ພິທີມອບ-ຮັບໜ້າທີ່ເລຂາຄະນະບໍລິຫານງານພັກ ລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ຈັດຂຶ້ນວັນທີ 19 ມິຖຸນາ 2025 ທີ່ກະຊວງສຶກສາທິການ ແລະ ກີລາ ໂດຍໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງ ສູນກາງພັກ ຜູ້ປະຈຳການຄະນະເລຂາທິການສູນກາງພັກ ຮອງປະທານປະເທດ ມີຄະນະພັກກະຊວງ ຫົວໜ້າກົມ ຮອງກົມ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໃນພິທີສະຫາຍ ວິສຸກ ພົມພິທັກ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ຂຶ້ນຜ່ານມະຕິຄໍາສັ່ງ ຂອງກົມການເມືອງສູນກາງພັກ ສະບັບເລກທີ 09/ກມສພ ແລະ ຜ່ານລັດຖະດຳລັດຂອງປະທານປະເທດ ເລກທີ 106/ປປທ ວ່າດ້ວຍການອະນຸມັດໃຫ້ພະນັກງານການນຳຂັ້ນສູງ ອອກພັກການ-ຮັບອຸດໜູນບຳນານ ເຊິ່ງອະນຸມັດໃຫ້ສະຫາຍ ພຸດ ສິມມາລາວົງ ເລຂາຄະນະພັກ ລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ (ຜູ້ເກົ່າ) ອອກພັກການຮັບອຸດໜູນບຳນານ ພ້ອມທັງຜ່ານຄຳສັ່ງຍົກຍ້າຍ ແລະ ມະຕິຕົກລົງກົມການເມືອງ ສະບັບເລກທີ 11/ກມສພ ວ່າດ້ວຍການແຕ່ງຕັ້ງ ສະຫາຍ ທອງສະລິດ ມັງໜໍ່ເມກ ຫົວໜ້າຫ້ອງວ່າການສູນກາງພັກ (ຜູ້ເກົ່າ) ເປັນເລຂາຄະນະບໍລິຫານງານພັກ ລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ (ຜູ້ໃໝ່).
ໂອກາດນີ້ ສະຫາຍ ບຸນທອງ ຈິດມະນີ ໄດ້ໃຫ້ກຽດມີຄໍາເຫັນໂອ້ລົມວ່່າ: ດ້ວຍຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ວຽກງານ ກົມການເມືອງ ແລະ ຄະນະເລຂາທິການສູນກາງພັກ ໄດ້ຕົກລົງສັບຊ້ອນ-ຈັດວາງ ພະນັກງານການນຳຂັ້ນສູງ ບາງຕຳແໜ່ງຄືນໃໝ່ ເພື່ອຮອງຮັບໃຫ້ແກ່ການສືບຕໍ່ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດແນວທາງນະໂຍບາຍ ທີ່ພັກ-ລັດ ວາງອອກ ໃນແຕ່ລະໄລຍະ ໃຫ້ບັນລຸຕາມລະດັບຄາດໝາຍ ແລະ ມີຜົນສຳເລັດ ຢ່າງເປັນຮູບປະທຳ ການສັບຊ້ອນ-ຈັດວາງ ພະນັກງານທຸກປະເພດ ໂດຍສະເພາະ ພະນັກງານ ນໍາພາ-ຄຸ້ມຄອງ ແຕ່ລະຂັ້ນ ທັງແມ່ນຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ການເມືອງຢູ່ແຕ່ລະບ່ອນ ແລະ ທັງແມ່ນການປະຕິບັດລະບຽບ ການສັບປ່ຽນໜູນວຽນໜ້າທີ່ວຽກງານ ຂອງພະນັກງານການນຳ ໃນລະບົບການຈັດຕັ້ງຂອງພັກ ລັດ ແລະ ອົງການຈັດຕັ້ງມະຫາຊົນ ຄືເຄີຍປະຕິບັດຜ່ານມາ ຖືເປັນວຽກງານປົກກະຕິ ແລະ ແມ່ນຫຼັກການອັນໜຶ່ງຂອງພັກເຮົາ ໃນວຽກງານພະນັກງານກໍຄືຫຼັກການ “ມີຂຶ້ນ-ມີລົງ ມີເຂົ້າ-ມີອອກ” ເພື່ອປັບປຸງໃຫ້ດີຂຶ້ນໄປເລື້ອຍໆ ທັງເປັນການຍົກລະດັບພະນັກງານການນຳ-ຄຸ້ມຄອງ ຂອງພວກເຮົາ ໃຫ້ມີຄວາມຮູ້ ຄວາມສາ ມາດນຳພາຮອບດ້ານ.
ຂໍ້ມູນຈາກ: ວຽງຈັນໃໝ່