ນັກຮຽນລາວໄດ້ຮັບຫຼາຍລາງວັນ ໃນການແຂ່ງຂັນຮູບແຕ້ມ ຢູ່ ສປ ຈີນ

ໃນວັນທີ 24 ສິງຫາ 2026, ເຍົາວະຊົນລາວໄດ້ເຂົ້າຮ່ວມງານປະກາດຜົນການແຂ່ງຂັນຮູບແຕ້ມ ແລະ ແລກປ່ຽນວັດທະນະທໍານາໆຊາດ ພາຍໃຕ້ໂຄງການ National Treasures 2025 ທີ່ເຂດປົກຄອງພິເສດ ຮົງກົງ, ສປ ຈີນ ພາຍໃຕ້ຫົວຂໍ້ “ສັດປະຈຳຊາດ” (National Animal), ໂດຍມີຊາວໜຸ່ມເຍົາວະຊົນສົ່ງຜົນງານເຂົ້າແຂ່ງຂັນຈາກ 13 ປະເທດທົ່ວໂລກລາວທັງ ສປປ ລາວ ພວກເຮົາ.

​ໃນງານປະກາດຜົນລາງວັນຄັ້ງນີ້, ມີຜົນງານຊາວໜຸ່ມ-ເຍົາວະຊົນລາວ ຈໍານວນ 6 ຮູບພາບ ທີ່ໄດ້ຖືກຄັດເລືອກຈາກຄະນະກໍາມະການຈາກ ສປປ ລາວ ແລະ ເຂດປົກຄອງພິເສດຮົງກົງ ໂດຍແບ່ງອອກເປັນ 2 ລຸ້ນຄື: ເຍົາວະຊົນ 6-12 ປີ ແລະ ຊາວໜຸ່ມ 13-18 ປີ. ລຸ້ນເຍົາວະຊົນ ໄດ້ຮັບລາງວັນຫຼຽນຄຳ ແມ່ນ ທ້າວ ອານຸໄຊ ວໍລະຈິດ (Mr. Anouxay Vorlachit), ໂຮງຮຽນ ປາດຖະໜາ; ຫຼຽນເງິນ ນາງ ພອຍສິຣິນ ລ່ຽມພຣະຈັນ (Ms. Phoysirin Liemphrachanh), ໂຮງຮຽນ ອິດສະຫຼະພອນ ແລະ ລາງວັນຫຼຽນທອງແດງ ແມ່ນ ທ້າວ ລາດຊາວົງ ໄຊມຸງຄຸນ (Mr. Latxavong Xaimoungkhoun), ໂຮງຮຽນ Golden International School. ສ່ວນລະດັບຊາວໜຸ່ມ ໄດ້ຮັບລາງວັນຫຼຽນຄຳ ແມ່ນ ນາງ ເມລິນ ຄຳພິໄລວົງ (Ms. Meilin Khamphilayvong), ໂຮງຮຽນ ສີຄຳ ພັດທະນາ; ຫຼຽນເງິນ ແມ່ນ ທ້າວ ວາດສະໜາ ໄຊມຸງຄຸນ (Mr. Vatsana Xaimoungkhoun), ໂຮງຮຽນ ນານາຊາດ ອົດສະຕາລີ (AIS International School Laos) ແລະ ລາງວັນຫຼຽນທອງແດງ ແມ່ນ ນາງ ອານິສາ ສີວິໄລ (Ms. Anisa Sivilay), ໂຮງຮຽນ ຮາກແກ້ວ.

