ວັນທີ 23 ມິຖຸນາ 2025 ທີ່ຫໍປະຊຸມແຫ່ງຊາດ ໄດ້ຈັດພິທີປະກາດການຈັດຕັ້ງ ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ພາຍຫຼັງໂຮມວຽກງານຈຳນວນໜຶ່ງຂອງກະຊວງພາຍໃນ ມາຂຶ້ນກັບ ຫສນຍ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານ ແລະ ໂອ້ລົມໃຫ້ທິດຊີ້ນຳ ຂອງສະຫາຍ ກິແກ້ວ ໄຂຄຳພິທູນ, ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ; ມີສະຫາຍ ບົວຄົງ ນາມມະວົງ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ, ຫົວໜ້າ ຫສນຍ; ບັນດາສະຫາຍກຳມະການສູນກາງພັກ, ລັດຖະມົນຕີປະຈໍາ ສນຍ; ສະຫາຍ ນາງ ລີວົງ ລາວລີ, ກຳມະການສຳຮອງສູນກາງພັກ, ຮອງລັດຖະມົນຕີ, ຄະນະຮັບຜິດຊອບປັບປຸງກົງຈັກການຈັດຕັ້ງຂັ້ນສູນກາງ; ພ້ອມດ້ວຍ ບັນດາສະຫາຍຄະນະບໍລິຫານງານພັກ ຫສນຍ, ຄະນະໜ່ວຍພັກຮາກຖານ, ພະນັກງານ-ລັດຖະກອນ ຫສນຍ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ສະຫາຍ ບົວຄົງ ນາມມະວົງ ໄດ້ລາຍງານໃຫ້ຊາບ ກ່ຽວກັບການກະກຽມ, ການດຳເນີນ ແລະ ຜົນໄດ້ຮັບຈາກການປັບປຸງກົງຈັກການຈັດຕັ້ງ ຫສນຍ ແລະ ທິດທາງແຜນການໃນຕໍ່ໜ້າ ເຫັນວ່າ: ໂດຍປະຕິບັດຕາມມະຕິ 03 ຂອງຄະນະບໍລິຫານງານສູນກາງພັກ ວ່າດ້ວຍການປັບປຸງກົງຈັກການຈັດຕັ້ງ; ມະຕິ 05 ຂອງສະພາແຫ່ງຊາດ ວ່າດ້ວຍການຮັບຮອງການປັບປຸງກົງຈັກການຈັດຕັ້ງ ແລະ ຄຳແນະນຳ ຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 456 ກ່ຽວກັບການປັບປຸງກົງຈັກການຈັດຕັ້ງ: ຄະນະຮັບຜິດຊອບ ໄດ້ເຮັດວຽກງານການເມືອງແນວຄິດ ຂອງພະນັກງານ-ລັດຖະກອນ ໄປຄຽງຄູ່ກັບການດຳເນີນວຽກງານແຕ່ລະດ້ານ ເປັນຕົ້ນ ໄດ້ຄົ້ນຄວ້າປັບປຸງການຈັດຕັ້ງ, ປັບປຸງພາລະບົດບາດ, ສິດ ແລະ ໜ້າທີ່ ຂອງ ຫສນຍ; ໄດ້ຄົ້ນຄວ້າຜູ້ຄົບເງື່ອນໄຂ ຮັບນະໂຍບາຍອຸດໜູນບໍານານ; ໄດ້ຄົ້ນຄວ້າບັນຈຸຊັບຊ້ອນ, ຈັດວາງ ພະນັກງານຂັ້ນຫົວໜ້າກົມ, ຮອງຫົວໜ້າກົມ ຂອງບາງກົມ; ໄດ້ຂຶ້ນບັນຊີຊັບສິນຂອງລັດ ທີ່ຂຶ້ນກັບ ຫສນຍ ແລະ ພາກສ່ວນກ່ຽວຂ້ອງ. ຜ່ານການຄົ້ນຄວ້າ ແລະ ດຳເນີນການປັບປູງ ຕາມທິດກະທັດຮັດ, ໂລ່ງລ່ຽນ, ມີປະສິດທິພາບ ແລະ ເຂັ້ມແຂງ ໄດ້ຕົກລົງໂຮມເອົາວຽກງານ 4 ກົມ ແລະ ທຽບເທົ່າ, ພ້ອມທັງ ບຸກຄະລາກອນ 131 ທ່ານ (ຍິງ 54 ທ່ານ) ຂອງກະຊວງພາຍໃນ ມາຂຶ້ນກັບ ຫສນຍ.
ທ່ານ ນາງ ລີວົງ ລາວລີ, ຮອງລັດຖະມົນຕີ, ຄະນະຮັບຜິດຊອບປັບປຸງກົງຈັກການຈັດຕັ້ງຂັ້ນສູນກາງ ກໍ່ໄດ້ຂຶ້ນຜ່ານແຈ້ງການຂອງຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 215, ລົງວັນທີ 13 ມິຖຸນາ 2025 ວ່າດ້ວຍການຮັບຮອງກົງຈັກການຈັດຕັ້ງ ແລະ ບຸກຄະລາກອນ ຂອງ ຫສນຍ ເຊິ່ງປະກອບມີ 10 ກົມ ແລະ 1 ຫົວໜ່ວຍວິຊາການຄື: ກົມເລຂາ; ກົມຄົ້ນຄວ້າ-ສັງລວມ; ກົມຈັດຕັ້ງ ແລະ ພະນັກງານ; ກົມກວດກາ; ກົມນິຕິກຳ; ກົມບໍລິຫານ- ພິທີການ ແລະ ການເງິນ; ກົມປະຊາສຳພັນ; ກົມແຜນທີ່ແຫ່ງຊາດ; ກົມເອກະສານແຫ່ງຊາດ; ກົມວຽກງານຊົນເຜົ່າ ແລະ ສາສະໜາ; ແລະ ຫໍປະຊຸມແຫ່ງຊາດ (ຫົວໜ່ວຍວິຊາການລະດັບ 2).
ສ່ວນດ້ານບຸກຄະລາກອນ ໄດ້ຮັບຮອງ ຄື: ທ່ານ ໂຈມ ຂະທຸມພົມ ເປັນຫົວໜ້າກົມເລຂາ; ທ່ານ ຊາຍຄຳ ພຸດທະວົງ ເປັນຫົວໜ້າກົມຄົ້ນຄວ້າ-ສັງລວມ; ທ່ານ ນາງ ສຸລິກັນ ພົມມະຈັນ ເປັນຫົວໜ້າກົມຈັດຕັ້ງ ແລະ ພະນັກງານ; ທ່ານ ວິແກ້ວ ບຸບຜາວັນ ເປັນຫົວໜ້າກົມກວດກາ; ທ່ານ ນາງ ວິລະສະຕີ ສົມບູນຂັນ ເປັນຫົວໜ້າກົມບໍລິຫານ-ພິທີການ ແລະ ການເງິນ; ທ່ານ ຄົມສັນ ໄຊຍະສານ ເປັນຫົວໜ້າກົມປະຊາສຳພັນ; ທ່ານ ນາງ ອຳມາລາ ແກ້ວໜູຈັນ ເປັນຫົວໜ້າກົມແຜນທີ່ແຫ່ງຊາດ; ທ່ານ ບຸນຍົງ ສີສຸພັນ ເປັນຫົວໜ້າກົມເອກະສານແຫ່ງຊາດ; ທ່ານ ນິມມະວົງ ອິນທະວົງ ເປັນຫົວໜ້າກົມວຽກງານຊົນເຜົ່າ ແລະ ສາສະໜາ.
ຫຼັງຈາກນັ້ນ, ທ່ານ ວິແກ້ວ ບຸບຜາວັນ, ຫົວໜ້າກົມກວດກາ, ຄະນະປັບປຸງກົງຈັກການຈັດຕັ້ງຂອງ ຫສນຍ ກໍ່ໄດ້ຜ່ານບັນດາຂໍ້ຕົກລົງແຕ່ງຕັ້ງ ແລະ ຊັບຊ້ອນບຸກຄະລາກອນ ຄື: ແຕ່ງຕັ້ງທ່ານ ປາດຖະໜາ ສຸກອາລຸນ ເປັນຮັກສາການຫົວໜ້າກົມນິຕິກຳ; ແຕ່ງຕັ້ງທ່ານ ສົມຄວນ ມາສຸວັນ ເປັນຫົວໜ້າຫໍປະຊຸມແຫ່ງຊາດ; ແຕ່ງຕັ້ງເລຂານຸການປະຈຳ (ກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ) 01 ທ່ານ; ຊັບຊ້ອນຮອງຫົວໜ້າກົມ 8 ທ່ານ, ຍິງ 2 ທ່ານ ແລະ ແຕ່ງຕັ້ງຜູ້ຊ່ວຍວຽກເລຂານຸການປະຈໍາ (ກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ) 01 ທ່ານ.
ຂ່າວ ແລະ ພາບ: ກົມປະຊາສຳພັນ ຫສນຍ.