ແຈ້ງບັນດາວິສະຫະກິດນຳເຂົ້າ – ສົ່ງອອກສິນຄ້າ ຮີບຮ້ອນມາຕໍ່ອາຍຸໃບຢັ້ງຢືນ

ການຈັດຕັ້ງປະຕິບັດຂໍ້ຕົກລົງວ່າດ້ວຍການລົງທະບຽນຜູ້ນໍາເຂົ້າ ແລະ ສົ່ງອອກສິນຄ້າ.

ກົມການຄ້າຕ່າງປະເທດ (ກົມ ຄຕ), ກະຊວງອຸດສາຫະກໍາ ແລະ ການຄ້າ ຂໍຖືເປັນກຽດແຈ້ງມາຍັງທ່ານ ຊາບວ່າ ຜ່ານການຕິດຕາມ-ກວດກາຂໍ້ມູນ ໃບຢັ້ງຢືນການລົງທະບຽນຜູ້ນໍາເຂົ້າ-ສົ່ງອອກສິນຄ້າ ແລະ ບໍລິການ ເຫັນວ່າ ໃບຢັ້ງຢືນຂອງຫຼາຍວິສາຫະກິດທີ່ໄດ້ມີການລົງທະບຽນ ແມ່ນໄດ້ຫມົດອາຍຸແລ້ວ. ສະນັ້ນ, ກົມ ຄຕ ຈິ່ງໄດ້ ອອກແຈ້ງການເພື່ອເຕືອນມາຍັງບັນດາວິສາຫະກິດ (ທີ່ມີລາຍຊື່ຄັດຕິດມາພ້ອມນີ້) ໃຫ້ຮີບຮ້ອນຕໍ່ອາຍຸໃບຢັ້ງຢືນ ກ່ອນວັນທີ 31 ມີນາ 2026 ເພື່ອໃຫ້ສືບຕໍ່ດໍາເນີນການນໍາເຂົ້າ-ສົ່ງອອກສິນຄ້າ ແລະ ການປະກອບເອກະສານຮັບ- ໂອນເງິນຄ່າບໍລິການ ໄດ້ປົກກະຕິ.

ໂດຍເງື່ອນໄຂ ແລະ ເອກະສານ ຂອງການຕໍ່ອາຍຸ ແມ່ນອີງໃສ່ແຈ້ງການດັດສົມຜູ້ນໍາເຂົ້າ ແລະ ສົ່ງອອກສິນຄ້າ ເລກທີ 2972/ຫອຄ, ລົງວັນທີ 31 ຕຸລາ 2024. ຖ້າວິສາຫະກິດໃດບໍ່ໄດ້ລົງທະບຽນຕໍ່ອາຍຸຜ່ານລະບົບດັ່ງກ່າວ ຕາມກໍານົດ ເວລາທີ່ໄດ້ລະບຸໄວ້, ກົມ ຄຕ ຈະໄດ້ດໍາເນີນການລະງັບຂໍ້ມູນວິສາຫະກິດ ແລະ ດໍາເນີນການມາດຕະການເພີ່ມເຕີມ ຕາມລະບຽບທີ່ວາງອອກ.

ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານ ເພື່ອຊາບ ແລະ ຈັດຕັ້ງປະຕິບັດຢ່າງເຂັ້ມງວດ.

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles