ຫ້ອງການ ກະຊວງສຶກສາທິການ ແລະ ກິລາ ຂໍຖືເປັນກຽດແຈ້ງມາຍັງທຸກພາກສ່ວນ ທົ່ວປວງຊົນຊາບວ່າ: ລັດຖະບານ ແຫ່ງ ສສ. ຫວຽດນາມ ມອບທຶນການສຶກສາແກ່ພົນລະເມືອງລາວ ຜູ້ທີ່ມີຄວາມສົນໃຈໄປສຶກສາຕໍ່ໃນ ສສ. ຫວຽດນາມ ປະຈຳປີ 2026, ໃນລະດັບມັດທະຍົມຕອນປາຍ(ມ5) ຈໍານວນ 60 ທຶນ, (ຫຼັກສູດການຮຽນ-ການສອນເປັນພາສາຫວຽດ ແລະ ມີປະລິນຍາຕີ ມີທັງຫຼັກສູດການຮຽນການ ສອນເປັນພາສາອັງກິດ. ເປີດຮັບຜູ້ທີ່ມີຈຸດປະສົງຢາກໄປສຶກສາຕໍ່ປະເທດດັ່ງກ່າວ ຕາມຂະແໜງການ (ວິຊາຮຽນ) ທີ່ ຄັດຕິດມາພ້ອມນີ້.
I. ນະໂຍບາຍທີ່ລັດຖະບານ ສສ. ຫວຽດນາມຊ່ວຍເຫຼືອ
ຄ່າເດີນທາງໄປ-ກັບລະຫວ່າງປະເທດ, ຄ່າຮຽນ, ເບ້ຍລ້ຽງປະຈໍາເດືອນ, ທີ່ພັກ, ຄ່າປະກັນສຸຂະພາບ ແລະ ຄ່າຮຽນກຽມພາສາຫວຽດຢູ່ ສປປ ລາວ ກ່ອນການເດີນທາງ.
II. ເງື່ອນໄຂຂອງຜູ້ສະໝັກ
1. ເປັນຄົນລາວ ຖືສັນຊາດລາວ, ມີຄຸນສົມບັດດີ, ຊີວະປະຫວັດຈະແຈ້ງ ແລະ ສຸຂະພາບແຂງແຮງດີ;
2. ຜູ້ສະໝັກລະດັບ ມັດທະຍົມຕອນປາຍ ໃຫ້ສໍາເນົາໃບປະກາສະນິຍະບັດ ແລະ ໃບຄະແນນ ທີ່ຈົບ ມັດທະຍົມຕອນຕົ້ນ ຄະແນນສະເລ່ຍ 7/10 ຂຶ້ນໄປ, ກໍລະນີນັກຮຽນທີ່ກຽມຈະຈົບມັດທະຍົມຕອນຕົ້ນ. ມ.4 ຈະສືບຕໍ່ຮຽນ ມ.5 ຕ້ອງມີໃບຢັ້ງຢືນການເປັນນັກຮຽນຈາກໂຮງຮຽນທີ່ຜູ້ກ່ຽວຈະຈົບໃນປີ 2026 ແລະ ສໍາເນົາປື້ມຕິດຕາມການຮຽນ ຊັ້ນ ມ.1, ມ.2, ມ.3 ແລະ ຄະແນນເສັງພາກຮຽນທີ 1 ຂອງ ມ.4 ຄັດຕິດມາພ້ອມ;
3. ຜູ້ທີ່ຮູ້ພາສາຫວຽດ (ຮຽນຈົບມາຈາກ ສສ. ຫວຽດນາມ ຈະໄດ້ຮັບບຸລິມະສິດພິເສດ);
III. ວິທີສະໝັກ
ຜູ້ສົນໃຈສະໝັກໃຫ້ໄປພົວພັນ, ສອບຖາມຂໍ້ມູນລາຍລະອຽດ ແລະ ແບບຟອມສະໝັກ ຢູ່ທີ່ກົມກິດຈະການ ນັກສຶກສາ ກະຊວງສຶກສາທິການ ແລະ ກິລາ (ເຂດສະໜາມກິລາເຈົ້າອານຸວົງ) ຫຼື ສາມາດດາວໂຫຼດເອົາແບບຟອມທີ່ ເວັບໄຊຂອງກົມ: www.moes.dsa.edu.la ເບີໂທລະສັບ: 021 255 035 ພາຍຫຼັງປະກອບເອກະສານຄົບຖ້ວນແລ້ວສົ່ງມາຍັງພະແນກຄຸ້ມຄອງທຶນການສຶກສາ ແລະ ນັກສຶກສາ ຫ້ອງ 107-108 ຕາມໂມງລັດຖະການ ກ່ອນວັນວັນສຸກ ວັນທີ 03 ເມສາ 2026 ເປັນມື້ປິດຮັບສະ ແລະ ຕິດຕໍ່ສອບຖາມຂໍ້ມູນໄດ້ທີ່ສູນບໍລິການນັກສຶກສາຕາມ ໝັກ.
ດັ່ງນັ້ນ, ຈຶ່ງແຈ້ງມາຍັງທົ່ວປວງຊົນເພື່ອຊາບ ແລະ ດຳເນີນການສະໝັກໃຫ້ທັນເວລາດ້ວຍ.

