ສສ.ຫວຽດນາມ ຄອງອັນດັບທີ່ 1 ຂອງບັນດາປະເທດສະມາຊິກອາຊຽນ ທີ່ມີຈຳນວນນັກສຶກສາ ໄປສຶກສາຕໍ່ຢູ່ທີ່ ສ.ອາເມລິກາ ຫຼາຍທີ່ສຸດ. ອີງຕາມການລາຍງານຂອງ ສະຖາບັນການສຶກສານານາຊາດ (IIE) ລະບຸວ່າ: ໃນສົກຮຽນ 2023-2024 ມີນັກຮຽນຈາກ ສ.ຫວຽດນາມຫຼາຍກວ່າ 22,000 ຄົນ ກຳລັງສຶກສາຢູ່ໃນມະຫາວິທະຍາໄລ ແລະວິທະຍາໄລໃນ ສ.ອາເມລິກາ, ໂດຍເມື່ອລວມກັບທຸກລະດັບການສຶກສາແລ້ວ ມີຈຳນວນ ນັກຮຽນ-ນັກສຶກສາຫຼາຍເຖິງ 31,000 ຄົນ ໃນສະຫະລັດ. ເຊິ່ງນັກຮຽນ-ນັກສຶກສາກວມເອົາເກືອບເຄິ່ງໜຶ່ງ, ເລືອກຮຽນໃນສາຂາ ວິທະຍາສາດ, ເຕັກໂນໂລຊີ, ວິສະວະກຳສາດ ແລະ ຄະນິດສາດ (STEM).
ການຮ່ວມມືດ້ານການສຶກສາ ຍັງໄດ້ຮັບການຂະຫຍາຍຕົວຢ່າງຕໍ່ເນື່ອງຜ່ານຂໍ້ຕົກລົງລະຫວ່າງ ສ.ຫວຽດນາມ ແລະສ.ອາເມລິກາ. ໂດຍສະຖານທູດ ສ.ອາເມລິກາ ຍັງໄດ້ສະໜັບສະໜູນທຶນການສຶກສາແລກປ່ຽນ, ເພີ່ມທຶນການສຶກສາ Fulbright ໃນສາຂາວິທະຍາສາດທຳມະຊາດ, ຈັດການເຝິກອົບຮົມພາສາອັງກິດ ແລະ ຈັດກິດຈະກຳ STEM ຕະຫຼອດເຖິງເພີ່ມທະວີການຮ່ວມມືຂອງບັນດາມະຫາວິທະຍາໄລຢ່າງຕໍ່ເນື່ອງ.
ທີ່ມາ: SÀIGÒN News.