ຜູ້ໃດທີ່ມີແຟນ, ມີຄອບຄົວ ຫຼື ກຳລັງຫຍຸ້ງກັບວຽກ ແລະ ໜ້າທີ່ຂອງຕົນ ຈົນບໍ່ໄດ້ມີເວລາໄປສັສ້າງສັນ ຫຼື ພົບເຈິະໝູ່ເພື່ອນສະໄໝທີ່ເປັນໄວໜຸ່ມ. ແຕ່ທຸກຄົນຮູ້ບໍ່ວ່າ: ການອອກໄປຫຼິ້ນກັບໝູ່ເພື່ອນດ້ວຍກັນພຽງເເຕ່ອາທິດລະ 2 ຄັ້ງ ກໍສາມາດຊ່ວຍໃຫ້ສຸຂະພາບຈິດດີຂຶ້ນໄດ່້.
ງານຄົ້ນຄວ້າໂດຍ Robin Dunbar ນັກຈິດຕະວິທະຍາຊື່ດັງຈາກມະຫາວິທະຍາໄລ Oxford ພົບວ່າ “ຄວາມສຳພັນລະຫວ່າງໝຼ່ກັບໝຼ່” ມີອິດທິພົນຕໍ່ອາລົມ ແລະ ພາວະທາງຈິດໃຈຢ່າງຫຼວງຫຼາຍ ເພາະເມື່ອເຮົາໄດ້ໃຊ້ເວລາສົນທະນາ ຫຼື ເຮັດກິດຈະກຳຮ່ວມກັບກຸ່ມເພື່ອນ ກໍຈະເຮັດໃຫ້ຮູ້ສຶກຜ່ອນຄາຍຫຼາຍກວ່າການໃຊ້ເວລາຢູ່ກັບແຟນ ຫຼື ຄົນຄອບຄົວຕື່ມອີກ.
ຍິ່ງໄປກວ່ານັ້ນ, ຜົນການສຶກສາເພີ່ມເຕີມຈາກມະຫາວິທະຍາໄລ Göttingen ປະເທດເຢຍລະມັນ ໄດ້ສຶກສາເລື່ອງນີ້ຜ່ານພຶດຕິກຳຂອງ “ລີງບາບາຣີ” ເຊິ່ງມີພຶດຕິກຳໃກ້ຄຽງກັບມະນຸດ ພົບວ່າ ລີງຕົວເມຍ ຫຼື ຄູ່ຮັກທີ່ຢູ່ດ້ວຍກັນດົນນານຫຼາຍໆ ມັກມີພາວະເຄັ່ງຕຶງສະສົມ ເເຕ່ຖ້າລີງໄດ້ຢູ່ກັບຝູງໝູ່ເພື່ອນກັບບໍ່ສະແດງອາການເຄັ່ງຕຶງເລີຍ ເພາະພວກມັນຈະຄອຍເບິ່ງແຍງ ແລະ ສະໜັບສະໜູນກັນຢູ່ຕະຫຼອດ.
ໃນນັ້ນ ການໄດ້ພົບເຈິະ ແລະ ໃຊ້ເວລາກັບໝູ່ເພື່ອນ ຈະຊ່ວຍຫຼຸດຄວາມວິຕົກກັງວົນ ເຮັດໃຫ້ຮູ້ສຶກຜ່ອນຄາຍ ແລະ ຊ່ວຍຫຼຸດຮໍໂມນຄວາມເຄັ່ງຕຶງໄດ້ເເທ້ ເພາະໃນບາງກໍລະນີ ການໃຊ້ເວລາຢູ່ກັບຄູ່ຮັກ ຫຼື ຄອບຄົວຢ່າງຕໍ່ເນື່ອງ ກັບມີແນວໂນ້ມເຮັດໃຫ້ລະດັບຄວາມເຄັ່ງຕຶງເພີ່ມຂຶ້ນແທນ.
ດັ່ງນັ້ນ, ຢ່າຟ້າວຮູ້ສຶກຜິດຖ້າຢາກອອກໄປຫາໝູ່ເພື່ອນເເດ່ໃນບາງຄັ້ງ ເພາະມັນບໍ່ໄດ້ເປັນຍ້ອນວ່າ ເຮົາບໍ່ຮັກຄອບຄົວ ແຕ່ເປັນມັນຮູບແບບໜຶ່ງຂອງການຫາຄວາມສຸກໃຫ້ຕົວເອງພຽງເທົ່ານັ້ນ.
ທີ່ມາ: unilad