ລັດຖະບານສິງກະໂປ ໄດ້ປະກາດນະໂຍບາຍສະຫວັດດີການຄອບຄົວໃໝ່ ເພື່ອຊ່ວຍເຫຼືອ ແລະ ຫຼຸດຜ່ອນພາລະຄ່າໃຊ້ຈ່າຍໃນການລ້ຽງດູເດັກນ້ອຍ ໂດຍຈະເລີ່ມດຳເນີນການ ແລະ ຈ່າຍເງິນອຸດໜູນຕັ້ງແຕ່ ເດືອນເມສາ 2027 ເປັນຕົ້ນໄປ!
ໂຄງການນີ້ຈະມາແທນທີ່ໂຄງການ Baby Bonus ແລະ ໂຄງການ Large Families Scheme ໂດຍເນັ້ນໃຫ້ເດັກນ້ອຍສັນຊາດສິງກະໂປ ທຸກຄົນທີ່ມີອາຍຸ 17 ປີລົງມາ ໄດ້ຮັບການສະໜັບສະໜູນຢ່າງເທົ່າທຽມກັນ ໂດຍບໍ່ເບິ່ງວ່າເປັນລູກຜູ້ທີເທົ່າໃດ!
ສິດທິປະໂຫຍດທີ່ຈະໄດ້ຮັບ:
1. ເງິນຮັບຂວັນເດັກນ້ອຍເກີດໃໝ່ (Baby Gift):
– ເດັກເກີດໃໝ່ຕັ້ງແຕ່ 1 ເມສາ 2027 ເປັນຕົ້ນໄປ ຈະໄດ້ຮັບເງິນສົດ 10,000 ໂດລາສິງກະໂປ (SGD) (ແບ່ງຈ່າຍ 2 ງວດ ພາຍໃນ 12 ເດືອນ).
- ເດັກທີ່ເກີດກ່ອນ 1 ເມສາ 2027 ທີ່ຮັບເງິນ Baby Bonus Cash Gift ຢູ່ແລ້ວ ຈະໄດ້ຮັບການ Top-up ເພີ່ມໃຫ້ຄົບ 10,000 SGD ພາຍໃນວັນທີ 30 ເມສາ 2027.
2. ເງິນຊ່ວຍເຫຼືອລາຍປີ (Child Credits):
– ເດັກນ້ອຍອາຍຸ 1 ຫາ 16 ປີ (ທີ່ອາຍຸຄົບ 1-16 ປີ ຕັ້ງແຕ່ປີ 2026 ເປັນຕົ້ນໄປ) ຈະໄດ້ຮັບເງິນ 2,000 ໂດລາສິງກະໂປ ເປັນປະຈຳທຸກໆປີ ໂດຍເງິນຈະໂອນໃຫ້ໃນວັນເກີດຂອງເດັກ (ເລີ່ມງວດທຳອິດ ເມສາ 2027).
3. ບັນຊີພັດທະນາເດັກ (Child Development Account – CDA):
– ທຶນເລີ່ມຕົ້ນ: ເດັກເກີດໃໝ່ຕັ້ງແຕ່ 1 ເມສາ 2027 ຈະໄດ້ຮັບທຶນ 5,000 ໂດລາສິງກະໂປ ຝາກເຂົ້າບັນຊີ CDA ໂດຍອັດຕະໂນມັດເມື່ອເປີດບັນຊີ.
– ເງິນສົມທົບຈາກລັດ: ລັດຖະບານຈະຈ່າຍສົມທົບແບບ 1:1 (Dollar-for-Dollar) ເມື່ອຜູ້ປົກຄອງຝາກເງິນ ເພີ່ມເພດານສູງສຸດເຖິງ 5,000 ໂດລາສິງກະໂປ.
– ຂະຫຍາຍອາຍຸບັນຊີ: ເດັກທີ່ເກີດຕັ້ງແຕ່ 1 ມັງກອນ 2015 ບັນຊີ CDA ຈະເປີດໄວ້ໃຫ້ໃຊ້ຈ່າຍດ້ານການສຶກສາ ແລະ ສາທາລະນະສຸກ ຈົນເຖິງທ້າຍປີທີ່ເດັກອາຍຸຄົບ 16 ປີ.
4. ບັນຊີການສຶກສາຫຼັງມັດທະຍົມ (PSEA Top-up):
ເດັກນ້ອຍທີ່ມີອາຍຸຄົບ 17 ປີ (ຕັ້ງແຕ່ປີ 2026 ເປັນຕົ້ນໄປ) ຈະໄດ້ຮັບເງິນອຸດໜູນກ້ອນໃຫຍ່ 10,000 ໂດລາສິງກະໂປ ເຂົ້າບັນຊີ PSEA ເພື່ອໃຊ້ເປັນທຶນການສຶກສາຕໍ່.
ທີ່ມາ: Life SG Government of Singapore


