະນາຢ່າງເປັນຂັ້ນຕອນ.

ໃນນັ້ນ, ຊ່ວງທີ 1A ແມ່ນເສັ້ນທາງຈາກ ເມືອງທ່າແຂກ ແຂວງຄໍາມ່ວນ ຫາ ມູຢາ ຊາຍແດນລາວ-ຫວຽດນາມ ມີຄວາມຍາວ 147 ກິໂລແມັດ ໂດຍໄດ້ເລີ່ມການສຶກສາສໍາຫຼວດ ແລະ ອອກແບບ ຕັ້ງແຕ່ປີ 2019. ຊ່ວງທີ 1B ແມ່ນເສັ້ນທາງຈາກ ມູຢ່າ ແຂວງກວາງບິ່ງ ຫາ ທ່າເຮືອຫວຸ້ງອ່າງ ແຂວງຮ່າຕິ່ງ ມີໄລຍະທາງ 103 ກິໂລແມັດ ໂດຍຂະນະນີ້ ກຳລັງດໍາເນີນຂະບວນການອະນຸມັດຢູ່ໃນຝ່າຍຫວຽດນາມ.

ສ່ວນຊ່ວງທີ 2 ແມ່ນເສັ້ນທາງຈາກ ນະຄອນຫຼວງວຽງຈັນ ຫາ ເມືອງທ່າແຂກ ມີຄວາມຍາວ 312.8 ກິໂລແມັດ ຊຶ່ງຂະນະນີ້ ກໍກຳລັງຢູ່ໃນຂັ້ນຕອນສຶກສາລາຍລະອຽດເພີ່ມເຕີມ.

ຕາມຜົນການສຶກສາ ທາງດ້ານເສດຖະກິດ-ເຕັກນິກ ໂຄງການນີ້ ຈະສາມາດສ້າງມູນຄ່າໃຫ້ເສດຖະກິດ ປະມານ 21.99 ຕື້ ໂດລາສະຫະລັດ ແລະ ຜົນປະໂຫຍດລວມທີ່ລັດຖະບານຈະໄດ້ຮັບ ສູງເຖິງ 76.33 ຕື້ ໂດລາ.

ນອກຈາກນັ້ນ ຍັງສາມາດສ້າງລາຍຮັບຈາກການຂົນສົ່ງ ໄດ້ຫຼາຍກວ່າ 32.60 ຕື້ ໂດລາ ແລະ ຊ່ວຍປະຫຍັດເວລາໃນການຂົນສົ່ງ ທີ່ຕີມູນຄ່າໄດ້ປະມານ 2.79 ຕື້ ໂດລາ.

ໃນດ້ານການຈ້າງງານ ໂຄງການນີ້ ຄາດວ່າ ຈະສ້າງວຽກເຮັດງານທໍາ ຈາກປີ 2030 ເປັນຕົ້ນໄປ ປະມານ 853 ຄົນຕໍ່ວັນ ແລະ ຈະເພີ່ມຂຶ້ນເຖິງ 10,133 ຄົນຕໍ່ວັນ ໃນປີ 2050. ຂະນະທີ່ ປະລິມານການຂົນສົ່ງສິນຄ້າ ຈະເພີ່ມຈາກ 5,079 ໂຕນຕໍ່ວັນ ໃນປີ 2030 ເຖິງ 47,133 ໂຕນຕໍ່ວັນ ໃນປີ 2050.

ສໍາລັບຊ່ວງທີ 1A ຂອງໂຄງການ ມີຮູບແບບການລົງທຶນແບບ BOT (ກໍ່ສ້າງ-ດໍາເນີນງານ-ມອບໂອນ) ໂດຍມີມູນຄ່າການລົງທຶນປະມານ 1,339 ລ້ານໂດລາ ແລະ ມີອາຍຸສໍາປະທານ 50 ປີ ນັບແຕ່ເປີດໃຫ້ບໍລິການ.

ໂຄງການທາງລົດໄຟລາວ-ຫວຽດນາມ ຖືກມອງວ່າ ເປັນການຍົກລະດັບໂຄງສ້າງພື້ນຖານ ທີ່ສຳຄັນ ຊ່ວຍເຊື່ອມໂຍງລາວ ອອກສູ່ທະເລ ຜ່ານທ່າເຮືອຫວຸ້ງອ່າງ ແລະ ເປີດໂອກາດໃໝ່ໃນການຄ້າ ແລະ ການລົງທຶນ ທັງໃນພາກພື້ນ ແລະ ສາກົນ.

ທີ່ມາ: ໜັງສືພິມ ວຽງຈັນໃໝ່

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles