28 C
Vientiane
Friday, June 20, 2025

ຄວາມສໍາເລັດທຳອິດຂອງ ທະນາຄານຄໍາລາວ ໃນເວທີຕະຫລາດຄໍາສາກົນ Asia Pacific Precious Metals Conference (APPMC)

ທະນາຄານຄໍາ ລາວ (LBB) ເຂົ້າຮ່ວມທີ່ງານ Asia Pacific Precious Metals Conference ເປັນຫນຶ່ງໃນເວທີທີ່ມີຊື່ສຽງທີ່ສຸດຂອງພາກພື້ນ ສຳລັບການພັດທະນາ ແລະ ສົ່ງເສີມຕະຫຼາດຄຳ ແລະ ໂລຫະມີຄ່າໃນພາກພື້ນອາຊີປາຊີຟິກ. ທະນາຄານຄໍາ ລາວ ຍັງໄດ້ຮ່ວມນໍາສະເໜີໃນເວທີ APPMC ກ່ຽວກັບຂະແຫນງການ ແລະ ການສ້າງຕັ້ງທະນາຄານຄໍາ ລາວ ເຊິ່ງເປັນການຜັນຂະຫຍາຍເເນວຄິດວິໄສທັດຂອງພັກ ແລະ ລັດຖະບານ ແຫ່ງ ສປປ ລາວວ່າດ້ວຍການສໍາຮອງຄວາມໝັ້ນຄົງ ເຊິ່ງແມ່ນບາດກ້າວທີ່ສໍາຄັນໃນການສ້າງຄວາມເຂັ້ມເເຂງໃຫ້ເເກ່ຂະເເໜງການເງິນ ໂດຍຜ່ານການບໍລິການທະນາຄານທີ່ອີງໃສ່ທຸລະກໍາຄໍາ. ການສ້າງຄວາມເປັນມາດຕະຖານສາກົນໃຫ້ອຸດສາຫະກຳຄໍາລາວ ແມ່ນການປັບປຸງ ແລະ ສ້າງລະບົບນິເວດໃໝ່ໃຫ້ອຸດສາກະກຳຄໍາລາວ ຍົກລະດັບກົນໄກການຄ້າຂາຍຜ່ານທະນາຄານຄໍາລາວ ແລະ ການເຊື່ອມໂຍງກົນໄກໃນ ບໍລິສັດ ສາກົນເຊັ່ນ STONE X ທີ່ເປັນຄູ່ຮ່ວມມືຍຸດທະສາດຂອງທະນາຄານຄໍາລາວ ແລະ ການເຂົ້າເປັນສະມາຊິກຂອງເປັນສະມາຊິກຂອງສະມາຄົມຕະຫລາດຄໍາສິງກະໂປ (SBMA) ເຊິ່ງເປັນຜູ້ເຕົ້າໂຮມເອົາບັນດາຜູ້ນຳທີ່ມີບົດບາດຈາກຂະແຫນງການວັດຖຸມີຄ່າໃນທົ່ວໂລກມາພົບກັນທີ່ງານ APPMC. ໃນການເຂົ້າຮ່ວມຂອງທະນາຄານຄໍາ ລາວໃນຄັ້ງນີ້ ເປັນຂີດຫມາຍ ແລະ ບາດກ້າວອັນສໍາຄັນໃນການເຊື່ອມຕໍ່ ສປປ ລາວ ກັບຕະຫລາດຄໍາສາກົນ.

ໃນວາລະສໍາຄັນນີ້, ສະມາຄົມຕະຫລາດຄໍາສິງກະໂປ (SBMA) ໄດ້ ປະກາດຮັບຮອງ ທະນາຄານຄໍາ ລາວ ເຂົ້າເປັນສະມາຊິກຢ່າງເປັນທາງການໃນວັນທີ 4 ມິຖຸນາ 2025 ທີ່ຜ່ານມາ ເຊິ່ງເປັນ 1 ໃນ 30 Foreign Associate Corporate ທີ່ເປັນສະມາຊິກຂອງສະມາຄົມຕະຫລາດຄໍາສິງກະໂປ ແລະ ເປັນບໍລິສັດທໍາອິດ ແລະ ຫນື່ງດຽວ ຈາກ ສປປ ລາວ.

ໃນຖານະເປັນສະມາຊິກຂອງ SBMA, LBB ໄດ້ຮັບການເຂົ້າເຖິງການແລກປ່ຽນຂໍ້ມູນ ແລະ ການສະໜັບສະໜູນ ຈາກຜູ້ຊ່ຽວຊານ ຂອງ SBMA. ພ້ອມກັນນັ້ນ, LBB ຈະໄດ້ຮັບການສະຫນັບສະຫນູນທາງທຸລະກິດ ທັງໄດ້ຮັບຄໍາແນະນໍາ ແລະ ການປຶກສາຫາລືຈາກຄະນະບໍລິຫານງານຂັ້ນສູງ ແລະ ສະມາຊິກຄະນະກໍາມະການຂອງສະມາຄົມ SBMA ເພື່ອປະກອບສ່ວນສ້າງຄວາມເຂັ້ມແຂງຂອງລະບົບບໍລິການຈັດການທຸລະກິດຄໍາ ຫຼື ຂະຫຍາຍທຸລະກິດຄໍາແລະໂລຫະມີຄ່າ ທັງພາຍໃນປະເທດ ແລະ ເຊື່ອມຕໍ່ພາກພື້ນອາຊີປາຊີຟິກ ອີກດ້ວຍ.

Lao Bullion Bank’s First Milestone at the Asia Pacific Precious Metals Conference (APPMC)

Lao Bullion Bank proudly participated in the Asia Pacific Precious Metals Conference (APPMC), one of the region’s most prestigious platforms for the development and promotion of the precious metals market in Asia-Pacific. This marks a significant achievement for the bank as it took part not only as an exhibitor but also as a panelist, sharing the journey of establishing the first bullion bank in Laos.

This participation reflects the forward-thinking vision of the Government of the Lao PDR in strengthening financial stability through gold-based banking services. By aiming to standardize Laos’ gold industry, Lao Bullion Bank is pioneering a new system for gold trading and enhancing industry mechanisms that connect to global partners such as StoneX, a strategic partner of the Lao Bullion Bank and through its official membership in the Singapore Bullion Market Association (SBMA).

This global engagement is a major leap in integrating Laos into the international precious metals market. During the conference, SBMA officially announced Lao Bullion Bank’s membership on June 4, 2025, recognizing LBB as one of its 30 Foreign Associate Corporate members and the first and only member from the Lao PDR.

As an official member of SBMA, Lao Bullion Bank benefits from access to exclusive industry insights, expert networks, and strategic support. This includes business development opportunities, consultations with senior industry leaders, and guidance from SBMA’s advisory board. The partnership is set to enhance LBB’s gold trading capabilities and contribute to the advancement of Laos’ precious metals industry both nationally and within the broader Asia-Pacific region.

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles