ໃນວາລະດຳເນີນກອງປະຊຸມຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 23 ມີນາ 2026,
ສະເໜີໃຫ້ລັດຖະບານ ສືບຕໍ່ແກ້ໄຂຫລາຍບັນຫາສຳຄັນ ໂດຍສະເພາະ ທ່ານ ໄຊຍະເດດ ຜຸຍຍະວົງ ສສຊ ເຂດເລືອກຕັ້ງທີ 13 ແຂວງສະຫວັນນະເຂດ ສະເໜີໃຫ້ລັດຖະບານ ສືບຕໍ່ແກ້ໄຂ, ພັດທະນາດ້ານການສຶກສາໃນເຂດຫ່າງໄກສອກຫລີກ, ບັນຫາອັດຕາແລກປ່ຽນ, ອັດຕາເງິນເຟີ້ ແລະ ບັນຫາລາຄານ້ຳມັນແພງ ທີ່ມີທ່າອ່ຽງເພີ່ມຂຶ້ນສູງໃນປັດຈຸບັນ.
ທ່ານ ໄຊຍະເດດ ຜຸຍຍະວົງ ໄດ້ສະເໜີໃຫ້ລັດຖະບານ ກໍຄື ກະຊວງສຶກສາທິການ ແລະ ກິລາ ລົງເລິກຄົ້ນຄວ້ານະໂຍບາຍສະເພາະຕໍ່ກັບການພັດທະນາດ້ານການສຶກສາ ໃນເຂດຊົນນະບົດຫ່າງໄກສອກຫລີກ ເພື່ອຫລຸດ ຜ່ອນຄວາມແຕກໂຕນ ລະຫວ່າງໃນຕົວເມືອງ ແລະ ເຂດຊົນນະບົດ, ຖືໂອກາດເອົາການສ້າງຕັ້ງຕາແສງ ໂຮມໂຮງ ຮຽນເຂົ້າກັນ ໃຫ້ກາຍເປັນໂຮງຮຽນໃຫຍ່ ທີ່ມີອຸປະກອນການຮຽນ-ການສອນທີ່ທັນສະໄໝ, ມີຄູ-ອາຈານທີ່ພຽງພໍ, ມີລະບອບປະຊຸມ-ເຮັດວຽກເປັນໝູ່ຄະນະ ແລະ ມີໜ່ວຍພັກຊີ້ນຳຄັກແນ່, ຫລີກລ່ຽງການສິດສອນໂຮງຮຽນໜຶ່ງມີຄູພຽງໜຶ່ງຄົນ.
ທັງນີ້, ກໍເພື່ອແນໃສ່ສ້າງໂຮງຮຽນໃຫ້ເປັນສະຖານທີ່ປອດໄພ, ມີຄວາມອົບອຸ່ນ ແລະ ມີລະບົບຂົນສົ່ງນັກຮຽນໄປຮຽນລວມສູນຢູ່ຈຸດດຽວ. ສ່ວນການສຶກສາຢູ່ໃນຕົວເມືອງໃຫຍ່ ເຫັນວ່າມີການພັດທະນາດີ, ມີມາດຕະ ຖານບໍ່ດ້ອຍໜ້າສາກົນ ແຕ່ສະເໜີໃຫ້ສືບຕໍ່ພັດທະນາໄປເລື້ອຍໆ.
ຂ່າວສານປະເທດລາວ

