ຄະນະຜູ້ແທນຊາວໜຸ່ມລາວ ສຳເລັດການເຄື່ອນໄຫວທັດສະນະ ແລະ ຢ້ຽມຢາມ ເສັ້ນທາງລົດໄຟ ລາວ-ຈີນ ຢູ່ ສປ ຈີນ

ໃນລະຫວ່າງວັນທີ 17-21 ສິງຫາ 2026 ຄະນະຜູ້ແທນຊາວໜຸ່ມລາວ ຈໍານວນ 18 ສະຫາຍ ນໍາພາໂດຍ ສະຫາຍ ພັນສອນ ວິພາວັນ, ຄະນະເລຂາທິການ, ຫົວໜ້າກົມຂະບວນການຊາວໜຸ່ມ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ໄດ້ສຳເລັດການເດີນທາງເຄື່ອນໄຫວທັດສະນະສຶກສາ ແລະ ຢ້ຽມຢາມ ເສັ້ນທາງລົດໄຟ ລາວ-ຈີນ, ສະຖານທີ່ປະຫວັດສາດ ແລະ ສູນເຕັກໂນໂລຊີ ຢູ່ແຂວງກວາງຊີ ແລະ ນະຄອນຊຽງໄຮ້ ສປ ຈີນ. ຈຸດປະສົງສໍາຄັນ ໃນການເຄື່ອນໄຫວຄັ້ງນີ້ ແມ່ນຈັດຂຶ້ນເນື່ອງໃນໂອກາດສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ ຄົບຮອບ 65 ປີ, ເພື່ອໃຫ້ຊາວໜຸ່ມລາວໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບປະຫວັດຄວາມເປັນມາຂອງສາຍພົວພັນການທູດ, ການຮ່ວມມືຮອບດ້ານຂອງສອງພັກ-ສອງລັດ ກໍຄືປະຊາຊົນສອງຊາດ ລາວ-ຈີນ.

ຜ່ານການທັດສະນະສະຖານທີ່ປະຫວັດສາດການຕໍ່ສູ້ປົດປ່ອຍຊາດ ຕະຫຼອດໄລຍະ 5 ວັນ ຄະນະຜູ້ແທນໄດ້ເຂົ້າຢ້ຽມຢາມໂຮງຮຽນ 67 (ໂຮງຮຽນວັດທະນະທຳນ້ອງນ້ອຍ 67), ສູນຝຶກອົບຮົມເຕັກນິກ ແລະ ຮຽນຂັບລົດໄຟໃຕ້ດິນ, ເຂດປະຫວັດສາດບັ້ນຮົບກຸນຫຼູນກວນ, ສູນສະແດງການຮ່ວມມືປັນຍາປະດິດ (AI) ຈີນ-ອາຊຽນ ຢູ່ ນະຄອນໜານໜິງ ແຂວງກວາງຊີ ແລະ ໄດ້ເດີນທາງໄປທັດສະນະທີ່ ນະຄອນຊຽງໄຮ້ ເພື່ອຢ້ຽມຢາມ ຫໍອະນຸສອນວິລະຊົນປະຊາຊົນ, ສະຖານທີ່ຈັດກອງປະຊຸມໃຫຍ່ຄັ້ງທີ 1 ຂອງພັກກອມມູນິດຈີນ, ກອງບັນນາທິການວາລະສານຊາວໜຸ່ມໃໝ່ ແລະ ອະນຸສອນສະຖານທີ່ຕັ້ງອົງການສູນກາງຊາວໜຸ່ມຈີນແຫ່ງເກົ່າ, ຈາກນັ້ນ, ຄະນະຜູ້ແທນໄດ້ເດີນທາງດ້ວຍລົດໄຟຄວາມໄວສູງລາວ-ຈີນ ມາທີ່ ແຂວງອຸດົມໄຊ ສປປ ລາວ ເພື່ອຮ່ວມວາງພວງມາລາ ລະນຶກເຖິງດວງວິນຍານນັກຮົບອາສາສະໝັກປະຊາຊົນຈີນ ທີ່ໄດ້ເສຍສະຫລະເລືອດເນື້ອ ເພື່ອສົ່ງຄາມຕໍ່ສູ້ປົດປ່ອຍປະເທດລາວ ແລະ ຢ້ຽມຢາມສູນຝຶກອົບຮົມພັດທະນາສີມືແຮງງານ ທີ່ ແຂວງອຸດົມໄຊ ເຊິ່ງໄດ້ຮັບການຊ່ວຍເຫລືອດ້ານງົບປະມານຈາກ ສປ ຈີນ.

ການເຄື່ອນໄຫວທັດສະນະສຶກສາໃນຄັ້ງນີ້ ບໍ່ພຽງແຕ່ຊ່ວຍໃຫ້ຊາວໜຸ່ມລາວໄດ້ຮໍ່າຮຽນ ແລະ ເຂົ້າໃຈມູນເຊື້ອການຕໍ່ສູ້ຄຽງບ່າຄຽງໄຫຼ່ຂອງປະຊາຊົນ ກໍ່ຄືຊາວໜຸ່ມສອງຊາດໃນອະດີດເທົ່ານັ້ນ, ແຕ່ຍັງໄດ້ຮຽນຮູ້ຄວາມກ້າວໜ້າດ້ານເຕັກໂນໂລຊີ ແລະ ເສດຖະກິດດິຈິຕອນຂອງ ສປ ຈີນ.

ທັງໝົດນີ້ ຖືເປັນບົດຮຽນອັນປະເສີດ ເພື່ອນຳມາໝູນໃຊ້ເຂົ້າໃນການສຶກສາອົບຮົມໃຫ້ຊາວໜຸ່ມລາວ ກ່ຽວກັບການພັດທະນາ ທັກສະດິຈິຕອນ ແລະ ເຮັດໃຫ້ຊາວໜຸ່ມລາວໄດ້ປະຕິບັດພັນທະໃນການເປັນຂົວຕໍ່ ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ, ຄວາມໝັ້ນຄົງ, ຍາວນານ ແລະ ການເປັນຄູ່ຮ່ວມຊະຕາກຳ ລາວ-ຈີນ ໃຫ້ເກີດດອກອອກຜົນຍິ່ງໆຂຶ້ນໄປ.

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles