ວັນທີ 27 ສິງຫາ 2026 ນີ້, ທ່ານ ທອງລີ ສີສຸລິດ ເລຂາຄະນະບໍລິຫານງານ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ພ້ອມດ້ວຍຄະນະ ໂດຍມີອົງການປົກຄອງທ້ອງຖິ່ນ ນໍາພາໂດຍທ່ານ ປອ ສົມສະອາດ ອຸ່ນສີດາ ປະທານປົກຄອງແຂວງ ຄໍາມ່ວນ ພ້ອມດ້ວຍຄະນະ ໄດ້ລົງພື້ນທີ່ມອບເຄື່ອງຊ່ວຍ ເຫຼືອ ໃຫ້ແກ່ພໍ່ແມ່ປະຊາຊົນຜູ້ປະສົບໄພນໍ້າຖ້ວມຢູ່ ບ້ານ ດົງກະສິນ ແລະ ບ້ານນໍ້າພຸ ເມືອງໜອງບົກ ແຂວງຄໍາມ່ວນ ເພື່ອເປັນການບັນເທົາທຸກ ແລະ ໃຫ້ກໍາລັງໃຈໃນການຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ, ການລົງຊ່ວຍເຫຼືອໃນຄັ້ງນີ້ ປະກອບມີ: ເຄື່ອງອຸປະໂພກ-ບໍລິໂພກ ລວມມູນຄ່າ 290 ລ້ານກີບ, ເງິນສົດຈໍານວນ 100 ລ້ານກີບ ມອບໃຫ້ແກ່ອົງ ການປົກຄອງເມືອງໜອງບົກ ເພື່ອນໍາໃຊ້ເຂົ້າໃນການຟື້ນຟູ ແລະ ຊ່ວຍເຫຼືອຜູ້ປະສົບໄພໃນພື້ນທີ່.

ໂອກາດດັ່ງກ່າວ ທ່ານ ທອງລີ ສີສຸລິດ ໄດ້ເນັ້ນຢໍ້າວ່າ ການລົງພື້ນທີ່ຄັ້ງນີ້ ນອກຈາກການນໍາເອົາອຸປະກອນ ແລະ ເຄື່ອງບັນເທົາທຸກມາມອບໃຫ້ພໍ່ແມ່ປະຊາຊົນແລ້ວ, ສິ່ງສໍາຄັນທີ່ສຸດແມ່ນການນໍາເອົາ “ຄວາມຫ່ວງໄຍ ແລະ ກໍາລັງໃຈຢ່າງອົບອຸ່ນ” ຈາກ ສູນກາງຊາວໜຸ່ມ, ອໍານາດການປົກຄອງແຂວງ, ເມືອງ ແລະ ພາກສ່ວນຕ່າງໆໃນສັງຄົມສົ່ງເຖິງພໍແມ່ປະຊາຊົນທຸກຄົນ, ພ້ອມທັງສະແດງຄວາມປະທັບໃຈ ຕໍ່ຈິດໃຈສູ້ຊົນຂອງປະຊາຊົນ ແລະ ຈິດໃຈສາມັກຄີສາມາດຜ່ານຜ່າອຸປະສັກມາໄດ້; ເຖິງແມ່ນວ່າເຮືອນຊານ ແລະ ເນື້ອທີ່ການຜະລິດຈະເສຍຫາຍ, ແຕ່ດ້ວຍຄວາມສາມັກຄີ ພວກເຮົາຈະຮ່ວມກັນອະນາໄມສ້າງສາ ແລະ ຟື້ນຟູເມືອງໜອງບົກໃຫ້ກັບຄືນມາສົດໃສ ແລະ ພ້ອມກັນພັດທະນາໃຫ້ດີຂຶ້ນໄປເລື້ອຍໆ.

ພ້ອມກັນນັ້ນ ຍັງຂໍໃຫ້ທຸກໆຄົນມີຈິດໃຈທີເຂັ້ມແຂງ, ມີສະຕິ ບໍ່ແຕກຕື່ນ ແລະ ເຊື່ອໝັ້ນວ່າ ພັກ-ລັດຖະບານ ແລະ ສູນກາງຊາວໜຸ່ມ ຈະຢູ່ຄຽງຂ້າງ ເພື່ອຊ່ວຍເຫຼືອບັນເທົາຄວາມເດືອດຮ້ອນຢ່າງເຕັມຄວາມສາມາດ, ໃນຕອນທ້າຍ ຍັງຍົກຍ້ອງກຳລັງອາສາສະໝັກທຸກພາກສ່ວນວ່າທຸກຄົນຄື “ຄວາມຫວັງ ແລະ ແຮງກໍາລັງຂອງປະຊາຊົນ” ຂໍໃຫ້ຮັກສາສຸຂະພາບ, ມີຄວາມອົດທົນ ແລະ ສືບຕໍ່ນໍ້າໃຈອາສາສະໝັກຮັບໃຊ້ປະຊາຊົນດ້ວຍຄວາມເສຍສະຫຼະ.
ແຫຼ່ງຂໍ້ມູນ: ພະແນກພິທີການ-ເລຂານຸການ ຫ້ອງການ ສຊປລ


