29.4 C
Vientiane
Wednesday, June 25, 2025

ນະຄອນປາກເຊ ແລະ ເຂດໃກ້ຄຽງ ກຽມຮັບມືນ້ຳປະປາບໍ່ພໍໃຊ້ ໃນຊ່ວງລະດູຝົນ

ຮັກສາການຜູ້ອຳນວຍການລັດວິສາຫະກິດນໍ້າປະປາ ແຂວງຈຳປາສັກ ຂໍຖືເປັນກຽດຢ່າງສູງແຈ້ງການມາຍັງພໍ່ ແມ່ປະຊາຊົນຊາບທົ່ວເຖິງກັນວ່າ: ລັດວິສາຫະກິດນໍ້າປະປາ ແຂວງຈໍາປາສັກ ຕ້ອງຂໍອະໄພໃນຄວາມບໍ່ສະດວກ ຂອງການຊົມໃຊ້ນໍ້າປະປາ, ທີ່ນໍ້າມີຄວາມຂຸ່ນ, ນໍ້າມາຄ່ອຍ ຫຼື ນໍ້າບໍ່ມີຫຼາຍມື້ ໂດຍສະເພາະໃນເຂດບ້ານຫ້ວຍຍາງຄໍາ, ບ້ານພັດທະນາຫລັກ7, ບ້ານໜອງບົວທອງ, ພື້ນທີ່ຈຸດສູງ ແລະ ສ່ວນໜື່ງຂອງເມືອງບາຈຽງຈະເລີນສຸກ.

ປະຈຸບັນການຜະລິດນໍ້າປະປາຂອງໂຮງງານຜະລິດນໍ້າໂພນສະຫັວນ ແມ່ນບໍ່ພຽງພໍກັບຄວາມຕ້ອງການຊົມໃຊ້ ຂອງປະຊາຊົນ ໂດຍກຳລັງການຜະລິດທີ່ມີແມ່ນ 15.000 ມ3/ມື້, ແຕ່ຄວາມຕ້ອງການນຳໃຊ້ຕົວຈິງຂອງປະຊາຊົນ ໃນປະຈຸບັນ ແມ່ນ 25,000 ມ/ມື້ ປະຈຸບັນທາງພວກເຮົາແມ່ນໄດ້ຜະລິດເກີນກຳລັງການຜະລິດທີ່ສາມາດຮອງຮັບ ໄດ້, ໃນກໍລະນີໄຟຟ້າມີການແຈ້ງດັບໄຟຟ້າເປັນເວລາດົນ, ບວກກັບໄລຍະນີ້ມີພາຍຸລະດູຝົນພັດຜ່ານເຂົ້າເຂດພາກໃຕ້ ຂອງລາວທີ່ຜ່ານມາ ເຊິ່ງສົ່ງຜົນກະທົບໂດຍກົງຕໍ່ການຜະລິດນໍ້າປະປາ ຂອງທາງໂຮງງານຜະລິດນໍ້າປະປາ ເຮັດໃຫ້ບໍ່ ສາມາດຜະລິດນໍ້າປະປາໄດ້ເຕັມປະສິດທິພາບ, ນໍ້າຂອງຂຶ້ນສູງ, ເຮັດໃຫ້ນໍ້າມີຄວາມຂຸ່ນສູງ ແລະ ເສດຂີ້ເຫຍື່ອເສດ ໄມ້ ຈຳນວນຫຼາຍໄຫຼໃສ່ຈັກດູດສົ່ງນໍ້າຂອງທີ່ນຳມາຜະລິດນໍ້າປະປາ, ຈິ່ງສົ່ງຜົນກະທົບເຮັດໃຫ້ໂຮງງານຜະລິດນໍ້າ ປະປາ ໂພນສະຫັວນ, ນະຄອນປາກເຊ, ແຂວງຈຳປາສັກ ບໍ່ສາມາດຜະລິດນໍ້າປະປາໄດ້ປົກກະຕິ, ໃນຊ່ວງລະດູຝົນ ຂອງເດືອນມິຖຸນາ (6) ຫາ ເດືອນຕຸລາ (10) ປີ 2015 ນີ້; ດ້ວຍເຫດຜົນດັ່ງກ່າວ ຈຶ່ງເປັນສາເຫດເຮັດໃຫ້: ນໍ້າມີ ຄວາມຂຸ່ນຕົກຄ້າງ, ນໍ້າບໍ່ມີແຮງດັນ, ນໍ້າມາຄ່ອຍ ຫຼື ນໍ້າບໍ່ມາ…ໃນບາງເຂດຈຸດສູງ, ຂອງບ້ານຫ້ວຍຍາງຄຳ, ພັດທະນາ ຫຼັກ7 ນະຄອນປາກເຊ ແລະ ບ້ານໜອງບົວທອງ ເມືອງບາຈຽງຈະເລີນສຸກ, ແຂວງຈຳປາສັກ, ຕໍ່ກັບຂໍ້ຫຍຸ້ງທີ່ກ່າວມາ ຂ້າງເທິງນັ້ນ ທາງລັດວິສາຫະກິດນໍ້າປະປາແຂວງ ຂໍໃຫ້ຄຳໝັ້ນສັນຍາວ່າຈະພະຍາມ ຊອກຫາທຸກວິທີທາງໃນການ ແກ້ໄຂທຸກບັນບັນຫາທີ່ມີໃນໄລຍະນີ້ ແລະ ໄລຍະຕໍ່ໜ້າ ເພື່ອເຮັດໃຫ້ພໍ່ແມ່ປະຊາຊົນໄດ້ຊົມໃຊ້ນໍ້າປະປາໄດ້ຢ່າງເປັນປົກກະຕິ.

ດັ່ງນັ້ນ ຈິ່ງແຈ້ງມາເພື່ອຮັບຊາບ ແລະ ຕ້ອງຂໍອາໄພໃນຄວາມບໍ່ສະດວກມາຍັງຜູ້ຊົມໃຊ້ນໍ້າປະປາດ້ວຍ. → ຂໍ້ມູນເພີ່ມຕື່ມໂທສາຍດ່ວນ : 031 1169 ແລະ 031 212 514 (ຕະຫຼອດ 24 ຊົ່ວໂມງ)

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles