ກຳປູເຈຍ ພົບລູກປາຂ່າເກີດໃຫມ່ ໂຕທີ 3 ຂອງປີ 2026

ກະຊວງກະສິກຳ ປ່າໄມ້ ແລະ ປະມົງ ຂອງກຳປູເຈຍ ລາຍງານວ່າ ທີມນັກຄົ້ນຄວ້າຂອງສຳນັກບໍລິຫານການປະມົງ ແລະ ອົງການກອງທຶນສັດປ່າໂລກ (WWF) ໄດ້ພົບເຫັນ “ລູກປາຂ່າແມ່ນ້ຳຂອງ” ເກີດໃໝ່ອີກ 1 ໂຕ ຢູ່ບໍລິເວນສະໂລກຳປີ ໃນເຂດເຊດ ບໍເຣ ແຂວງກະແຈະ ທາງພາກຕາເວັນອອກເໜືອຂອງກຳປູເຈຍ ໃນວັນພຸດ (18 ມີນາ 2026) ທີ່ຜ່ານມາ

ໂດຍ “ລູກປາຂ່າແມ່ນ້ຳຂອງ” ໂຕນີ້ມີອາຍຸພຽງ 2 ມື້ ແລະ ມີສຸຂະພາບແຂງແຮງ ຖືກພົບເຫັນໃນຂະນະກຳລັງລອຍນ້ຳຢູ່ກັບຝູງປາຂ່າໂຕໃຫຍ່ຈຳນວນ 5 ໂຕ ໂດຍລູກປາຂ່າໂຕນີ້ນັບເປັນໂຕທີ 3 ທີ່ເກີດໃນກຳປູເຈຍ ໃນປີ 2026

ນອກນີ້ “ປາຂ່າແມ່ນ້ຳຂອງ” ຖືກຈັດເປັນສັດທີ່ໃກ້ສູນພັນຂັ້ນວິກ຤ິດ ໃນບັນຊີແດງຂອງສະຫະພັນນານາຊາດເພື່ອການອະນຸລັກທຳມະຊາດ (IUCN) ຕັ້ງແຕ່ປີ 2024 ໂດຍກະຊວງກະສິກຳ ປ່າໄມ້ ແລະ ປະມົງ ຂອງກຳປູເຈຍ ຄາດການວ່າ ມີ “ປາຂ່າແມ່ນ້ຳຂອງ” ອາໄສຢູ່ໃນນ່ານນ້ຳຫຼັກຂອງແມ່ນ້ຳຂອງ ຄວາມຍາວປະມານ 120 ກິໂລແມັດ ໃນແຂວງກະແຈະ ແລະ ແຂວງສະຕຶງແຕຣງ ປະມານ 115 ໂຕ.

ທີ່ມາຈາກ: WWF

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles