31 C
Vientiane
Wednesday, June 25, 2025

ເຕືອນໄພຜູ້ປົກຄອງ ຢາເສບຕິດຮູບແບບໃຫມ່ໃຊ້ຫຼອກລວງໄວໜຸ່ມຜ່ານຮູບແບບຂອງຫຼິ້ນ

ຫົວໜ້າສະກັດກັ້ນ ແລະ ປາບປາມຢາເສບຕິດ ຂອງໄທ ໄດ້ອອກມາເຕືອນພໍ່ແມ່ຜູ້ປົກຄອງໃຫ້ລະວັງຢາເສບຕິດຊະນິດໃໝ່ ທີ່ມີການລາຍງານວ່າ ກຳລັງແຜ່ລາມໃນໝູ່ເດັກນັກຮຽນ ແລະ ໄວໜຸ່ມ. ຢາເສບຕິດເຫຼົ່ານີ້ຖືກອອກແບບໃຫ້ມີລັກສະນະຄ້າຍຄືກັບຂອງຫຼິ້ນ, ຂອງກິນ, ແລະເຄື່ອງດື່ມໝາກໄມ້ທົ່ວໄປ ເພື່ອຫຼອກລວງໃຫ້ເດັກນ້ອຍຄິດວ່າບໍ່ມີອັນຕະລາຍ.

ຢາເສບຕິດຊະນິດໃໝ່ທີ່ ພົບເຫັນ ປະກອບມີ:

1. ຢາສູບໄຟຟ້າ GEN 6 – ຮູບແບບຢາດົມ

• ມີລັກສະນະຄ້າຍແທ່ງຢາດົມທົ່ວໄປ

• ສາມາດສູບໄດ້ທັງທາງດັງ ແລະ ທາງປາກ

• ຂາຍຜ່ານອອນລາຍດ້ວຍລາຄາ ປະມານ 100 ບາດ ຫຼື 60,000 ກີບເທົ່ານັ້ນ

2. ພອດກັນຊາໄຟຟ້າ – ຄ້າຍຂອງຫຼິ້ນ

• ອອກແບບໃຫ້ຄ້າຍຂອງຫຼິ້ນ, ຂອງກິນ, ຫຼືໝາກໄມ້

• ງ່າຍຕໍ່ການຫຼອກລວງເດັກນ້ອຍ

• ສາມາດຊື້ໄດ້ງ່າຍໆຜ່ານອິນເຕີເນັດ

3. Lean (ລີນ) – ນ້ຳສີມ້ວງ

• ເປັນນ້ຳສີມ້ວງທີ່ປະສົມກັບນ້ຳອັດລົມ

• ເສບແລ້ວເຮັດໃຫ້ມຶນເມົາ

• ມີຄວາມສ່ຽງຕໍ່ການຢຸດເຕັ້ນຂອງຫົວໃຈ

4. ຢາອີແບບໃໝ່ (Molly) – ຄ້າຍຄືລູກອົມ

• ມີລັກສະນະຄ້າຍລູກອົມ

• ເປັນເມັດສີພາສເທລ ມີຮູບແບບດາວ, ຫົວໃຈ, ຕຸ໊ກຕາ

• ກະຕຸ້ນແລະຫຼອນປະສາດ ອັນຕະລາຍຕໍ່ຊີວິດ

ຄຳແນະນຳສຳລັບພໍ່ແມ່ຜູ້ປົກຄອງ:

1. ໃຫ້ໝັ່ນສອດສ່ອງເບິ່ງພຶດຕິກຳ – ເອົາໃຈໃສ່ການປ່ຽນແປງຂອງພຶດຕິກຳ ຂອງລູກຫຼານ

2. ສື່ສານເປີດໃຈ – ສ້າງສະພາບແວດລ້ອມທີ່ລູກຫຼານ ສາມາດເວົ້າ ໂອລົມ ໄດ້ ແບບຕໍ່ໜ້າ

3. ໃຫ້ຄວາມຮູ້ – ອະທິບາຍ ອັນຕະລາຍຂອງຢາເສບຕິດ ເຫຼົ່ານີ້

4. ກວດກາຂອງໃຊ້ – ກວດເບິ່ງ ເຄື່ອງຂອງທີ່ລູກຫຼານ ຊື້ ຫຼື ນຳກັບມາ ເຮືອນ

ສັນຍານເຕືອນ:

• ມີຂອງແປກໆທີ່ບໍ່ເຄີຍເຫັນມາກ່ອນ

• ພຶດຕິກຳປ່ຽນແປງກະທັນຫັນ

• ຕາແດງ, ເຫງົານອນ, ຫຼື ກະຕືລືລົ້ນຜິດປົກກະຕິ

• ມີກິ່ນແປກໆ ຢູ່ໃນຮ່າງກາຍຫຼືເສື້ອຜ້າ ຂອງລູກຫຼານ

ຢ່າປ່ອຍໃຫ້ໜ້າຕາທີ່ເບິ່ງຄືບໍ່ມີພິດໄພ ພາໃຫ້ເດັກນ້ອຍຕົກເປັນເຫຍື່ອ! ຫາກພົບເຫັນການຂາຍຫຼືການນຳໃຊ້ຢາເສບຕິດເຫຼົ່ານີ້ ໃຫ້ແຈ້ງໃຫ້ເຈົ້າໜ້າທີ່ທີ່ກ່ຽວຂ້ອງຊາບໂດຍທັນທີ.

ຫມາຍເຫດ: ບົດຄວາມນີ້ແປແລະດັດແປງຈາກ ຂ່າວສົດ ພາກພາສາໄທ ເພື່ອເຜີຍແຜ່ຂໍ້ມູນສຳຄັນກ່ຽວກັບການປ້ອງກັນຢາເສບ ຕິດໃນໝູ່ໄວໜຸ່ມລາວ.

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles