ວັນທີ 19 ມິຖຸນາ 2025, ທີ່ ກະຊວງສາທາລະນະສຸກ ໄດ້ຈັດພິທີ ມອບ-ຮັບໜ້າທີ່ ລັດຖະມົນຕີກະຊວງສາທາລະນະສຸກ ລະຫວ່າງ ຜູ້ເກົ່າ- ຜູ້ໃໝ່, ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ພົອ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ, ບັນດາຮອງລັດຖະມົນຕີກະຊວງສາທາລະນະສຸກ, ບັນດາຫົວໜ້າກົມ-ຮອງກົມ, ຫົວໜ້າສູນ-ຮອງສູນ, ຄະນະອຳນວຍການໂຮງໝໍສູນກາງ, ພະແນສາທາລະນະສຸກນະຄອນຫຼວງ ແລະ ຫົວໜ້າພະແນກສາທາລະນະສຸກແຕ່ລະແຂວງ ກໍເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີດັ່ງກ່າວ, ມອບໃຫ້ທ່ານ ປອ ດຣ. ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ (ຜູ້ເກົ່າ) ເຂົ້າຮັບອຸນໜູນບຳນານ ແລະ ມອບໃຫ້ ທ່ານ ນາງ ໃບຄຳ ຂັດທິຍະ ມາຮັບໜ້າທີ່ຕຳແໜ່ງ ເປັນລັດຖະມົນຕີກະຊວງສາທາລະນະສຸກ (ຜູ້ໃໝ່).
ຂໍ້ມູນ-ພາບ: ສູນຂ່າວສານການແພດສຸຂະສຶກສາ