ໃນວາລະດໍາເນີນກອງປະຊຸມຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດ ຊຸດທີ X ວັນທີ 24 ມີນາ 2026 ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ສູນທອນ ໄຊະຍະຈັກ ຮອງປະທານສະພາແຫ່ງຊາດ, ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ຕາງໜ້າໃຫ້ຄະນະປະຈໍາສະພາແຫ່ງຊາດ ປະກອບຄໍາເຫັນຕໍ່ບົດລາຍງານກ່ຽວກັບໂຄງການລົງທຶນກໍ່ສ້າງ ເສັ້ນທາງລົດໄຟ ແຕ່ຕົວເມືອງທ່າແຂກ ແຂວງຄໍາມ່ວນ ຫາ ມູຢາ, ຊາຍແດນ ລາວ-ຫວຽດນາມ ດ້ວຍຮູບແບບ ການລົງທຶນກໍ່ສ້າງ, ດຳເນີນງານ ແລະ ມອບໂອນ (BOT)
ທ່ານ ວິໄລວົງ ບຸດດາຄໍາ ໄດ້ໃຫ້ຮູ້ວ່າ: ໃນນາມຄະນະປະຈຳສະພາແຫ່ງຊາດ ຊຸດທີ X ແມ່ນເຫັນດີຮັບຮອງເອົາດ້ານຫລັກການແບບມີເງື່ອນໄຂ ໂດຍໃຫ້ລັດຖະບານເຈລະຈາ ແລະ ເຊັນສັນຍາສຳປະທານໂຄງການ ແລະ ພາຍຫລັງເຊັນສັນຍາແລ້ວ ຕ້ອງຮ່າງເອກະສານຊ້ອນທ້າຍ ຈໍານວນ 29 ສະບັບ ໃຫ້ສໍາເລັດ ພາຍໃນ 6 ເດືອນ.
ເພື່ອຮັບປະກັນໃຫ້ແກ່ການຈັດຕັ້ງປະຕິບັດໂຄງການດັ່ງກ່າວ ໃຫ້ມີປະສິດທິພາບ, ປະສິດທິຜົນສູງ ແລະ ຮັບປະກັນຜົນປະໂຫຍດສູງສຸດໃຫ້ ແກ່ປະເທດຊາດ ກໍຄື ການເກັບລາຍຮັບໃຫ້ລັດຖະບານ ຄະນະປະຈຳສະພາແຫ່ງຊາດ:
ສະເໜີໃຫ້ລັດຖະບານ ຊີ້ນໍາຄະນະເຈລະຈາ ຫລື ຄະນະຮັບຜິດຊອບໂຄງການກວດກາຄືນຮ່າງສັນຍາສໍາປະທານໃຫ້ລະອຽດ, ຮັດກຸມ, ບໍ່ໃຫ້ລັດພວກເຮົາເສຍປຽບຄ້າຍຄືກັບໂຄງການອື່ນໆ ແລະ ໃຫ້ຖືເອົາພາສາລາວເປັນຫລັກ.
