32 C
Vientiane
Friday, June 20, 2025

ຈະສືບຕໍ່ແກ້ໄຂບັນຫາທີ່ຄົງຄ້າງຂອງໂຄງການກໍ່ສ້າງທາງດ່ວນນະຄອນຫຼວງວຽງຈັນ-ວັງວຽງ

ໃນວາລະການດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ກໍຄືຄະຄະປະຈຳສະພາແຫ່ງຊາດ ແລະ ປະຊາຊົນໃຫ້ຄວາມສົນໃຈກ່ຽວກັັບການແກ້ໄຂຜົນກະທົບຈາກໂຄງການກໍ່ສ້າງທາງດ່ວນແຕ່ນະຄອນຫຼວງວຽງຈັນ-ວັງວຽງ.

ຕໍ່ກັບບັນຫາດັ່ງກ່າວທ່ານ ງາມປະສົງ ເມືອງມະນີ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ຊີ້ແຈງວ່າ ໂຄງການກໍ່ສ້າງທາງດ່ວນແຕ່ນະຄອນຫຼວງວຽງຈັນ-ວັງວຽງໄດ້ເລີ່ມກໍ່ສ້າງແຕ່ທ້າຍປີ 2018 ແລະ ເປີດນໍາໃຊ້ໃນວັນປີ 2020 ເປັນຕົ້ນມາ ສໍາລັບການແກ້ໄຂຜົນກະທົບນັ້ນແມ່ນໄດ້ສຸມໃສ່ແກ້ໄຂບັນຫາວຽກທີ່ຍັງຄົງຄ້າງ ເນື່ອງຈາກວ່າທາງດ່ວນຕັດກັບທາງຫຼວງແຫ່ງຊາດ ທາງຫຼວງທ້ອງຖິ່ນ ທາງເຂົ້າສູ່ເຂດທໍາການຜະລິດລວມມີທັງໝົດ 90 ຈຸດ ໃນນັ້ນແກ້ໄຂແລ້ວ 86 ຈຸດ ແລະ ຍັງ 4 ຈຸດ ການແກ້ໄຂວຽກປັບປຸງປ້າຍສັນຍານຈະລາຈອນເຄື່ອງໝາຍແນະນໍາ ແລະ ປ້າຍອື່ນໆຕາມທາງດ່ວນທີ່ບໍ່ຖືກຕ້ອງຕາມຫຼັກໄວຍາກອນຂອງພາສາລາວພ້ອມທັງຕິດຕັ້ງບໍ່ສອດຄ່ອງກັບສະຖານທີ່ຕົວຈິງມີ 118 ປ້າຍໄດ້ແກ້ໄຂແລ້ວ 87 ປ້າຍ ແລະ ຍັງ 31 ປ້າຍ ການແກ້ໄຂບັນຫາຕອນດິນບໍ່ມີທາງເຂົ້າຢູ່ເມືອງນາຊາຍທອງມີ 13 ຕອນດິນໄດ້ແກ້ໄຂສໍາເລັດ 4 ຕອນດິນ ຍັງ 9 ຕອນດິນ ບັນຫາໄຟແສງສະຫວ່າງໃນອຸໂມງ ກຳລັງແກ້ໄຂ ເວລາເກີດອຸປະຕິເຫດຢູ່ຕາມເສັ້ນທາງດ່ວນເຈົ້າໜ້າທີ່ພົບຄວາມຫຍຸ້ງຍາກໃນການເຂົ້າໄປ ໄກ່ເກ່ຍບັນຫາ ບັນຫາການກໍ່ສ້າງກິດຈະການທີ່ຈໍາເປັນຕິດພັນກັບທາງດ່ວນທີ່ບໍລິສັດຍັງບໍ່ທັນໄດ້ດໍາເນີນ ການກໍ່ສ້າງເປັນຕົ້ນ ຈຸດບໍລິການ 2 ຈຸດ ແລະ ຈຸດພັກລົດ 2 ຈຸດ

ສຳລັບທິດທາງແກ້ໄຂໃນຕໍ່ໜ້າຈະໄດ້ສືບສົມກັບຂະແໜງການທີ່ກ່ຽວຂ້ອງຂອງສູນກາງ ທ້ອງຖິ່ນແລະ ບໍລິສັດຜູ້ລົງທຶນເພື່ອປຶກສາຫາລື ແລະ ຊອກຫາວິທີທາງອອກໃນການແກ້ໄຂບັນຫາທີ່ຍັງຄົງຄ້າງໃຫ້ສຳເລັດ.

ທີ່ມາ: ວຽງຈັນໃຫມ່

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles