ອີງຕາມກນລາຍງານຂອງ ສູນຂ່າວສານການແພດສຸຂະສຶກສາ ໃຫ້ຮູ້ວ່ປະຈຸຍັງບໍ່ມີລາຍງານການເສຍຊີວິດຈາກພະຍາດໄຂ້ຍຸງລາຍ ໃນ ສປປ.ລາວ ແຕ່ຍັງມີຕົວເລກຂອງໃຫມ່ ປະຈຳວັນວັນທີ 23 ມິຖຸນາ 2025 ຈຳນວນ 34ຄົນ ແລະ ຕົວເລກຕິດເຊື່ອສະສົມ 2,249 ຄົນ ເຊິ່ງໃນນີ້ແຂວງທີ່ມີຕົວເລກຕິດເຊື້ອໄຂ້ຍຸງລາຍຫລາຍສຸດແມ່ນ ນະຄອນຫຼວງວຽງຈັນ.
ພະຍາດໄຂ້ເລືອດອອກ, ໄຂ້ຍຸງໄດ້ແຜ່ລະບາດຫຼາຍ ພົບຜູ້ຕິດເຊື້ອ ແລະ ເສຍຊີວິດມາຈຳນວນບໍ່ໜ້ອຍໃນແຕ່ລະປີ ພະຍາດໄຂ້ເລືອດອອກ ແມ່ນໂລກຕິດຕໍ່ ທີ່ອັນຕະລາຍຊະນິດໝຶ່ງ ເກີດຈາກການແຜ່ເຊື້ອຂອງຍຸງລາຍ. ພະຍາດຊະນິດນີ້, ມັກເກີດໃນຊ່ວງລະດູຝົນຢູ່ເຂດທີ່ມີສະພາບແວດລ້ອມທີ່ບໍ່ສະອາດ, ມີບໍ່ນ້ຳຄ້າງຫຼາຍ, ປ່າໄມ້ຕຶບໜາ.
ໄຂ້ເລືອດອອກແບ່ງອອກເປັນ 3 ປະເພດຄື:
– ໄຂ້ເລືອດອອກທຳມະດາ ( ລະດັບເບົາບາງ), ໄຂ້ເລືອດອອກມີເລືອດໄຫຼ ແລະ ໄຂ້ເລືອດອອກ dengue ( ອາການຊ໋ອກ dengue). ເຊິ່ງ ອາການຂອງໄຂ້ເລືອດອອກທີ່ສາມາດຮູ້ໄດ້ເບື້ອງຕົ້ນແມ່ນ: ມີໄຂ້ສູງ 40.5 ອົງສາ, ປວດຫົວ, ຈາມ, ເປັນຜື່ນ.
– ໄຂ້ເລືອດອອກລະດັບທຳມະດາແມ່ນຈະມີໄຂ້ສູງ, ເປັນຜື່ນ, ເຈັບຕົນໂຕແລະ ຄໍ, ສ່ວນໄຂ້ເລືອດອອກປະເພດໜັກແມ່ນຈະມີເລືອດໄຫຼອອກ, ຄວາມດັນເລືອດຫຼຸດລົງຢ່າງກະທັນຫັນ( ຊ໋ອກ) ແລະ ເສຍຊີວິດ.
– ອາການຂອງໄຂ້ເລືອດອອກໃນເດັກນ້ອຍ ເດັກຈະມີ ໄຂ້ສູງ, ປົກກະຕິຈະເຮັດໃຫ້ພໍ່ແມ່ຫຼົງເຊື່ອວ່າລູກເປັນຫວັດ ຫຼື ຕິດເຊື້ອແບັກຄີເຣຍໃນການຫາຍໃຈ. ນອກຈາກນີ້, ແລ້ວອາດຈະພົບອາການແຊກຊ້ອນອື່ນໆຕື່ມອີກ, ທາງທີ່ດີຫາກລູກທ່ານມີອາການໄຂ້ ຄວນໄປປືກສາແພດໝໍ.
ສໍາລັບວິທີປ້ອງກັນ ຫຼື ປົວຂັ້ນຕົ້ນ ສະເພາະໄຂ້ເລືອດອອກລະດັບເບົາ ທ່ານສາມາດປີ່ນປົວຢູ່ເຮືອນກໍໄດ້, ຈົ່ງກິນນ້ຳໃຫ້ຫຼາຍໆ, ກິນຢາຫຼຸດໄຂ້ ຫຼື ບັນເທົາຄວາມເຈັບປວດຕາມຄຳແນະນຳຂອງທ່ານໝໍ. ໃນລະດູຝົນແບບນີ້, ທ່ານຄວນນອນໃນຫ້ອງທີ່ຊຸ່ມຊື່ນ, ສະອາດເພື່ອຫຼີກລ້ຽງບໍ່ໃຫ້ຍຸງເຂົ້າ; ຫຼີກລ້ຽງອອກໄປນອກເວລາໃກ້ຄ້ອຍແລງ, ໃກ້ຄ່ຳ, ກາງຄືນ ເພາະໃນຊ່ວງນີ້ຈະມີຍຸງຫຼາຍ; ນຸ່ງເຄື່ອງໂສ້ງເສື້ອປິດ, ເມື່ອຕ້ອງໄປເຂດທີ່ມີການແຜ່ເຊື້ອ, ທ່ານຕ້ອງໃສ່ເສື້ອແຂນຍາວ, ໂສ້ງຂາຍາວ ທາຢາໄລ່ຍຸງຢູ່ສ່ວນທີ່ບໍ່ມີເຄື່ອງປິດ, ເຊັ່ນວ່າມື, ຕີນ, ໃບໜ້າ ແລະ ຄໍ ຍຸງທີ່ນຳເຊື້ອໄວຣັດໄຂ້ເລືອດອອກ ແມ່ນອາໄສຢູ່ໃນເຮືອນ ແລະນອກເຮືອນ, ພວກມັນມັກອາໄສຢູ່ຕາມບວກນ້ຳຄ້າງ, ເຊັ່ນວ່າ ໂອ, ຖັງ.
ດັ່ງນັ້ນ, ທ່ານຄວນເຮັດຄວາມສະອາດບໍລິເວນອ້ອມຂ້າງ ເພື່ອບໍ່ໃຫ້ເປັນບ່ອນເພາະພັນຂອງຍຸງລາຍ, ຄວນປີດແອ່ງນ້ຳໃຫ້ແຈບ, ທຳລາຍອຸປະກອນທີ່ອາດຈະມີນ້ຳຝົນຕົກຄ້າງ ( ຕົວຢ່າງເຊັ່ນ: ກົງລົດເກົ່າ, ຖ້ວຍບ່ວງ, ຊາມເກົ່າ….) ທ່ານສາມາດນຳໃຊ້ສານເຄມີທຳລາຍໄຂ່ຂອງຍຸງ ຫຼືອາດຈະສະເໝີໄປຫ້ອງການສາທາລະນະສຸກເພື່ອມາພົ່ນຢາຂ້າຍຸງໃນເຂດຂອງທ່ານ ໄຂ້ເລືອດອອກເປັນພະຍາດທີ່ອັນຕະລາຍ, ບໍ່ວ່າໃຜກໍ່ສາມາດຕິດຕໍ່ໄດ້, ທຸກຄັ້ງທີ່ມີການແຜ່ລະບາດແມ່ນເຮັດໃຫ້ມີການເສຍຊີວິດ ແລະ ເສຍຄ່າຮັກສາຢ່າງຫຼວງຫຼາຍ.