ສະເໜີໃຫ້ລັດຖະບານ ແຕ່ງຕັ້ງຄະນະຮັບຜິດຊອບຄົ້ນຄວ້າ ເອກະສານຊ້ອນທ້າຍ 29 ສະບັບ ໃຫ້ມີຄວາມຊັດເຈນ, ຮັດກຸມ ແລະ ສະເໜີໃຫ້ມີທີ່ປຶກສາທາງດ້ານກົດໝາຍເບື້ອງລັດຖະບານ ໃນການຕີຄວາມໝາຍ ເນື້ອໃນຮ່າງສັນຍາ ແລະ ເນື້ອໃນເອກະສານທີ່ຕິດພັນກັບສັນຍາສໍາປະທານ ເພື່ອຮັບປະກັນດ້ານເນື້ອໃນໃຫ້ມີຄວາມລະອຽດຈະແຈ້ງ, ຮັດກຸມ ແລະ ສຳເລັດຕາມເວລາທີ່ກໍານົດ;
ສະເໜີໃຫ້ລັດຖະບານເອົາໃຈໃສ່ ຕໍ່ວຽກງານການຊົດເຊີຍຜົນກະທົບໃຫ້ແກ່ປະຊາຊົນທີ່ໄດ້ຮັບຜົນກະທົບຈາກໂຄງການ ຕ້ອງມີການສຶກສາ, ເກັບກຳ ແລະ ປະເມີນຜົນກະທົບຢ່າງລະອຽດຮອບຄອບ ແລະ ຄົບຖ້ວນ ຕໍ່ຜົນກະທົບດ້ານເສດຖະກິດ, ວັດທະນາທຳ- ສັງຄົມ ແລະ ສິ່ງແວດລ້ອມ ເປັນຕົ້ນ ເນື້ອທີ່ດິນ, ສິ່ງປຸກສ້າງ ແລະ ຜົນລະປູກທີ່ນອນໃນແລວທາງລົດໄຟ (Setting Out/Red Zone);
ການແກ້ໄຂເນື້ອທີ່ດິນເຫລືອ ທີ່ເຈົ້າຂອງດິນ ບໍ່ສາມາດນໍາໃຊ້ໄດ້ (ດິນເຫລືອໜ້ອຍ), ດິນບໍ່ມີທາງເຂົ້າ-ອອກ. ພ້ອມກັນນັ້ນ, ລາຄາຫົວໜ່ວຍຊົດເຊີຍຕ້ອງກຳນົດໃຫ້ລະອຽດ ແລະ ສົມເຫດສົມຜົນບໍ່ໃຫ້ຜູ້ຖືກຜົນກະທົບອັບປະໂຫຍດ ແລະ ບໍ່ໃຫ້ລາຄາຫົວໜ່ວຍຫລຸດໂຕນກັນຫລາຍກັບລາຄາຫົວໜ່ວຍຕາມທ້ອງຕະຫລາດ ໃຫ້ຈ່າຍຄ່າຊົດເຊີຍໃຫ້ສຳເລັດກ່ອນການຈັດຕັ້ງປະຕິບັດການກໍ່ສ້າງ;
ສະເໜີໃຫ້ຄົ້ນຄວ້າກ່ຽວກັບຈຸດຖິ້ມສິ່ງເສດເຫລືອ ທີ່ຂົນດິນ ຫລື ຫີນ ແລະ ອື່ນໆ ອອກຈາກ ເຂດກໍ່ສ້າງ ຫລື ອຸມຸງ ໃສ່ດິນເປົ່າວ່າງ ຫລື ດິນປະຊາຊົນ ຕ້ອງໄດ້ຮັບການຍິນຍອມຈາກເຈົ້າຂອງດິນ, ພ້ອມທັງເຮັດບົດບັນທຶກທັງສອງຝ່າຍ ທີ່ມີພາກລັດເປັນພະຍານຮັບຮູ້ນໍາ;
ສະເໜີໃຫ້ລັດຖະບານ ຊີ້ນໍາກະຊວງການເງິນ ກຳນົດກົນໄກການຄຸ້ມຄອງ ແລະ ຕິດຕາມກວດກາ ການນໍາເຂົ້າວັດສະດຸ-ອຸປະກອນ ແລະ ພາຫະນະກົນຈັກ ທີ່ນໍາເຂົ້າຊົ່ວຄາວ ແລະ ສິນຄ້າອື່ນ ຢ່າງເຄັ່ງຄັດ ເພື່ອບໍ່ໃຫ້ມີການສວຍໃຊ້ໂອກາດ ແລະ ເປັນຊ່ອງວ່າງ ໃນການນໍາເຂົ້າວັດສະດຸ ແລະ ກົນຈັກ ແລ້ວນໍາໄປໃຊ້ເຂົ້າໃນເປົ້າໝາຍອື່ນຢ່າງບໍ່ຖືກຕ້ອງ.
ທີ່ມາ: ຂ່າວສານປະເທດລາວ