​ນາງ ເມລິນ ຄຳພິໄລວົງ, ທີ່ໄດ້ຮັບລາງວັນຫຼຽນຄຳໃນລຸ້ນຊາວໜຸ່ມ, ພ້ອມດ້ວຍຜູ້ປົກຄອງ ໄດ້ຖືກເຊື້ອເຊີນໄປຮ່ວມງານປະກາດຜົນລາງວັນ ທີ່ ເຂດປົກຄອງພິເສດ ຮົງກົງ, ສປ ຈີນ ແລະ ໄດ້ຮ່ວມແລກປ່ຽນວັດທະນະທໍາກັບບັນດານັກແຕ້ມ ລຸ້ນຊາວໜຸ່ມ-ເຍົາວະຊົນ ຈາກ 13 ປະເທດເປັນເວລາ 5 ວັນແຕ່ວັນທີ 23-27 ສິງຫາ 2026 ເຊິ່ງທາງຄະນະຮັບຜິດຊອບຈັດງານ ກໍຄື ມູນິທິ Shine Tak Foundation ເປັນຜູ້ຮັບຜິດຊອບຄ່າໃຊ້ຈ່າຍໃຫ້ທັງໝົດ.

​ການເຂົ້າຮ່ວມແຂ່ງຂັນ ຂອງເຍົາວະຊົນ ແລະ ໄວໜຸ່ມລາວ ໃນໂຄງການດັ່ງກ່າວ ຖືກເປັນອີກໜຶ່ງໂອກາດອັນມີຄວາມໝາຍ ໃນການນຳສະເໜີວັດທະນະທຳ ແລະ ມໍລະດົກອັນລ້ຳຄ່າຂອງຊາດລາວສູ່ສາຍຕາສາກົນ ພ້ອມທັງຊຸກຍູ້ໃຫ້ເຍົາວະຊົນລາວລຸ້ນໃໝ່ມີຄວາມພາກພູມໃຈໃນມໍລະດົກວັດທະນະທຳຂອງຕົນ ໂດຍສະເພາະໄດ້ສ້າງສັນຜົນງານແຕ້ມຮູບສັດປະຈໍາຊາດກໍຄືຊ້າງ ເຊິ່ງໂຄງການດັ່ງກ່າວນີ້ ແມ່ນໝາກຜົນຂອງການຮ່ວມມືລະຫວ່າງ ເຮືອນຮຽນຮູ້ຮ່ວມສຳລັບເດັກ (Learning House for Children) ຂອງ ສປປ ລາວ ແລະ ມູນິທິ Shine Tak Foundation ຂອງ ເຂດປົກຄອງພິເສດຮົງກົງ, ສປ ຈີນ ໃນປີ 2025 ຜ່ານມາ ເພື່ອສົ່ງເສີມການແລກປ່ຽນວັດທະນະທຳ ແລະ ເສີມສ້າງຄວາມເຂົ້າໃຈອັນດີລະຫວ່າງກັນ ຜ່ານກິດຈະກຳສ້າງສັນສຳລັບຊາວໜຸ່ມ-ເຍົາວະຊົນນາໆຊາດ.

​ໂຄງການນີ້ບໍ່ພຽງແຕ່ເປັນການສົ່ງເສີມການສະແດງອອກພອນສະຫວັນທາງດ້ານສິລະປະເທົ່ານັ້ນ, ແຕ່ຍັງເປີດໂອກາດໃຫ້ເຍົາວະຊົນໄດ້ຮຽນຮູ້ກ່ຽວກັບມໍລະດົກຂອງຊາດຕົນເອງ ຄຽງຄູ່ກັບການຊອກຮູ້ວັດທະນະທຳ ແລະ ປະເພນີຂອງປະເທດອື່ນ. ຜ່ານສິລະປະ, ເດັກນ້ອຍໄດ້ຮັບການສົ່ງເສີມໃຫ້ເຫັນຄວາມຫຼາກຫຼາຍທາງວັດທະນະທຳ ເປັນໂອກາດອັນດີສຳລັບການສົນທະນາ, ມິດຕະພາບ ແລະ ຄວາມເຂົ້າໃຈລະຫວ່າງກັນ.

ແຫລ່ງຂໍ້ມູນ: ເຮືອນຮຽນຮູ້ຮ່ວມສຳລັບເດັກ (Learning House for Children)

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles