ນ້ຳມັນເຊື້ອໄຟລາວ ຮ່ວມມື ທີພີພີລາວ ຈຳກັດ ນຳເຂົ້ານ້ຳມັນເຊື້ອໄຟ

ໃນຕອນບ່າຍຂອງວັນທີ 24 ມີນາ 2026 ທີ່ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ມີພິທີຖະແຫຼງຂ່າວຮ່ວມກັນກ່ຽວກັບການ ນຳເຂົ້ານ້ຳມັນເຊື້ອໄຟ ລະຫວ່າງ ລັດວິສາຫະກິດນໍ້າມັນເຊື້ອໄຟລາວ ແລະ ບໍລິສັດ ພີທີທີ (ລາວ) ຈຳກັດ.

ໂດຍໃຫ້ກຽດເປັນປະທານຂອງ ທ່ານ ປອ. ບົວວັນ ວິລະວົງ ຫົວຫນ້າຫ້ອງການ ກະຊວງ ອຸດສາຫະກຳ ແລະ ການຄ້າ, ພ້ອມດ້ວຍ ທ່ານ ວຽງທອງ ວົງທະວີໄລ ປະທານສະມາຄົມນ້ຳມັນເຊື້ອໄຟ ແລະ ອາຍແກັດ, ທັງເປັນຜູ້ອຳນວຍການລັດວິສາຫະກິດນ້ຳມັນເຊື້ອໄຟລາວ ແລະ ທ່ານ ພີຣະເວດ ນະຣະນອງ ຜູ້ອຳນວຍການ ບໍລິສັດ ພີທີທີ (ລາວ) ຈຳກັດ.

ເພື່ອຍົກລະດັບຄວາມໝັ້ນຄົງທາງດ້ານພະລັງງານຕາມຄໍາສັ່ງ 40/ນຍ ຂອງລັດຖະບານ ຕໍ່ສະພາບສົງຄາມຕາເວັນອອກກາງ ທີ່ສົ່ງຜົນໃຫ້ປະລິມານນ້ຳມັນສະໜອງບໍ່ປົກະຕິ ລວມເຖິງຄວາມຕ້ອງການທີ່ສູງຂຶ້ນ ເຮັດໃຫ້ການຈັດສົ່ງຍັງບໍ່ທັນກັບຄວາມຕ້ອງການ.

ໃນໄລຍະຜ່ານມາ, ລັດວິສາຫະກິດນໍ້າມັນເຊື້ອໄຟລາວ ແລະ ບໍລິສັດ ພີທີທີ (ລາວ) ຈໍາກັດ ກໍ່ເອົາໃຈໃນຈັດຊື້ນໍ້າມັນ ເພື່ອຕອບສະໜອງຄວາມຕ້ອງການຂອງປະຊາຊົນ ແຕ່ມີຄວາມຫຍຸ້ງຍາກດັ່ງທີ່ກ່າວມາຂ້າງເທິງນັ້ນ ໃນການຈັດຊື້ ແລະ ຂົນສົ່ງນໍ້າມັນມາ ສປປ ລາວ. ຮອດປະຈຸບັນ, ພວກເຮົາ 2 ພາກສ່ວນໄດ້ເຊັນສັນຍາຮ່ວມກັນຈັດຊື້ນ້ຳມັນກາຊວນ ຈຳນວນ 14 ລ້ານລິດ ໂດຍກົງຈາກຕ່າງປະເທດ ເຊິ່ງຈະສົ່ງມອບນໍ້າມັນ ບໍ່ເກີນກາງເດືອນເມສາ 2026 ນີ້ ແລະ ຍັງຈະມີແຜນນຳເຂົ້ານໍ້າມັນເຊື້ອໄຟມາເພີ່ມອີກໃນໄລຍະຕໍ່ໄປ.

ສະນັ້ນ, ຈຶ່ງຂໍໃຫ້ທຸກທ່ານໄວ້ວາງໃຈວ່າ ຈະມີນໍ້າມັນຢ່າງພຽງພໍ ແລະ ຂໍອະໄພໃນຄວາມບໍ່ສະດວກກ່ອນໜ້ານີ້ດ້ວຍ.

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles