28.3 C
Vientiane
Thursday, June 26, 2025

ລາຄານ້ຳມັນໂລກປັບຂຶ້ນຈາກເຫດການຄວາມເຄັ່ງຕຶງໃນພາກພື້ນຕາເວັນອອກກາງ ແລະ ຄວາມສ່ຽງການປິດຊ່ອງແຄບຮໍມຸສ

ອີງຕາມການລາຍງານ ຂອງສຳນັກຂ່າວ AP News ໄດ້ໃຫ້ຮູ້ວ່າ: ລາຄານ້ຳມັນດິບໃນທົ່ວໂລກ ປັບໂຕເພີ່ມຂຶ້ນ 2.6% ຫຼັງຈາກສະຫະລັດອາເມລິກາ ເປີດສາກໂຈມຕີໂຮງງານນິວເຄຼຍຂອງອີຣ່ານ ໃນພາກພື້ນຕາເວັນອອກກາງ. ສ້າງຄວາມກັງວົນໃຈເຖິງຄວາມບໍ່ແນ່ນອນດ້ານອຸປະທານນ້ຳມັນ, ໂດຍສະເພາະຄວາມສ່ຽງທີ່ປະເທດອີຣ່ານ ຈະປິດຊ່ອງແຄບຮໍມຸສ (Strait of Hormuz) ເຊິ່ງເປັນເສັ້ນທາງຜ່ານຂອງນ້ຳມັນດິບໂລກ ກວມເອົາ 20%

ໂດຍລາຄານ້ຳມັນດິບເບຣນທ໌ (Brent Crude), ແມ່ນຢູ່ທີ່ 79 ໂດລ່າຕໍ່ບາເຣວ ໃນຂະນະທີ່ນ້ຳມັນດິບສະຫະລັດ (WTI) ຢູ່ທີ່ 75.76 ໂດລ່າຕໍ່ບາເຣວ ເຊິ່ງທັງສອງ ແມ່ນລາຄາເພີ່ມຂຶ້ນ 2.6%. ຜູ້ຊຽວຊານໄດ້ຄາດຄະເນວ່າ: ຫາກຊ່ອງແຄບດັ່ງກ່າວຖືກປິດ ລາຄານ້ຳມັນໃນທົ່ວໂລກ ອາດເພີ່ມຂຶ້ນສູງເຖິງ 120-130 ໂດລ່າຕໍ່ບາເຣວ.

ລາຄານ້ຳມັນທີ່ເພີ່ມຂຶ້ນ ສະທ້ອນເຖິງການເຄື່ອນໄຫວຂອງຕະຫຼາດ ທີ່ຕອບສະໜອງຕໍ່ເຫດການຂອງພາກພື້ນຕາເວັນອອກກາງ ທີ່ມີບົດບາດສຳຄັນໃນການຜະລິດ ແລະຂົນສົ່ງພະລັງງານ. ໂດຍສະເພາະບໍລິເວນຊ່ອງແຄບຮໍມຸສ ເຊິ່ງເປັນໜຶ່ງໃນເສັ້ນທາງເດີນເຮືອທີ່ສຳຄັນທີ່ສຸດຂອງໂລກ.

ຊ່ອງແຄບຮໍມຸສ ຕັ້ງຢູ່ລະຫວ່າງອ່າວເປີເຊຍ ແລະອ່າວໂອມານ ເປັນເສັ້ນທາງທີ່ນ້ຳມັນດິບປະມານ 20% ຂອງປະລິມານການຄ້າໂລກ ຜ່ານໄປຍັງປະເທດຕ່າງໆ ໂດຍສະເພາະບັນດາປະເທດໃນທະວີບອາຊີ, ຫາກເສັ້ນທາງດັ່ງກ່າວຖືກປິດແລ້ວ ອາດຈະສົ່ງຜົນກະທົບຕໍ່ການຕອບສະໜອງພະລັງງານ ແລະຖືເປັນປັດໄຈສຳຄັນທີ່ຕະຫຼາດພະລັງງານ ໃຫ້ຄວາມສົນໃຈຢ່າງຍິ່ງ.

ທີ່ມາ: AP News, CNBC.

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles