The National Startup Fest 2026 – ການແຂ່ງຂັນແຜນທຸລະກິດ ໃນລະດັບປະເທດ ທີ່ນຳໃຊ້ເຕັກໂນໂລຊີ, ນະວັດຕະກໍາ ແລະ AI ຊ່ວຍຍົກລະດັບການດຳເນີນທຸລະກິດ ເພື່ອແກ້ໄຂບັນຫາເສດຖະກິດ-ສັງຄົມ ແລະ ສິ່ງແວດລ້ອມ.
ທ່ານເປັນຜູ້ໜື່ງ ທີ່ມີໄອເດຍ ເພື່ອສ້າງນະວັດຕະກຳ ຫຼື ນຳໃຊ້ AI ແບບຍືນຍົງບໍ່? ກົມສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (ກຈນກ), ກະຊວງອຸດສາຫະກຳ ແລະ ການຄ້າ ກຳລັງຄົ້ນຫາ ແລະ ເປີດຮັບ ແນວຄວາມຄິດສ້າງສັນໃໝ່ໆ ເພື່ອຍົກລະດັບການດຳເນີນທຸລະກິດຂອງ ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (MSMEs) ໃນ ສປປ ລາວ.
ບໍ່ວ່າທ່ານຫາກໍເລີ່ມຕົ້ນ ຫຼື ກຳລັງພັດທະນາແນວຄວາມຄິດຢູ່ກໍ່ຕາມ, ນີ້ແມ່ນໂອກາດທີ່ຈະໄດ້ຮັບການສະໜັບສະໜູນ ເພື່ອຂະຫຍາຍ, ຕໍ່ຍອດ ແລະ ສ້າງແນວຄວາມຄິດຂອງທ່ານໃຫ້ເປັນຈິງ!
ສະໝັກເລີຍ ເພື່ອນຳສະເໜີໄອເດຍຂອງທ່ານ ແລະ ພ້ອມກັບຮັບ:
1) ທຶນສະໜັບສະໜູນ ເພື່ອສ້າງແນວຄວາມຄິດໃຫ້ເປັນຈິງ.
2) ຄໍາແນະນຳຈາກຊ່ຽວຊານ ທັງພາຍໃນ ແລະ ຕ່າງປະເທດ.
3) ສາມາດນຳໃຊ້ສູນນະວັດຕະກຳສຳລັບ MSMEs ແລະ Startups ເພື່ອຕໍ່ຍອດແນວຄວາມຄິດ.
4) ສາມາດເຂົ້າປະກວດ ງານແຂ່ງຂັນສະຕາດອັບ ໃນລະດັບພາກພື້ນ ແລະ ສາກົນ.
5) ສາມາດສ້າງເຄືອຂ່າຍລະຫວ່າງຊຸມຊົນ Startups ແລະ ນັກລົງທຶນ ເພື່ອຊ່ວຍໃຫ້ທຸລະກິດເຕີບໂຕ!
ພາກສ່ວນທີ່ສາມາດສະໝັກ: ໄວໜຸ່ມ, ຜູ້ປະກອບກິດຈະການ (ລວມທັງ ຜູ້ປະກອບກິດຈະການຍິງ), ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (MSMEs), ມະຫາວິທະຍາໄລ ແລະ ສະຖາບັນຄົ້ນຄວ້າ, ອົງການຈັດຕັ້ງຊຸມຊົນ, ສະມາຄົມທຸລະກິດ, ກຸ່ມຜູ້ຜະລິດ ແລະ ບຸກຄົນທົ່ວໄປ ທີ່ມີຄວາມຄິດສ້າງສັນ, ມີໄອເດຍດ້ານນະວັດຕະກຳ ແລະ ມີຄວາມຮູ້-ທັກສະ AI ຈາກທົ່ວປະເທດລາວ!
ປະເພດກຸ່ມ ທີ່ແນະນຳ:
1. Idea Stage: ສຳລັບຜູ້ທີ່ມີແນວຄວາມຄິດ (Concept) ຫຼື ຕົວແບບເບື້ອງຕົ້ນ (Prototype) ທີ່ໂດດເດັ່ນ ແລະ ສາມາດນຳໃຊ້ເຕັກໂນໂລຊີ ICT ແລະ AI ເຂົ້າມາຊ່ວຍແກ້ໄຂບັນຫາໄດ້.
2. Growth Stage: ສຳລັບທຸລະກິດທີ່ມີຜະລິດຕະພັນ ຫຼື ຮູບແບບການບໍລິການ ຫຼື ໂປແກຣມ ທີ່ໃຊ້ງານໄດ້ຈິງ (MVP), ມີຖານລູກຄ້າແລ້ວ ແລະ ເນັ້ນການຂະຫຍາຍຕົວ (Scaling).
ສະໝັກໄດ້ຕັ້ງແຕ່: ວັນທີ 12 ມີນາ – 05 ເມສາ 2026.
ເບິ່ງລາຍລະອຽດທັງໝົດ ແລະ ສະໝັກໄດ້ທີ່:
ແບບຟອມ: https://forms.gle/mpc7P85ixS6yjYtq9
ມື້ແຂ່ງຂັນ: ວັນທີ 23 – 24 ເມສາ 2026.
ສອບຖາມຂໍ້ມູນເພີ່ມເຕີມ:
ໂທ: 020 9115 6766
ອີເມວ: chidratda.k@gmail.com
ຈັດຕັ້ງປະຕິບັດໂດຍ: ກົມສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (ກຈນກ), ກະຊວງອຸດສາຫະກຳ ແລະ ການຄ້າ.
ສະໜັບສະໜູນໂດຍ: ໂຄງການເຂົ້າເຖິງແຫຼ່ງທຶນຂອງຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ເພື່ອຮັບມືກັບຜົນກະທົບ ແລະ ຟື້ນຟູ ຈາກໂຄວິດ-19 (MSME A2F-ESR).


